ມາຮອດແລ້ວ! ແຈັກມາ ຊ່ວຍເຫຼືອນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ແກ່ລາວ 20 ພັນກວ່າຊຸດ

ແຈັກມາ

ຈາກກ່ອນໜ້ານີ້ ແຈັກມາ ມະຫາເສດຖີຊາວຈີນໄດ້ອອກມາປະກາດກ່ຽວກັບການຈະມອບເຄື່ອງຊ່ວຍເຫຼືອ, ອຸປະກອນການແພດຕ່າງໆ ໃຫ້ແກ່ ສປປ ລາວ ແລະລ່າສຸດ ວັນທີ 30 ມີນາ 2020 ແຈັກມາເຮັດຕາມສັນຍາ ແລະ ມາໄວທັນໃຈ ສົ່ງນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 20.064 ຊຸດ ມູນຄ່າ 129.011 ໂດລາສະຫະລັດ ມາຮອດລາວແລ້ວ.

ເຊິ່ງໃນວັນທີ 30 ມີນາ 2020 ທີ່ສາງພະລາທິການການແພດ ເຂດດົງໂພສີ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກ ສປຈີນ ໃຫ້ແກ່ ສປປ ລາວ ໂດຍຕາງໜ້າຮັບຝ່າຍລາວແມ່ນ ທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຕາງໜ້າມອບຝ່າຍ ສປ ຈີນ ໂດຍທ່ານ ວາງຊີຮຸ່ຍ ທູດທີ່ປຶກສາເສດຖະກິດ-ການຄ້າ ສປ ຈີນ ປະຈໍາລາວ, ມີບັນດາຕາງໜ້າຈາກກະຊວງ, ພະແນກການກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນມີທັງຂອງລັດຖະບານຈີນ ເປັນຕົ້ນແມ່ນ ໜ້າກາກອະນາໄມທົ່ວໄປ ຈໍານວນ 400.000 ອັນ ມູນຄ່າ 196.000 ໂດລາສະຫະລັດ; ໜ້າກາກອະນາໄມ N95 ຈໍານວນ 5.000 ອັນ ມູນຄ່າ 147.500ໂດລາສະຫະລັດ; ເສື່ອຊຸດປ້ອງກັນຕົນເອງ ຈໍານວນ 5.000 ອັນ ມູນຄ່າ 108.950 ໂດລາສະຫະລັດ.

ສ່ວນເຄື່ອງຊ່ວຍເຫຼືອຈາກມູນນິທິແຈັກມາ ມີນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 20.064 ຊຸດ ມູນຄ່າ 129.011ໂດລາສະຫະລັດ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...