Friday, July 11, 2025
Kbank Laos โอน รับ จ่าย

ປິດຖະໜົນ, ປ່ຽນເວລາຮຽນ ແລະ ໂຈະການຮຽນການສອນຊົ່ວຄາວ ໃນໄລຍະກອງປະຊຸມໃຫ່ຍຄັ້ງທີ່ 11

ປິດຖະໜົນໄກສອນ ແລະ ເສັ້ນທາງອ້ອມຮອບຫໍປະຊຸມແຫ່ງຊາດ ກະກຽມກອງປະຊຸມກອງປະຊຸມໃຫຍ່ຄັ້ງ 11 ,ຂະນະທີ່ໂຮງຮຽນໃນບໍລິເວນດັ່ງກ່າວແມ່ນປ່ຽນເວລາຮຽນ ແລະ ພັກຊົ່ວຄາວ

ອີງຕາມການລາຍງານຂອງພະແນກຈະລາຈອນ ນະຄອນຫລວງວຽງຈັນ ໄດ້ແຈ້ງມາຍັງຜູ້ໃຊ້ລົດໃຊ້ຖະໜົນໃຫ້ຊາບວ່າ: ໃນວັນທີ 13-15 ມັງກອນ 2021 ຈະປິດການສັນຈອນຖະໜົນໄກສອນພົມວິຫານ ແລະ ເສັ້ນທາງອ້ອມຮອບຫໍປະຊຸມແຫ່ງຊາດຫລັກ 6 ຊົ່ວຄາວ, ເພື່ອຄວາມສະດວກໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງ 11 ຂອງ ໃນລະຫວ່າງວັນທີ 13-15 ມັງກອນ 2021 ທີ່ຈະມາຮອດນີ້

ໃນຂະນະທີ່, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແຈ້ງໃຫ້ບາງໂຮງຮຽນໃນເມືອງ ຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງ ໄຊທານີ ໃຫ້ປ່ຽນເວລາຮຽນຊົ່ວຄາວ 3 ວັນ. ແຕ່ວັນທີ 13-15 ມັງກອນ 2021 ຕອນເຊົ້າໃຫ້ເລີ່ມຮຽນເວລາ 9:00 ໂມງ, ຕອນແລງເລີກຮຽນເວລາ: 15:00 ໂມງ ແລະ ສໍາລັບໂຮງຮຽນທີ່ຢູ່ໃນຂອບເຂດລຽບເສັ້ນທາງໄກສອນ ພົມວິຫານ ແຕ່ວົງວຽນດອນໜູນ ຫາຫໍຄໍາແມ່ນໃຫ້ຄູອາຈານເອົາວຽກບ້ານ, ບົດຝຶກຫັດຕ່າງໆໃຫ້ນັກຮຽນຄົ້ນຄວ້າຢູ່ບ້ານໃນໄລຍະ 3 ວັນ. ແຕ່ວັນທີ 13-15 ມັງກອນ 2021 ຄື:

  • ເມືອງ ຈັນທະບຸລີ: ໂຮງຮຽນ ມ.ສ ວຽງຈັນ, ມ.ສ ສິນໄຊ ແລະ ອະນຸບານດາລາ
  • ເມືອງ ໄຊເສດຖາ: ໂຮງຮຽນ ມ.ສ ໜອງບອນ, ມ.ສ ຈັນສະຫວັນ, ມ.ສ ລາວ-ຫວຽດນາມ, ປະຖົມລາດຊະວົງ, ປະຖົມ ໂພນພະເນົາ, ມ.ຕ ເສກກະສັດ 2
  • ເມືອງ ໄຊທານີ: ໂຮງຮຽນ ມ.ສ ດອນໜູນ, ມ.ສ ວັນໃໝ່, ມ.ສ ມາລິນີ, ມ.ສ SOS, ປະຖົມໄຊສົມພອນ, ປະຖົມ ສິດທິສອນ, ປະຖົມ ຣິດຝິວ, ປະຖົມ ອ໋ອດສະກ້າ, ປະຖົມ ໂລໂກ້ສີຄໍາ

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.