ບຣາເດີແນະນຳວິທີການເລືອກໃຊ້ນ້ຳມຶກແທ້ ແລະ ຜົງມຶກແທ້

ບໍລິສັດ ບຣາເດີ ສົ່ງເສີມໃຫ້ຜູ້ບໍລິໂພກໃຊ້ນ້ຳມຶກແທ້ ແລະ ຜົງມຶກແທ້ ເພາະການໃຊ້ມຶກແທ້ ເຮັດໃຫ້ງານພິມມີຄຸນນະພາບ, ເຮັດໃຫ້ສິ່ງພິມທຸກຢ່າງ ມີຄວາມຄົມຊັດ ອ່ານງ່າຍ ສວຍງາມ, ໝັ້ນໃຈໃນເຄື່ອງປີ້ນເຕີ້ບໍ່ເພເສຍຫາຍ, ປະກັນໄພບໍ່ຂາດກ່ອນກຳນົດ, ປະຫຍັດເງິນແລະເວລາ  ແລະ ປອດໄພບໍ່ມີສານເຄມີອັນຕະລາຍບໍ່ເປັນອັນຕະລາຍຕໍ່ສຸຂະພາບ 

ເພາະນໍ້າມຶກບຣາເດີ ມີມາດຕະຖານຮັບຮອງຄວາມປອດໄພກ່ຽວກັບ MSDS ໝັ້ນໃຈ ປອດໄພ ບໍ່ມີສານເຄມີອັນຕະລາຍ MSDS (Material Safety Data Sheet) ໝາຍເຖິງເອກະສານທີ່ສະແດງຂໍ້ມູນຂອງສານເຄມີທີ່ກ່ຽວຂ້ອງກັບຄວາມປອດໄພຂອງສານ 

ນອກຈາກນີ້ ຈະມີຜົນກະທົບຕາມມາຈາກການໃຊ້ນໍ້າມຶກ ແລະ ຜົງມຶກ (ໂທນເນີ) ທຽມ ຄື ງານພິມມີຮອຍເປື້ອນຈາກມຶກທີ່ບໍ່ໄດ້ມາດຕະຖານ ເຈ້ຍບໍ່ລຽບ ແລະ ເຮັດໃຫ້ອຸດຕັນ, ງານພິມຈືດຈາງ, ເຮັດໃຫ້ຜະລິດຕະພັນເຄື່ອງພິມໄດ້ຮັບຄວາມເສຍຫາຍ ແລະ ເຮັດໃຫ້ການຮັບປະກັນເປັນໂມຄະ ດັ່ງນັ້ນ ບຣາເດີ ຈຶ່ງໄດ້ແນະນຳວີທີສັງເກດວ່າມຶກແທ້ມັນເປັນດັ່ງນີ້ ຄືໂດຍການອຽງປ້າຍເຄື່ອງໝາຍເຂົ້າກັບແສງສະຫວ່າງ ເພື່ອເບິ່ງວ່າເປັນໂຮໂລແກຣມບຣາເດີຂອງແທ້ ໂດຍການອຽງໄປດ້ານຫຼັງ, ອຽງໄປດ້ານຫຼັງ, ອຽງໄປທາງຂວາ ແລະ ອຽງໄປທາງຊ້າຍ

ຫຼືສາມາດເບິ່ງຂໍ້ມູນເພິ່ມຕື່ມກ່ຽວກັບວັດຖຸການພິມແທ້ຈາກບຣາເດີ ໄດ້ທີ່

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...