ກະຊວງການຕ່າງປະເທດ ແຈ້ງໂຈະຊົ່ວຄາວ ການຮັບຄໍາຮ້ອງຂໍໜັງສືຜ່ານແດນທໍາມະດາ

ແຈ້ງການເຖິງ: ພໍ່ແມ່ປະຊາຊົນບັນດາເຜົ່າ, ນັກທຸລະກິດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ບັນດາອົງການຈັດຕັ້ງຕ່າງໆໃນຂອບເຂດທົ່ວປະເທດ.

ເລື່ອງ: ໂຈະຊົ່ວຄາວການຮັບຄໍາຮ້ອງຂໍຫນັງສືຜ່ານແດນທໍາມະດາ.

ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ:

ເນື່ອງຈາກປັດຈຸບັນການແຜ່ ລະບາດຂອງເຊື້ອໄວຣັດ Covid-19 ໃນຫຼາຍປະເທດໄດ້ຂະຫຍາຍເປັນວົງກວ້າງ, ສືບຕໍ່ມີກໍລະນີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນສູງໃນແຕ່ລະວັນ, ເຖິງວ່າປັດຈຸບັນຢູ່ ສປປ ລາວ ບໍ່ມີກໍລະນີຜູ້ຕິດເຊື້ອ Covid-19 ກໍ່ຕາມ ແຕ່ກໍ່ຖືວ່າຍັງມີຄວາມສ່ຽງສູງ.

ສະນັ້ນ, ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດການ ຕິດເຊື້ອ ແລະ ແຜ່ລະບາດຂອງເຊື້ອໄວຣັດ Covid-19, ກະຊວງການຕ່າງປະເທດ ຈຶ່ງຈະໂຈະຊົ່ວຄາວການຮັບຄໍາ ຮ້ອງຂໍຫນັງສືຜ່ານແດນທໍາມະດາ (Ordinary Passport) ແຕ່ວັນທີ 30 ມີນາ 2020 ເຖິງ 20 ເມສາ 2020 ຢູ່ ກົມກົງສູນ ແລະ ຢູ່ 06 ສູນຮັບຄໍາຮ້ອງຂໍຫນັງສືຜ່ານແດນຢູ່ຕ່າງແຂວງ ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ).

ສໍາລັບກໍລະນີສຸກເສີນເຊັ່ນ: ການເຈັບປ່ວຍຫນັກ ແມ່ນຈະໄດ້ຮັບການພິຈາລະນາ ເປັນແຕ່ລະກໍລະນີ.

ສໍາລັບການໂຈະຊົ່ວຄາວການຮັບຄໍາຮ້ອງຂໍຫນັງສືຜ່ານແດນທໍາມະດາ ຈະເລີ່ມຈັດຕັ້ງປະຕິບັດຕາມກໍານົດ ການຂ້າງເທິງ ຈົນກວ່າຈະມີແຈ້ງການສະບັບອື່ນປ່ຽນແທນ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານເພື່ອຮັບຊາບຕາມທາງຄວນດ້ວຍ.


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...