ຄະນະສະເພາະກິດ! ຍັງເປັນຫ່ວງສະຖານະການ ຍ້ອນບາງກຸ່ມຄົນຍັງລະເລີຍມາດຕະການຈຳກັດບໍລິເວນ

ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະຊາຊົນ ເປັນທີ່ສຸດ, ການວາງມາດຕະການຫຼາຍໆຢ່າງ ແມ່ນເພື່ອຫຼຸດຜ່ອນ ແລະ ຢັບຢັ້ງການລະບາດແຜ່ລາມຂອງພະຍາດ, ແຕ່ວ່າໃນບາງເຂດ, ບາງພາກສ່ວນ ແລະ ບາງຄົນຍັງຖືເບົາ ບໍ່ເຫັນຄວາມສໍາຄັນ ໃນການຈັດຕັ້ງປະຕິບັດ ໂດຍສະເພາະການຈໍາກັດບໍລິເວນ ເມື່ອເປັນຜູ້ສໍາຜັດໃກ້ຊິດຜູ້ຕິດເຊື້ອ ຫຼື ເດີນທາງມາແຕ່ເຂດລະ ບາດ ມັນເຮັດໃຫ້ສະພາບການລະບາດແມ່ນມີການຂະຫຍາຍອອກ.

ຕົວຢ່າງຈາກກໍລະນີ ຜູ້ຕິດເຊື້ອລາຍ 19: “ແມ່ນກໍບໍລິເວນຕົນເອງບໍ່ເຂັ້ມງວດ! ຮອດມື້ທີ 12-13 ແມ່ນຍັງອອກໄປຊຸມແຊວກັບໝູ່“.

ບໍ່ຢາກໃຫ້ເຫດກໍລະນີແບບນີ້ເກີດຂຶ້ນອີກ.

ຮຽກຮ້ອງໃຫ້ບັນດາທ່ານ ທີ່ສຳຜັດກັບຄົນທີ່ຕິດເຊື້ອ ຕ້ອງຈຳກັດຕົນເອງຈົນຮອດ 14 ວັນ, ຖ້າມີອາການເລັກນ້ອຍ ໃຫ້ມາກວດຢູ່ໂຮງໝໍ (ບໍລິການຟຣີສຳລັບທຸກຄົນ).

ຄະນະສະເພາະກິດ ຈະຂະຫຍາຍວົງກວ້າງ ໂດຍສະເພາະແຮງງານທີ່ກັບມາຈາກຕ່າງປະເທດ ແນະນຳໃຫ້ຜູ້ມີອາການໄຂ້ ຫຼືເຈັບຄໍເລັກນ້ອຍແມ່ນໃຫ້ໄປກວດ ຫຼືໂທປຶກສາຫາລື ທີ່ເບີ: 165 ຫຼື 166.

ອາທິດທີ່ຈະມາເຖິງນີ້ ແມ່ນເປັນບຸນປີໃຫມ່ລາວ ແມ່ນຢາກຮຽກຮ້ອງໃຫ້ທຸກໆຄົນ ເອົາໃຈໃສ່ຮ່ວມທີ່ສຸດ ໃນການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 06/ ນຍ ທີ່ໄດ້ເນັ້ນໜັກຈໍາກັດການເດີນທາງ, ຈໍາກັດການອອກເຮືອນ ຖ້າບໍ່ຄວາມຈໍາເປັນແທ້, ໃຫ້ມີການຮັກສາໄລຍະຫ່າງ, ຫຼີກລ້ຽງງານຊຸມແຊວເປັນກຸ່ມ, ການປະກອບວຽກງານທາງສາດສະຫນາກໍ່ຄວນປະຕິບັດແບບບໍ່ການລວມກຸ່ມໃຫ່ຍ.

ຈາກການລາຍງານຂອງທ່ານ ດຣ.ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະແຫ່ງຊາດ ໃນລາຍການສົດໂທລະພາບລາວ ຊ່ອງ 1 ຕອນບ່າຍ ວັນທີ່ 12 ເມສາ 2020.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...