ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວກວດກາຕາມຊາຍແດນ

ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະ ລົງກວດກາຕາມຊາຍແດນ

ການລົງເຄື່ອນໄຫວໃນຄັ້ງນີ້ ເຈົ້າແຂວງໆສາລະວັນ ພ້ອມຄະນະ ກໍໄດ້ໄປຕິດຕາມເບິ່ງຈຸດໝາຍຊາຍແດນໂກຕາຍ ແລະ ຈຸດດ່ານອາສົກ, ເຊິ່ງເປັນຈຸດໜຶ່ງທີ່ມີແຜນຈະສ້າງເປັນຈຸດພັດທະນາການແລກປ່ຽນສິນຄ້າຊື້ຂາຍໄປ-ມາຫາສູ່ກັນ ລະຫ່ວາງອ້າຍນ້ອງ ລາວ-ຫວຽດນາມ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີສະຫງົບໂດຍພື້ນຖານ…ອ່ານຕໍ່

ເມືອງໄຊພູທອງ ເປີດງານບຸນນະມັດສະການຜາສາດເຮືອນຫີນ ປະຈໍາປີ 2021

ເຊິ່ງການຈັດງານສະເຫລີມສະຫລອງນີ້ ເປັນການສັກກາລະບູຊາສິ່ງສັກສິດໃນສະຖານທີ່ແຫ່ງນີ້, ເພື່ອເປັນການຈົດຈຳລໍ້າລຶກເຖິງຄຸນງາມຄວາມດີຂອງບັນພະບຸລຸດທີ່ໄດ້ສ້າງປັດຕິຍະກອັນລໍ້າເລີດ ນີ້ຂຶ້ນມາ

ຜາສາດເຮືອນຫີນແຫ່ງນີ້ຖືວ່າ ເປັນແຫ່ງທີ 2 ຂອງປະເທດລາວຖັດຈາກວັດພູຈໍາປາສັກ ຖືກສ້າງຕັ້ງ ຂື້ນໃນຊ່ວງທ້າຍສັດຕະວັດທີ 11 ຫາຕົ້ນສັດຕະວັດທີ 12 ແລະ ຢູ່ໃນຍຸກດຽວກັນກັບໂຮງນາງ ສີດາ ທີ່ຕັ້ງຢູ່ເມືອງ ຈໍາປາສັກ ແຂວງ ຈໍາປາສັກ ພາກໃຕ້ຂອງລາວ…ອ່ານຕໍ່


ພະແນກແຮງງານ ແລະ ສະວັດດີການສັງຄົມ ແຂວງໄຊສົມບູນ ຈັດກອງປະຊຸມແຜນປີ 2021

ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ສາມາດຍາດໄດ້ ວຽກງານທີ່ພົນເດັ່ນຫລາຍດ້ານ ໄດ້ເອົາໃຈໃສ່ສົ່ງເສີມຈັດຕັ້ງຝຶກອົບຮົມພັດທະນາ ສີມືແຮງງານໄລຍະສັ້ນ ແລະ ໄລຍະຍາວ ໃຫ້ແກ່ກຳລັງແຮງງານ

ສົ່ງເສີມຈັດຫາວຽກເຮັດງານທຳ, ໄດ້ແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ, ນອກນີ້ ຍັງໄດ້ຊ່ວຍເຫລືອປະຊາຊົນຜູ້ປະສົບເຄາະຮ້າຍຈາກໄພພິບັດທຳມະຊາດ, ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ…ອ່ານຕໍ່

ປະທານກວດກາພັກ-ລັດເມືອງອາດສະພອນ,ລົງຕິດຕາມຄວາມຄືບໜ້າການກໍ່ສ້າງເສັ້ນທາງເບຕົງຂອງບ້ານຜັກຍ່າ

ເສັ້ນທາງດັ່ງກ່າວແມ່ນໄດ້ດຳເນີນມາເປັນເວລາ 10ວັນແລ້ວ, ຮອດປະຈຸບັນແມ່ນໄດ້ກໍ່ສ້າງໜ້າທາງສຳເລັດ 30%ຂອງໄລຍະທາງຕາມແຜນການກໍ່ສ້າງທັງໝົດ 630ແມັດ, ຄວາມສາມັກຄີຂອງອົງການ ປົກຄອງບ້ານແລະພໍ່ແມ່ປະຊາຊົນຊາວບ້ານ ຜັກຂະຍ່າຮ່ວມກັນສ້າງສາພັດທະນາບ້ານໃນຄັ້ງນີ້…ອ່ານຕໍ່

ສູນສາທິດ ແລະ ບໍລິການເຕັກນິກກະສິກຳຮ່ວມມືລາວ-ຈີນ ຈະເນັ້ນພັດທະນາກະສິກຳ

ມີເປົ້າໝາຍ ແນ່ໃສ່ຍົກສູງສາຍພົວພັນ ຮ່ວມມືກັບປະເທດຄູ່ຮ່ວມຊະຕາກໍາສອງຊາຕລາວ-ຈີນ ເເລະ ຜັນຂະຫຍາຍຍຸດທະສາດກະສິກໍາຮອດປີ 2025, ໂດຍສະເພາະການພັດທະນາການປູກຝັງ ແລະ ລ້ຽງສັດ ເພື່ອເປັນສິນຄ້າ, ຢູ່ໃນ 10 ແຂວງພາກເໜືອ ແລະ ພາກກາງ

ສູນສາທິດ ແລະ ບໍລິການເຕັກນິກກະສິກຳຮ່ວມມືລາວ-ຈີນ ແມ່ນສັນຍາລັກການຮ່ວມມືລາວ -ຈີນ ແມ່ນຂອງຂອງຂວັນອັນລ້ຳ ຄ່າຂອງອາດີດສະຫາຍປະທານປະເທດ ສປຈີນ ມອບໃຫ້ ປະທານປະເທດ ສປປລາວ…ອ່ານຕໍ່

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...