11 ໜ້າວຽກສຳຄັນໃນເດືອນມີນາ 2021 ຂອງກອງປະຊຸມລັດຖະບານຊຸດທີ 8

11 ໜ້າວຽກສຳຄັນໃນເດືອນມີນາ 2021 ຂອງກອງປະຊຸມລັດຖະບານຊຸດທີ 8


ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ໄດ້ກຳນົດ 11 ວຽກງານດັ່ງກ່າວປະກອບມີ: ໃຫ້ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ທີ່ມີການບິດເບືອນແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ; ສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືກັບພາກພື້ນ ແລະ ສາກົນ

ໃຫ້ສືບຕໍ່ກະກຽມຮອບດ້ານແຜນການເຄື່ອນໄຫວຕ່າງປະເທດຂອງການນຳພັກ-ລັດ ໃນປີ 2021 ສືບຕໍ່ຕິດຕາມການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການ ແລະ ທັນເວລາ ດ້ວຍມາດຕະການຕ່າງໆ ຢ່າງຄົບຊຸດ, ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ສໍາເລັດໂດຍໄວ; ໃຫ້ສືບຕໍ່ປຸກລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງແກ້ໄຂບັນຫາສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນ ໄຂສະດວກ ໃຫ້ແກ່ນັກລົງທຶນແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...