Friday, March 21, 2025

ຊີວິດປົກກະຕິໃນຮູບແບບໃໝ່ ຂອງແຂວງບໍ່ແກ້ວ ແມ່ນແນວໃດ ?

ຫຼາຍມື້ທີ່ຜ່ານມານີ້, ຄະນະສະເພາະກິດ ແຂວງບໍ່ແກ້ວ ໄດ້ອອກປະກາດຄຳແນະນຳການໃຊ້ຊີວິດແບບໃໝ່ ຫຼື ເອີ້ນເປັນອັງກິດວ່າ “ນິວນໍມອນໄລ້ຟ໌” (New Normal Life) ຄວບຄູ່ໄປກັບເພີ່ມການປ້ອງກັນພະຍາດໂຄວິດ-19 ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພາຍໃນແຂວງບໍ່ແກ້ວ

ຊີວິດປົກກະຕິໃນຮູບແບບໃໝ່ນີ້ ບໍ່ແມ່ນຄຳແນະນຳຊື່ໆ ແຕ່ມີຂໍ້ກຳໜົດໃຫ້ຕ້ອງເຮັດຕາມຢ່າງມີວິໄນ ເຄັ່ງຄັດ ທັ້ງກັບປະຊາຊົນ ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນແຂວງບໍ່ແກ້ວ ໂດຍມີມາດຕະການຕໍ່ຜູ້ລະເມີດພ້ອມ

ດ້ວຍເຫດນີ້ ເຮັດໃຫ້ຄົນຢູ່ບໍ່ແກ້ວຈຳເປັນຕ້ອງປ່ຽນແປງບາງປະເພນີ, ບາງວັດທະນະທຳ, ບາງຄວາມລຶ້ງເຄີຍ ແລະ ວິຖີຊິວິດແບບເກົ່າໆ ຫຼາຍເລື່ອງ ເຊິ່ງຈະແມ່ນແນວໃດນັ້ນ ອິນໄຊລາວເຮົາເຮັດເປັນຫົວຂໍ້ສະຫຼຸບມາໃຫ້ແລ້ວ ດັ່ງນີ້:

1.ໃຊ້ຊີວິດແບບກຽມພ້ອມຮັບມືການລະບາດ

  • ເພີ່ມພູນການຜະລິດຜົນ, ສຸມໃສ່ການປູກຝັງ ແລະ ລ້ຽງສັດ ໃຫ້ເປັນສິນຄ້າກຸ້ມຢູ່ກຸ້ມກິນພາຍໃນຄອບຄົວ ແລະ ຜະລິດສິນຄ້າທີ່ມີການແລກປ່ຽນຊື້ຂາຍ
  • ປຸກຈິດສຳນຶກໃຫ້ປະຊາຊົນຢູ່ຮ່ວມກັນຢ່າງສາມັກຄີ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີສິດສະເໝີພາບຕໍ່ໜ້າກົດໝາຍ
  • ທຸກພາກສ່ວນຕ້ອງຊ່ວຍກັນມີສະຕິລະວັງຕົວ ແລະ ຕິດຕາມ ເບິ່ງການລັກລອບເຂົ້າ-ອອກ ຕາມຊາຍແດນ, ກອງຫຼອນ ແລະ ປກສ ບ້ານຂອງຕົນ ຕ້ອງເຄື່ອນໄຫວຍາມເປັນປົກກະຕິ ແລະ ຊຸກຍູ້ໃຫ້ແກ້ໄຂຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້

2.ຕ້ອງປ້ອງກັນຕົນເອງ ແລະ ຄົນອ້ອມຂ້າງ

  • ກ່ອນອອກຈາກເຮືອນຕ້ອງມີສະຕິຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ຫຼີກລ່ຽງການຈັບມືເຊິ່ງກັນ ທັກທາຍກັນດ້ວຍການຍໍມືນົບເຊິ່ງກັນ ແລະ ກັນ ຖ້າໄອຈາມກໍໃຫ້ຫັນໄປບ່ອນບໍ່ມີຄົນ
  • ອະນາໄມເຮືອນຊານມື້ລະຄັ້ງ, ອະນາໄມລວມບໍລິເວນເຮືອນອາທິດລະຄັ້ງ, ທຸກສະຖານທີ່ຕ້ອງມີຖັງຂີ້ເຫຍື້ອ, ບໍ່ໃຫ້ມີນໍ້າຂັງ ແລະ ງານປະຊຸມ ຫຼື ສຳມະນາໃຫ້ ເວັ້ນບ່ອນນັ່ງໄວ້ 1 ບ່ອນ
  • ທຸກໆສະຖານທີ່ ໃຫ້ນັ່ງຫ່າງກັນ 1 ແມັດຂຶ້ນໄປ, ກຳນົດບ່ອນລ້າງມືທີ່ມີນໍ້າສະອາດໃຊ້, ມີສະບູ ແລະ ເຈວປະສົມເຫຼົ້າ 70% ໄວ້ໃຊ້ລ້າງມືທຸກຄັ້ງ

