ງົບປະມານປະເທດຊາດຮົ່ວໄຫຼ ຍ້ອນການສໍ້ລາດບັງຫຼວງ

ພາບປະກອບ

ການສໍ້ລາດບັງຫຼວງ ທີ່ຫຼາຍຄົນຮູ້ຈັກກັນດີ, ເຊິ່ງລ້ວນແລ້ວແຕ່ແມ່ນການປະພຶດ, ການກະທໍາທີ່ ກໍ່ຄວາມເສຍ ຫາຍໃຫ້ແກ່ປະເທດຊາດ ເພື່ອແກ້ໄຂ ແລະ ອັດປ່ອງຮົ່ວໄຫຼຂອງງົບປະມານທີ່ຖືກພະນັກງານ ພາກລັດ ກອບໂກຍເອົາດ້ວຍການສໍ້ລາດບັງຫຼວງ, ພັກ-ລັດຖະບານ ຈຶ່ງສ້າງຕັ້ງຄະນະກໍາມະການກວດກາ ພັກ-ລັດ ຂຶ້ນມາ

ເພື່ອກວດກາ, ດູແລການປະພຶດ, ການກະທໍາຂອງບຸກຄົນ ຫຼື ກຸ່ມຄົນບໍ່ດີ ທີ່ສວຍໂອກາດ ຖືເອົາຫນ້າທີ່ອໍານາດມາບັງ ຫນ້າ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ຈົນເຮັດໃຫ້ເສຍຊັບສົມບັດຂອງ ລັດໄປທີ່ໄດ້ມາຈາກຢາດເຫື່ອແຮງງານຂອງປະຊາຊົນທັງຊາດ ດ້ວຍການເສຍພັນທະພາສີໃຫ້ລັດໃນແຕ່ລະ

ພາບປະກອບ

ບັນຫາດັ່ງກ່າວນີ້, ຖ້າຈະຍົກຂຶ້ນມາໄຈ້ແຍກໃຫ້ລະອຽດຖີ່ຖ້ວນແລ້ວ ມັນກໍມີຫຼາຍດ້ານໂດຍ ສະເພາະແມ່ນການສໍ້ໂກງຈາກໂຄງ ການຕ່າງໆຂອງລັດ ທີ່ບໍ່ມີຕົວຕົນຢູ່ບັນດາ ແຂວງ, ໂຄງການທີ່ຈ່າຍງົບ ປະມານເກີນ ແລະ ຊຶ້ງຊ້ອນຢູ່ບັນດາກະຊວງ-ອົງການ ແລະ ບັນດາແຂວງ-ນະຄອນຫຼວງ;

ນອກນີ້, ບາງຄົນ ຍັງກອບໂກຍເອົາເງິນບາງຮ່ວງຂອງໂຄງການລົງທຶນ, ໂຄງການກໍ່ສ້າງຕ່າງໆຂອງລັດມາເປັນຂອງຕົນເອງ ດ້ວຍຫຼາຍວິທີທີ່ແຕກຕ່າງກັນໄປ ແລະ ແນບນຽມທີ່ສຸດ ຖ້າບໍ່ມີການກວດສອບຢ່າງລະອຽດຖີ່ຖ້ວນ ອາດຈະບໍ່ພົບເຖິງການກະທໍາຜິດ ຫຼື ພຶດຕິກໍາຂອງພວກເຂົາ;

ຕໍ່ກັບບັນຫາດັ່ງກ່າວນີ້ ມັກຈະເກີດຂຶ້ນຢູ່ຕາມ ອົງການບໍລິຫານແຫ່ງລັດ ແລະ ອົງການຈັດຕັ້ງ ມະຫາຊົນອື່ນໆ ທີ່ກິນເງິນເດືອນນໍາງົບປະມານ ແຫ່ງລັດ, ຖ້າເກີດຢູ່ໃນບ່ອນທີ່ມີເສດຖະກິດກໍມັກຈະເກີດຂຶ້ນຢູ່ຕາມລັດວິສາຫະ ກິດຕ່າງໆ ເຊິ່ງອົງການເຫຼົ່ານັ້ນ ກໍລ້ວນແຕ່ມີມາດຕະການອັນເຂັ້ມງວດໃນການສະກັດກັ້ນ ແລະ ປາບປາມບໍ່ໃຫ້ມັນເກີດຂຶ້ນ; ການສໍ້ລາດບັງຫຼວງທີ່ເກີດຂຶ້ນໃນຖັນແຖວໃດກໍຕາມ ລ້ວນແລ້ວແຕ່ມີການວາງແຜນ-ຫ້າງຫາກະກຽມໄວ້ລ່ວງຫນ້າແລ້ວ, ມີທັງການປ້ອງກັນຜົນຮ້າຍທີ່ຈະເກີດຂຶ້ນແກ່ຕົນເອງດ້ວຍຫຼາຍຮູບແບບ, ມີວິທີແກ້ຕົວ ແລະ ມີວິທີປັດປ່າຍຄວາມຜິດໄປໃສ່ຜູ້ອື່ນຢ່າງຫນ້າຕາເສີຍ ໂດຍສັງຄົມຮັບເອົາບໍ່ໄດ້ ຖ້າວ່າ ບໍ່ສອບສວນ ຫຼື ຊອກຫາເນື້ອແທ້ ຂອງການກະທໍາຜິດຂອງບຸກຄົນເຫຼົ່ານັ້ນແມ່ນຍາກທີ່ຈະພົບເຫັນຄວາມຜິດຂອງພວກເຂົາກໍຂຶ້ນ.

