ເປີດເສັ້ນທາງ! ຂອງຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ ທັງ 2 ຄົນ

ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດໃຫ້ຮູ່ວ່າ: ສປປ ລາວ ມີກໍລະນີຜູ້ຕິດເຊື້ອໃໝ່ 2 ຄົນ ເຊິ່ງເຂົ້າມາຈາກໄທ

ສຳລັບຜູ້ຕິດເຊື້ອຄົນທີ 1 ( ກໍລະນິທີ 42 ) ເປັນເພດຍິງ ອາຍຸ 33 ປີ ສັນຊາດລາວ ອາຊີບກໍາມະກອນ ເຊິ່ງຜູ້ກ່ຽວໄປເຮັດວຽດກັບຄອບຄົວຢູ່ໄທ ໃນເດືອນກໍລະກົດ ຫຼັງຈາກການລະບາດຂອງໂຄວິດ-19 ຢູ່ປະເທດໄທເຮັດໃຫ້ຫຼາຍກິດຈະກຳປິດລົງ ຜູ້ກ່ຽວເລີຍໄດ້ເດີນທາງກັບມາລາວ ໃນວັນທີ 18 ມັງກອນ 2021 ໄດ້ເດີນທາງຈາກບາງກອກ ຜ່ານ ແຂວງສີສະເກດ ແລະ ໄດ້ເດີນທາງຕໍ່ຜ່ານ ແຂວງອຸບົນລາດສະທານີ ປະເທດໄທ ຮອດວັນທີ 19 ມັງກອນ 2021 ໄດ້ເໝົາລົດຕູ້ໄປ ໂດຍຜ່ານດ່ານຊ່ອງເມັກ ແຂວງຈໍາປາສັກ ເຊິ່ງຜູ້ຂີ່ລົດຕູ້ມານຳກັນ ມີທັງໝົດ 8 ຄົນ ຜູ້ກ່ຽວແມ່ນໄດ້ກັກໂຕຢູ່ສູນຫຼັກ 21 ເມືອງປະທຸມພອນ ແຂວງຈໍາປາສັກ ແລະ ໄດ້ກວດພົບເຊື້ອໃນວັນທີ 20 ມັງກອນ 2021 ຫຼັງຈາກພົບເຊື້ອ ໃນວັນທີ 21 ມັງກອນ 2021 ກໍໄດ້ແຍກຜູ້ກ່ຽວໄປຮັກສາຕໍ່ຢູ່ໂຮງໝໍ ສໍາລັບຜູ້ສຳພັດໃກ້ຊິດມີທັງໝົດ 40 ຄົນເຊິ່ງຜົນກວດທັງໝົດແມ່ນບໍ່ຕິດເຊື້ອ

ສຳລັບຜູ້ຕິດເຊື້ອຄົນທີ 2 ( ກໍລະນີ 43 ) ເປັນເພດຊາຍ ອາຍຸ 29 ປີ ສັນຊາດຈີນ ຜູ້ກ່ຽວໄດ້ເດີນທາງມາຈາກເມືອງແມ່ຊາຍ ແຂວງຊຽງລາຍ ປະທດໄທ ໃນວັນທີ 18 ມັງກອນ 2021 ( ໂດຍບໍ່ຜ່ານດ່ານທາງການ ) ຜູ້ກ່ຽວໄດ້ຂີ່ເຮືອແມ່ນໍ້າຂອງ ຜ່ານເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ຫຼັງຈາກນັ້ນໄດ້ມາພັກຢູ່ໂຮງແຮມ ສີສວນ ໜຶ່ງຄືນ, ຫຼັງຈາກນັ້ນຜູ້ກ່ຽວກໍໄດ້ເໝົາລົດເດີນທາງໄປທີ່ ແຂວງຫຼວງນໍ້າທາ ແລະ ໄດ້ເຂົ້າພັກທີ່ ເຮືອນພັກກົງເອີ, ໃນວັນທີ 19 ມັງກອນ 2021 ທາງເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ກໍໄດ້ເກັບຕົວຢ່າງມາກວດ ເຖິງສອງຄັ້ງແຕ່ກໍບໍ່ຊັດເຈນ ເລີຍໄດ້ສົ່ງໄປກວດຢູ່ນະຄອນຫຼວງວຽງຈັນ ໃນວັນທີ 21 ມັງກອນ 2021 ກໍພົບວ່າຕິດເຊື້ອ ປັດຈຸບັນກໍໄດ້ນໍາຜູ້ກ່ຽວໄປຮັກສາຢູ່ໂຮງໝໍຕໍ່ແລ້ວ

ເຊິ່ງສຳລັບຜູ້ກັກໂຕຢູ່ຫຼັກ 21 ເມືອງປະທຸມພອນ ແຂວງ ຈໍາປາສັກ ແມ່ນຈະໄດ້ສືບຕໍ່ກັກໂຕອີກຕັ້ງແຕ່ວັນທີ 22 ມັງກອນ 2021 ຈົນຄົບ 14 ວັນ, ສິ່ງທີ່ຕ້ອງເອົາໃຈໃສ່ແມ່ນ ການກວດກາລາດຕະເວນຕາມຊາຍແດນແມ່ນ ບໍ່ໃຫ້ຄົນຂ້າມມາແບບຜິດກົດໝາຍ, ບັນດາຜູ້ທີ່ນໍາພາລັກລອບຄົນເຂົ້າມາແບບຜິດກົດໝາຍ ແລະ ສືບຕໍ່ຫຄົ້ນຫາຜູ້ຕິດພັບກັບຜູ້ກ່ຽວທັງ 2 ກໍລະນິຕື່ມອີກ

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,