3.ຕ້ອງປ້ອງກັນການລະບາດ ຈາກງານປະເພນີຕ່າງໆ

  • ງານບຸນ ເຊັ່ນ: ບຸນປະເພນີ, ງານລ້ຽງ, ງານສ້າງສັນ ແລະ ອື່ນໆຕ້ອງມີທິດຊີ້ນໍາ ແລະ ແຈ້ງຄະນະສະເພາະກິດຊາບເພື່ອປະຕິບັດມາດຕະການຢ່າງເຂັ້ມງວດ ຈຳກັດຈຳນວນໂຕະ-ຕັ່ງ, ຜູ້ຄົນທີ່ເຂົ້າຮ່ວມງານບໍ່ເກີນ 200 ຄົນ ເອົາແຕ່ເນື້ອຫາໃນພິທີເທົ່ານັ້ນ
  • ງານແຕ່ງດອງ: ຈຳເປັນຕ້ອງສູ່ຂໍຕາມປະເພນີ ແມ່ນໃຫ້ເປັນລັກສະນະສູ່ຂໍພາຍໃນຄອບຄົວຂອງທັງສອງຝ່າຍ, ການຈັດພາຂັວນບາສີກໍຈັດພໍເປັນຮີດຄອງປະເພນີເທົ່ານັ້ນ
  • ງານອອກກຳເດືອນ: ໃຫ້ສືບທອດຕາມປະເພນີ ຮັບເອົາຂັວນແອນ້ອຍ ແລະ ພໍ່ແມ່ເດັກເກີດໃໝ່, ໃຫ້ຖືເອົາຈົດທະບຽນການເກີດເປັນຫຼັກ, ຖ້າມີພີ່ນ້ອງມາຮ່ວມຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19
  • ງານສົບ: ແມ່ນຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີແພດກວດອຸນຫະພູມ, ມີບ່ອນລ້າງມື ໃສ່ຜ້າປິດປາກ-ດັງ, ຫຼຸດຜ່ອນຈຳນວນມື້ອົບອຸ່ນຈິດໃຈລົງ ແລະ ສັບປ່ຽນກັນມາຮ່ວມງານສູງສຸດບໍ່ໃຫ້ເກີນ 3 ຊົ່ວໂມງ
  • ງານບຸນປະເພນີ, ພິທີທາງສາສະໜາ ງານບວດ: ຈັດແບບກະທັດຮັດ, ຂະບວນການແຂ່ງຂັນຜົນຜະລິດ ແລະ ຮີດຄອງຕ່າງໆ ແມ່ນຈັດພາຍໃນບ້ານເທົ່ານັ້ນ
    ບໍ່ອະນຸຍາດໃຫ້ຄົບງັນ, ແຮ່ຂະບວນທີ່ມີສຽງເນືອງນັ່ນ, ແອອັດ ແລະ ຈັດຫຼາຍວັນ
    -ງານລ້ຽງ: ໃຫ້ກຳນົດຜູ້ເຂົ້າຮ່ວມ, ຈັດໂຕະ-ຕັ່ງໃຫ້ເໝາະສົມ, ຈັດພາເຂົ້າມາກິນອາຫານຈານດຽວ ບໍ່ກິນນຳກັນ, ຫຼີກລ່ຽງອາຫານດິບ, ບໍ່ຄວນເປີດເພງດັງເກີນຂອບເຂດ ແລະ ບໍ່ໃຫ້ກາຍ 23 ໂມງ ຫຼື 11 ໂມງແລງ

4.ອົງກອນລັດຕ້ອງປ່ຽນແນວທາງເຮັດວຽກ

  • ໂຮງຮຽນທຸກແຫ່ງ: ຈັດໂຕະ-ຕັ່ງ ໄລຍະຫ່າງ 1 ແມັດ, ຕິດຕັ້ງບ່ອນລ້າງມືໄວ້ຫຼາຍຈຸດ, ມີເຈວ ຫຼື ສະບູໄວ້ໃຊ້, ນຳພານັກຮຽນໃຫ້ໃສ່ ຜ້າອັດປາກ-ດັງ ໃນເວລາອອກຈາກເຮືອນ ຫຼື ໃນເວລາຮຽນ ບ່ອນທີ່ມີການຮຽນຜ່ານສື່ອອນລາຍຕ່າງໆ ແມ່ນໃຫ້ສົ່ງວຽກບ້ານໃຫ້ນັກຮຽນ
  • ກອງປະຊຸມ, ສຳມະນາ ແລະ ຝຶກອົບຮົມ: ຕ້ອງຫັນໄປຈັດແບບຜ່ານສື່ອອນໄລ ( G-Chat, Video Conference )

