
ມື້ນີ້, ທີ່ສະໜາມບິນສາກົນວັດໄຕ ໄດ້ມີພິທີສົ່ງຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການ ຈາກ ສປ ຈີນ ຈຳນວນ 12 ທ່ານ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫລັງທີ່ໄດ້ເດີນທາງມາປະຕິບັດໜ້າທີ່ ໃຫ້ການຊ່ວຍເຫລືອວຽກງານການຕ້ານ ແລະ ສະກັດກັ້ນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢູ່ ສປປ ລາວ, ແຕ່ວັນທີ 29 ມີນາ ເຖິງ 10 ເມສາ 2020.
ເປັນກຽດເຂົ້າຮ່ວມຂອງ ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ມີຄະນະຜູ້ແທນຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາວ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ ທ່ານ ຮສ.ດຣ ບຸນກອງ ສີຫາວົງ ໄດ້ຕາງໜ້າລັດຖະບານ, ພະນັກງານແພດໝໍ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງ ພັກ ແລະ ລັດຖະ ບານ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ.
ຕະຫລອດໄລຍະຜ່ານມາ ໂດຍສະເພາະການສົ່ງຄະນະຊ່ຽວຊານການແພດ ແລະ ບັນດາອຸປະກອນຈຳເປັນຕ່າງໆທາງການແພດ ໂດຍມີມູນຄ່າມະຫາສານ ມາຊ່ວຍເຫລືອແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19) ທີ່ກຳລັງແຜ່ລະບາດຢູ່ສປປລາວແລະໃນທົ່ວໂລກ.
ຕະຫລອດໄລຍະ 11 ວັນ ຜ່ານມາ, ຄະນະຊ່ຽວຊານການແພດ ຈາກ ສປ ຈີນ ໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ທັງຢູ່ຂັ້ນສູນກາງ ແລະ ບັນດາແຂວງ ທັງພາກເໜືອ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະ ມາດຕະຖານໃນການປ້ອງກັນພະຍາດ Covid-19

ເປັນຕົ້ນແມ່ນ ໄດ້ຈັດຝຶກອົບຮົມ, ຖ່າຍທອດບົດຮຽນ ແລະ ປະສົບການຕົວຈິງ, ທັງໃຫ້ຄຳປຶກສາ ແລະ ແນະນຳ, ປັບປຸງແບບແຜນວິທີເຮັດວຽກ, ຄຸ້ມຄອງກໍລະນີຜູ້ຖືກສົງໄສ, ການຮັກສາອະນາໄມສິ່ງແວດລ້ອມ, ອາຄານສະຖານທີ່, ວິທີການກວດກາຊອກຫາເຊື້ອຈຸລະໂລກ Covid-19 ແລະ ການປິ່ນປົວພະຍາດ ດ້ວຍການນໍາໃຊ້ຢາຫລວງ-ຢາພື້ນເມືອງ ລວມມີ 17 ປຶ້ມຄູ່ມື ເພື່ອໃຫ້ແພດຝ່າຍລາວ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ນອກນີ້, ຄະນະຊ່ຽວຊານການແພດ ຍັງໄດ້ລົງໄປຢ້ຽມຢາມ, ກວດກາຄວາມພ້ອມ ແລະ ການໃຫ້ບໍລິການປິ່ນປົວຄົນເຈັບ ທີ່ເປັນພະຍາດ Covid-19 ຢູ່ບັນດາໂຮງໝໍສູນກາງ ເຊັ່ນ: ໂຮງໝໍມິດຕະ ພາບ, ໂຮງໝໍເສດຖາທິລາດ, ໂຮງໝໍ 103 ແລະ ສູນຈຳກັດບໍລິເວນຫລາຍແຫ່ງ ຢູ່ນະຄອນຫລວງວຽງຈັນ ພ້ອມທັງໃຫ້ຄຳປຶກສາ ແນະນຳຕ່າງໆໃນການຮັບມືແລະຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດນີ້ໃນວົງກວ້າງ.
ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ອວຍພອນໃຫ້ຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການຈາກ ສປ ຈີນ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ, ອວຍພອນໃຫ້ສາຍພົວພັນມິດຕະພາບ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ຈະເລີນງອກງາມ ແລະ ທະວີຄູນຂຶ້ນໄປເລື້ອຍໆ ແລະ ສາມາດເອົາຊະນະກັບພະຍາດ Covid-19 ນີ້ ຢ່າງມີໄຊ.
ແຫຼ່ງຂໍ້ມູນ: Lao people’s Army News