ພາບປະກອບ

ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຮອງຫົວ ຫນ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງກ່າວໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ກວດກາພັກ-ລັດ ຄົບຮອບ 38 ປີ ໃນວັນທີ 18 ກຸມພາ 2020 ວ່າ:

ຜ່ານມາ, ອົງການກວດກາພັກ-ລັດ ໄດ້ເອົາໃຈໃສ່ຈັດຕັ້ງການ ໂຄສະນາເຜີຍແຜ່ຢ່າງແຂງແຮງ, ກວ້າງຂວາງໃຊ້ຫຼາຍຮູບການ, ຫຼາຍວິທີການໃຫ້ທຸກການຈັດຕັ້ງພັກ-ລັດ, ການຈັດຕັ້ງເສດຖະກິດ-ສັງຄົມ, ສະມາຊິກພັກ, ພະ ນັກງານ, ທະຫານ, ຕໍາຫຼວດ ແລະ ພົນລະເມືອງຮັບຮູ້ເຂົ້າໃຈຜົນຮ້າຍ ແລະ ໄພອັນຕະລາຍຂອງພະຍາດອາດຍາສິດ, ແນວຄິດເອກະຊົນ, ການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ເພື່ອປ້ອງກັນບໍ່ໃຫ້ເກີດຂຶ້ນ.

ແຕ່ເຖິງຢ່າງໃດກໍຕາມ, ຕະຫຼອດໄລຍະທີ່ຜ່ານມາ ອົງການກວດກາພັກ -ລັດ ແຕ່ລະຂັ້ນໄດ້ຕັ້ງຫນ້າປະຕິບັດສິດ, ຫນ້າທີ່ ຄວາມຮັບຜິດຊອບຢ່າງແຂງແຮງ ສາມາດຍາດໄດ້ຜົນງານຫຼາຍດ້ານໃນວຽກງານຕິດຕາມ, ກວດກາພັກ, ຕິດຕາມ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ອັນພົ້ນເດັ່ນໄດ້ຈັດຕັ້ງຄະນະກວດກາສະເພາະກິດ (ພິເສດ) ດໍາເນີນການກວດກາໂຄງການບໍ່ມີຕົວຕົນຢູ່ແຂວງອຸດົມໄຊ ແລະ ຫຼວງນ້ໍາທາ, ໂຄງການຈ່າຍງົບປະມານເກີນ ແລະ ຈ່າຍຊໍ້າຊ້ອນຢູ່ບັນດາກະຊວງ-ອົງການ ແລະ ບັນດາແຂວງນະຄອນຫຼວງ;

ພາບປະກອບ

ຜ່ານການກວດກາ ພົບເຫັນຜົນເສຍຫາຍ 857 ຕື້ກວ່າກີບ; ໃນນີ້, ເກັບກູ້ຄືນໃຫ້ລັດແລ້ວ 229 ຕື້ກວ່າກີບ, 12 ລ້ານກວ່າບາດ ແລະ 622.000 ກວ່າໂດລາ; ຕໍ່ກັບຜົນເສຍຫາຍດັ່ງກ່າວພົວພັນນໍາ ພະນັກງານຂອງລັດ ແລະ ຜູ້ປະກອບການທັງຫມົດ 228 ຄົນ, ຖືກປະຕິບັດວິໄນ ທັງຫມົດ 182 ຄົນ, ໃນນີ້, ຖືກດໍາເນີນຄະດີ 48 ຄົນ.

ຢ່າງໃດກໍຕາມ, ບັນຫາການສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ໃນສັງຄົມທຸກວັນນີ້ແມ່ນບັນຫາສໍາຄັນຂອງ ຊາດ ເພາະມັນເປັນບັນຫາລວມທີ່ພັກ-ລັດ ແລະ ພະນັກງານທຸກຂັ້ນ ຕ້ອງຮ່ວມໃຈກັນສະກັດກັ້ນ ແລະ ແກ້ໄຂບັນຫາເຫຼົ່ານີ້ໃຫ້ຫຼຸດຫນ້ອຍຖອຍລົງ; ຖ້າວ່າກວດສອບເຫັນພຶດຕິກໍາການສໍ້ລາດບັງຫຼວງ ຄວນໃຊ້

ມາດຕະການເດັດຂາດໃນການປັບໃຫມໃສ່ໂທດ ຫຼື ດໍາເນີນຄະດີຕາມລະບຽບກົດຫມາຍຕໍ່ຜູ້ລະເມີດ ເພື່ອບໍ່ ໃຫ້ບຸກຄົນອື່ນເອົາໄປເປັນແບບ ຢ່າງກະທໍາຜິດໃນຮູບແບບຕ່າງໆທີ່ເປັນການສໍ້ລາດບັງຫຼວງອີກ, ຖ້າບໍ່ມີການສໍ້ລາດບັງຫຼວງຂອງພະນັກງານລັດຢູ່ບັນດາກະຊວງ-ອົງການ, ບັນດາແຂວງ ເຊື່ອວ່າການຮົ່ວໄຫຼງົບ ປະມານຂອງລັດກໍຈະບໍ່ເກີດຂຶ້ນ.

ແຫຼ່ງຂໍ້ມູນ: ຂ່າວ ປກສ



InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.