42.000 ຄອບຄົວ ຈະໄດ້ຮັບການເບີກຈ່າຍເງິນອຸດໜູນໂດຍຜ່ານ ຢູມັນນີ

42.000 ຄອບຄົວ ຈະໄດ້ຮັບການເບີກຈ່າຍເງິນອຸດໜູນໂດຍຜ່ານ ຢູມັນນີ

ຄອບຄົວທີ່ທຸກຍາກຈະໄດ້ຮັບຜົນປະໂຫຍດຈາກໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ໂດຍຈະມີເງິນອຸດໜູນໃຫ້ກັບຄອບຄົວທີ່ຢູ່ໃນໂຄງການ ຊຶ່ງມີທັງໝົດ 42.000 ຄອບຄົວ

ໂຄງການດັ່ງກ່າວ ແມ່ນຈະປະຕິບັດຢູ່ 4 ແຂວງຄື: ແຂວງຜົ້ງສາລີ, ອຸດົມໄຊ , ຫົວພັນ ແລະ ຊຽງຂວາງ, ຄິດເປັນເປັນມູນຄ່າຫຼາຍກວ່າ 14 ລ້ານໂດລາສະຫະລັດ ໂດຍເບີກຈ່າຍຜ່ານ ຢູມັນນີ ຂອງບໍລິສັດ ສະຕາ ໂທລະຄົມ ຈຳກັດ…ອ່ານຕໍ່

ໂຄງການຕິດຕັ້ງໄຟເຍືອງທາງ, ປັບປຸງນ້ຳພຸ ແລະ ໄຟ
ເຍືອງທາງ ທີ່ປະຕູໄຊໄດ້ສໍາເລັດ 100%

ເຊິ່ງຈະມີພິທີການມອບ-ຮັບໃນເດືອນ ມິນາ 2021 ແລະ ເຈົ້າໜ້າທີ່ກຳລັງວາງສັນຍາລັກ ຫຼື ປະດັບປະດາສັນຍາລັກ ຂອງລາວ ແລະ ຈີນ ຢູ່ຕາມເສັ້ນທາງ 7ເສັ້ນໃນໃຈກາງເມືອງນະຄອນຫຼວງວຽງຈັນ (ວາງສັນຍາລັກຊົ່ວຄາວ) ເພື່ອເປັນການກະກຽມສະເຫຼີມສະຫຼອງການມອບຮັບ ຫຼື ຜົນສໍາເລັດຂອງໂຄງການ…ອ່ານຕໍ່

ຖວທ ຈັດກິດຈະກຳ ” ຫຼວງພະບາງ 555 ” ເພື່ອສົ່ງເສີມການທ່ອງທ່ຽວ

ເພື່ອສົ່ງເສີມໃຫ້ຄົນລາວ ມາທ່ອງທ່ຽວພາຍໃນ
ປະເທດ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ຈັດກິດຈະກຳ ” ຫຼວງພະບາງ 555 ” ຂຶ້ນພາຍໃນແຂວງຫຼວງພະບາງ ເຊິ່ງ 555 ມາຈາກຊື່ພູຫ້າໜ່ວຍ, ແມ່ນໍ້າຫ້າສາຍ ແລະ ພູ 5 ໜ່ວຍທີ່ມີໃນແຂວງ

ເຊິ່ງຈະເປັນການສົ່ງເສີມ ແລະ ເປັນສິ່ງກະຕຸ້ນ ສະໜັບສະໜູນໃຫ້ຄົນມາທ່ອງທ່ຽວຫຼາຍຂຶ້ນ ໃນຍຸກລາວທ່ຽວລາວ…ອ່ານຕໍ່

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.