ແພດກອງທັບລາວ ຮຽນຮູ້ວິທີການປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19 ຈາກຜູ້ຊ່ຽວຊານກອງທັບປະຊາຊົນຫວຽດນາມ

ບັນດາພະນັກງານວິຊາການ ສະເພາະກິດຕ້ານພະຍາດໄວ ຣັດອັກ ເສບປອດສາຍພັນໃໝ່ COVID-19 ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຈັດຕັ້ງບັ້ນຝຶກອົບຮົມກ່ຽວກັບຫລັກການປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19 ຂຶ້ນ

ໂດຍການເຂົ້າຂອງ ທ່ານ ພັທ ດຣ ໂພສະເດັດ ເສນາມຸນຕີ ຫົວໜ້າການທະຫານ, ມີບັນຄະນະພັກ-ຄະນະບັນຊາ, ພະນັກງານວິຊາການ, ຈຸທີມງານສະເພາະກິດຕ້ານພະຍາດໂຄວິດ ເຂົ້າຮ່ວມ.

ທ່ານ ພັນເອກ ດຣ. ຮາເຖເຕິນ ຜູ້ຊ່ຽວຊານດ້ານລະບາດວິທະຍາ ກອງທັບປະຊາຊົນຫວຽດນາມ (ວິທະຍາກອນ) ໄດ້ສະເໜີໃຫ້ຄວາມຮູ້ກ່ຽວກັບສະພາບການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ COVID-19 ທີ່ແຜ່ລະບາດໄປທົ່ວໂລກໃນໄລຍະ 4 ເດືອນຜ່ານມາ

ໂດຍສະເພາະໃນຂົງເຂດປະເທດອາຊີ ເຮັດໃຫ້ມີຜູ້ຄົນຈໍານວນຫລາຍເຈັບປ່ວຍ ແລະ ເສຍຊີວິດເປັນຈໍານວນຫລາຍ;

ພ້ອມນັ້ນ ໄດ້ສະເໜີໃຫ້ຄວາມຮູ້ປະສົບການບົດຮຽນການປ້ອງກັນ, ການກະກຽມຄວາມພ້ອມທາງດ້ານວິຊາການ, ພາຫະ ນະເຕັກນິກ, ເຄື່ອງມື, ວັດຖຸອຸປະກອນ ແລະ ນໍ້າຢາຂ້າເຊື້ອທີ່ຈໍາເປັນ, ລວມທັງຫລັກການນໍາໃຊ້ຊຸດເຄື່ອງປ້ອງກັນ, ການປະສົມຢາເຄມີຂ້າເຊື້ອ, ຫລັກການພົ່ນຢາທີ່ຖືກຕ້ອງ, ຫລັກການທໍາລາຍສິ່ງເສດເຫລືອໃນເວລາປະຕິບັດການຂອງວິຊາການຕ້ານພະຍາດໂຄວິດ-19.

ຜູ້ຊ່ຽວຊານດ້ານລະບາດວິທະຍາ ກອງທັບປະຊາຊົນຫວຽດນາມ ຍັງໄດ້ເນັ້ນໜັກຫລັກການກັກກັນຕົນເອງ, ວິທີປ້ອງກັນຕົນເອງ-ຄອບຄົວ, ຊຸມຊົນ ເປັນຕົ້ນ ແມ່ນເວລາຢູ່ເຮຶອນ, ຫ້ອງການໃຫ້ໄຂປະຕູ, ປ່ອງຢ້ຽມເພື່ອໃຫ້ອາກາດລ່ວງລະບາຍເຊື້ອພະຍາດອອກສູ່ແດດພາຍນອກພະຍາດຈະຕາຍ, ໝັ່ນຕາກເຄື່ອງນຸ່ງ-ເຄຶື່ອງນອນ, ເກີບ, ໝັ່ນລ້າງມືດ້ວຍເຈວປະສົມເຫລົ້າ 70-90 ອົງສາ,

ເນັ້ນລ້າງດ້ວຍສະບູຈະໄດ້ຮັບຜົນດີກວ່າ, ຫລີກເວັ້ນການເປີດແອ ເພາະອຸນຫະພູມຕໍ່າຈະກາຍເປັນບ່ອນບົ່ມຊ້ອນພະຍາດໂຄວິດໄດ້ດົນ ແລະ ສາມາດຕິດແປດໄດ້ງ່າຍ.

ແຫຼ່ງຂໍ້ມູນ: ໂດຍ. ອ້ອຍພັນ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...