5.ປັບປ່ຽນແນວທາງການໃຫ້ບໍລິການຕ່າງໆ

  • ສະຖານນີຂົນສົ່ງສິ່ງຕ່າງໆ: ຕ້ອງພົ່ນຢາຂ້າເຊື້ອລົດທຸກຄົນທີ່ເຂົ້າ-ອອກດ່ານ, ບໍ່ໃຫ້ມີການສຳພັດພະນັກງານດ້ວຍກັນ, ຫຼີກລ່ຽງໃຫ້ພະນັກງານຕ່າງປະເທດໃກ້ຊິດກັບຕົນ, ຫຼີກເວັ້ນການພັກລົດ, ຈອດລົດ ແລະ ນອນຄ້າງໃນລົດ ສະເພາະລົດຂົນສົ່ງໂດຍສານ ຕ້ອງຂັ້ນບ່ອນນັ່ງ, ມີຜ້າປິດປາກແຈກໃຫ້ລູກຄ້າ, ບໍ່ອະນຸຍາດຂົນສົ່ງໂດຍໃຫ້ຄົນຕ່າງປະເທດທີ່ບໍ່ມີເອກະສານ
  • ຮ້ານອາຫານ ແລະ ຮ້ານບັນເທີງ: ຫຼຸດຈຳນວນໂຕະ-ຕັ່ງລົງ, ອະນາໄມຊຸດເຟີນິເຈີ, ປິຕິບັດຕາມາດຕະການທີ່ວາງອອກ, ຖ້າສະດວກໃຫ້ເປີດຮ້ານອາຫານເປັນສົ່ງເຖິງທີ່
  • ໂຮງແຮມ: ຕ້ອງເບິ່ງປະຫວັດການເດີນທາງ (ກ່ອນ 14 ມື້ ) ແລ້ວຈຶ່ງຮັບເຂົ້າບໍລິການ, ປັບຕຽງຄູ່ເປັນຕຽງດ່ຽວ

6.ມາດຕະການຕໍ່ຜູ້ລະເມີດ

  • ຄັ້ງທີ1: ກ່າວເຕືອນ, ເຮັດບົດບັນທຶກ, ໂຈະພຶດຕິກຳ ແລະ ຢຸດກິດຈະການຊົ່ວຄາວ
  • ຄັ້ງທີ2: ສຶກສາອົບຮົມ, ເຮັດບົດບັນທຶກ, ຖອນໃບທະບຽນດຳເນີນທຸລະກິດ, ປັບໄໝຕາມລະບຽບການ
  • ຄັ້ງທີ3: ກໍລະນີບໍ່ເຂັດລາບ, ຮ້າຍແຮງ, ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ, ກຽດຊື່ສຽງຂອງປະເທດ ຈະໄດ້ວິໄນທາງດ້ານບໍລິຫານ, ປັບໄໝໃຊ້ແທນທາງແພ່ງ ແລະ ປະກອບສຳນວນຕັດສິນທາງອາຍາ

ປະຈຸບັນ ອາດກ່າວໄດ້ວ່າ ແຂວງບໍ່ແກ້ວແມ່ນໜຶ່ງໃນແຂວງຂອງລາວທີ່ມີຄວາມສ່ຽງສູງໃນການຮັບເອົາຜູ້ຕິດເຊື້ອເຂົ້າປະເທດ ເພາະແມ່ນແຂວງທີ່ມີຊາຍແດນຕິດກັບຕ່າງປະເທດ ເລິຍເຮັດໃຫ້ມີປາກົດການຫຍໍ້ທໍ້ເຊັ່ນ: ການລັກລອບຂ້າມຊາຍແດນ, ລັກລອບຂົນສົ່ງສິນຄ້າ ແລະ ປະຊາຊົນບາງກຸ່ມຍັງ ມີການໃຊ້ຊີວິດທີ່ປະມາດ ບໍ່ພາກັນໃສ່ປ້າປິດປາກ-ດັງ ແລະ ເຕົ້າໂຮມຊຸມນຸມກັນ

ແນວໃດກໍ່ຕາມ ຄຳແນະນຳນີ້ ຈະມີຜົນບັງຄັບໃຊ້ຊົ່ວຄາວ ຈົນກວ່າສະຖານະການໂຄວິດຂອງລາວເຮົາ ແລະ ປະເທດອ້ອມຂ້າງໃນພູມມິພາກອາຊີຈະດີຂຶ້ນກວ່ານີ້ ເຊິ່ງອາດເຮັດໃຫ້ປະຊາຊົນທີ່ຢູ່ໃນແຂວງບໍ່ແກ້ວ ຈຳເປັນຕ້ອງປ່ຽນແປງການດຳລົງຊີວິດໃນເມືອງໄປຫຼາຍຢູ່ ແຕ່ເຮົາກໍ່ໍເຊື່ອໝັ້ນວ່າ ທຸກທ່ານຈະຜ່ານພົ້ນຊ່ວງເວລາເຊັ່ນນີ້ໄປໄດ້ດ້ວຍດີ ແລະ ຂໍເປັນກຳລັງໃຈໃຫ້ຄົນບໍ່ແກ້ວ ແລະ ຄົນທີ່ີມີຍາດພີ່ນ້ອງຢູ່ແຂວງບໍ່ແກ້ວທຸກຄົນເລີຍເດີ້

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່