ສະຫຼຸບຂ່າວ ໜັງສືພິມວຽງຈັນທາຍ ປະຈຳວັນທີ 11 ກຸມພາ 2021

ຄະນະສະເພາະກິດປ້ອງກັນພະຍາດໂຄວິດ-19 ຍັງກັງວົນ ເພາະປະເທດອ້ອມຂ້າງ ຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເລື້ອຍໆ

ເຖິງປະເທດລາວ ຈະມີມາດຕະການປ້ອງກັນທີ່ເຂັ້ມງວດໃນການສະກັດກັ້ນ ແລະ ແກ້ໄຂການລະບາດ ແຕ່ກໍຄວນຕື່ນໂຕຊ່ວຍກັນເປັນຫູເປັນຕາ ບຸດຄົນທີ່ມັກຈະລັກລອບເຂົ້າມາໃນປະເທດລາວໃນຊ່ວງການແຜ່ລະບາດໂຄວິດ-19

ບັນດາປະເທດອ້ອມຂ້າງ ຍັງມີຕົວເລກຜູ້ຕິດເຊື້ອສະສົມໃນແຕ່ລະມື້ເພີ່ມຂຶ້ນສູງ ໂດຍສະເພາະອິນໂດເນເຊຍ ຫຼາຍສຸດ 1 ລ້ານຄົນ…ອ່ານເພີ່ມເຕີມ

ໃນໄລຍະຊ່ວງ 1 ເດືອນທີ່ຜ່ານມາຍັງບໍ່ຜູ້ເສຍຊີວິດຕື່ມ ຈາກໄຂ້ຍຸງລາຍ

ໃນໄລຍະເວລາເດືອນທັນວາ 2020 ຫາ ກຸມພາ 2021ມີຜູ້ຕິດເຊື້ອສະສົມທັງໝົດ 115 ຄົນ ທົ່ວປະເທດ

ເຊິ່ງມີນະຄອນຫຼວງ 31 ຄົນ, ອັດຕະປື 30 ຄົນ, ຫຼວງພະບາງ 15 ຄົນ, ວຽງຈັນ 9 ຄົນ, ຄຳມ່ວນ 8, ອຸດົມໄຊ 6 ຄົນ, ເຊກອງ 5 ຄົນ ແລະ ສາລະວັນ 3 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ…ອ່ານເພີ່ມເຕີມ

ບໍລິສັດບໍ່ແຮ່ໄທຊານ ສົນໃຈລົງທຶນສຳຫຼວດຄວາມເປັນໄປໄດ້ດ້ານເສດຖະກິດ – ເຕັກນິກແຮ່ເຫຼັກ

ອົງການປົກຄອງຮ່ວມກັບ ບໍລິສັດບໍ່ແຮ່ໄທຊານ ມິງຈີນລາວ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກ ແລະ ຈ່າຍເງິນຄໍ້າປະກັນ 100.000 ໂດລາສະຫະລັດ

ເພື່ອຈະຊອກຄົ້ນ, ສຳຫຼວດຄວາມເປັນໄປໄດ້ໃນເສດຖດກິດ – ເຕັກນິກແຮ່ເຫຼັກ ທີເຂດບ້ານນໍ້າຍອນ ເມືອງອະນຸວົງ ແຂງງໄຊສົມບູນ…ອ່ານເພີ່ມເຕີມ

ອົງການ ສະຫະປະຊາຊາດ ຊ່ວຍເຫຼືອທາງການ ເພື່ອການພັດທະນາແບບອອນລາຍ

ກະຊວງແຜນການລົງທຶນ ຮ່ວມກັບ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ແລະ ອົງການ ສະຫະປະຊາຊາດ ສຳລັບເດັກ ໄດ້ເປີດນໍາໃຊ້ລະບົບປະຕິບັດການຈັດຕັ້ງປະຕິບັດ ແບບອອນລາຍ ( ODA-PMA )

ຈັດຕັ້ງປະຕິບັດໜ້າວຽກຄື ຫັນປ່ຽນກະຊວງແຜນການ ແລະ ການລົງທຶນ ໃນ 18 ແຂວງໃຫ້ທັນສະໄໝ, ສະໜອງຊອບແວ, ສະໜອງອຸປະກອນປະຊຸມທາງໄກໃຫ້ພະແນກ, ຍົກລະດັບການເກັບຂໍ້ມູນຂ່າວສານໃຫ້ຖືກຕ້ອງ, ແລກປ່ຽນຂໍ້ມູນກັບຄູ່ຮ່ວມພັດທະນາ…ອ່ານເພີ່ມເຕີມ

ສະຫະພັນບານເຕະແຫ່ງຊາດລາວ ກຽມເປີດການແຂ່ງຂັນບານເຕະ ທີ່ມີເງິນລາງວັນລວມມູນຄ່າສູງເຖິງ 1,000,000,000 ກວ່າກີບ

ສະຫະພັນບານເຕະແຫ່ງຊາດລາວ ຈະເປີດການແຂ່ງຂັນບານເຕາະ ເປບຊີ ລາວລີກ 1 ປະຈຳປີ 2021 ມີຜູ້ເຂົ້າຮ່ວມທັງໝົດ 6 ສະໂມສອນ ຊຶ່ງຈະມີເງິນລາງວັນລວມສູງເຖິງ 1.000.000.000 ກວ່າກີບ ພ້ອມກັບຫຼຽນ ໃຫ້ຜູ້ຊະນະເລີດ…ອ່ານເພີ່ມເຕີມ

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,