Friday, July 18, 2025
Kbank Laos โอน รับ จ่าย

ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມກວດກາສູນກັນກັນຊົ່ວຄາວແຮງງານລາວທີ່ເດີນທາງມາຈາກຕ່າງປະເທດ


ເພື່ອຕິດຕາມການເຝົ້າລະວັງ ແລະ ໂຕ້ຕອບການລະບາດຂອງພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ບໍ່ໃຫ້ມີການແຜ່ລະບາດພາຍໃນແຂວງສະຫວັນນະເຂດ ດັ່ງນັ້ນໃນວັນທີ 23 ມີນາ 2020 ນີ້

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ,ທ່ານ ດຣ ບົງສຸວັນ ພັນທະວົງສາ ຫົວໜ້າພະແນກສາທາລະນະສຸກແຂວງ,ພ້ອມດ້ວຍຫົວໜ້າພະແນກການຕ່າງໆຂອງແຂວງ ໄດ້ລົງເຄື່ອນໄຫວຕິດຕາມກວດກາແຮງງານລາວທີ່ເດີນທາງກັບຄືນປະເທດທີ່ດ່ານສາກົນຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ ແລະ ລົງກວດກາເບິ່ງສູນກັກກັນຊົ່ວຄາວເພື່ອຮອງຮັບບຸກຄົນທີ່ມີຄວາມສ່ຽງດັ່ງກ່າວ ທີ່ນະຄອນໄກສອນ ພົມວິຫານ

ຊຶ່ງປະກອບມີ 2 ສູນຄື:

ສູນກັກກັນຊົ່ວຄາວມັດທະຍົມຕົ້ນຍາງສູງ,ສູນຫ້ອງການບ້ານສົ້ມປ່ອຍມີຈຳນວນຜູ້ທີ່ຖືກກັກກັນທັງໝົດ 21 ຄົນ,ຍິງ 8 ຄົນ ສຳລັບເມືອງໄຊພູທອງແມ່ນໄດ້ກຳນົດເອົາບ້ານທີ່ມີສຸກສາລາປະຈຳບ້ານເປັນບ່ອນກຳນົດສູນກັກກັນຊົ່ວຄາວຊຶ່ງປະກອບມີ 8 ສູນຄື:ໂຮງຮຽນໄຊພູທອງ,ໂຮງຮຽນນາຄຳ,ໂຮງຮຽນຫົວຫາດ,ໂຮງຮຽນທ່າໂພ,ໂຮງຮຽນເຮືອນຫີນ,ໂຮງຮຽນພູມມະເຈດີ,ໂຮງຮຽນມ່ວງໄຂ່,ໂຮງຮຽນນ້ຳພຸ,ໂຮງຮຽນບຸ່ງນາດີ ແລະ ໂຮງ ຮຽນນາໂມງເຊິ່ງລວມມີຜູ້ຖືກກັກກັນທັງໝົດ 446 ຄົນ,ຍິງ 248 ຄົນ.

ສຳລັບບຸກຄົນທີ່ຖືກກັກກັນໃນຄັ້ງນີ້ ແມ່ນຈະໄດ້ມີການຕິດຕາມກວດກາດ້ານສຸຂະພາບຢ່າງໃກ້ຊິດຈາກພະນັກ ງານແພດໝໍປະຈຳສູນຈົນກວ່າຈະເຖິງກຳນົດ 14 ວັນຖ້າຫາກວ່າບໍ່ພົບກໍລະນີສົງໃສ ຫຼື ເປັນໄຂ້ທາງສູນແມ່ນຈະອະນຸຍາດໃຫ້ບຸກຄົນດັ່ງກ່າວກັບຄືນບ້ານເຮືອນຂອງຕົນເອງໄດ້.

ໂອກາດລົງເຄື່ອນໄຫວຕິດຕາມກວດກາແຮງງານລາວທີ່ເດີນທາງກັບຄືນປະເທດທີ່ດ່ານສາກົນຂົວມິດຕະພາບ 2 ແລະ ສູນກັກກັນຊົ່ວຄາວຄັ້ງນີ້ ທ່ານເຈົ້າແຂວງກໍ່ໄດ້ເນັ້ນໜັກໃຫ້ເຈົ້າໜ້າທີ່ຂອງດ່ານສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ.

ໃນການຈັດສັນລົດໂດຍສານເພື່ອຂົນສົ່ງແຮງງານລາວທີ່ມາຈາກປະເທດໄທ ນຳສົ່ງໄປຍັງສູນກັກກັນຊົ່ວຄາວຂອງແຕ່ລະເມືອງຕາມຄວາມເໝາະສົມ ແລະ ຍັງໄດ້ເນັ້ນໃຫ້ການນຳຂອງເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງຕ້ອງໄດ້ເອົາໃຈໃສ່ ໂຄສະນາສຸຂະສຶກສາໃຫ້ປະຊາຊົນມີຄວາມຕື່ນຕົວເປັນເຈົ້າຕົນເອງໃນການເຝົ້າລະ ວັງ,ຮ່ວມກັນສືບຕໍ່ແກ້ໄຂທາງດ້ານຂໍ້ຫຍຸ້ງຍາກເປັນຕົ້ນແມ່ນອຸປະກອນການແພດ,ເຄື່ອງມືຮັບໃຊ້ຕ່າງໆໂດຍການແບ່ງໃຊ້ງົບປະມານຂອງທ້ອງຖິ່ນ ພ້ອມທັງປຸກລະດົມການຊ່ວຍເຫຼືອຈາກສັງຄົມ ແລະ ເອົາໃຈໃສ່ສືບຕໍ່ກຽມຮອງຮັບຕື່ມອີກ ເນື່ອງຈາກວ່າໄລຍະນີ້ຍັງມີຜູ້ເດີນທາງກັບຄືນປະເທດຢູ່ເລື້ອຍໆ.

ສໍາລັບແຮງງານລາວທີ່ເດີນທາງກັບຄືນປະເທດ ຜ່ານດ່ານສາກົນຂົວມິດຕະພາບ 2 ໃນຄັ້ງວັນທີ 23 ມີນາ 2020 ນີ້ ຈາກໂຕເລກລ່າສຸດແມ່ນ 4.000 ກວ່າຄົນ ໃນນີ້ມີຄົນຕ່າງແຂວງ 400 ກວ່າຄົນ.

ແຫຼ່ງຂໍ້ມູນ: ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.