Sunday, November 9, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ ⠚5 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ເຈົ້າແຂວງເຊກອງ ຈະເນັ້ນໃສ່ວຽກງານການກໍ່ເສັ້ນທາງໃນປີ 2021



ເຈົ້າແຂວງ ແຂວງເຊກອງ ຈະສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດທີ່ເປັນບູລິມະສິດທີ່ສະພາຮັບຮອງເປັນຕົ້ນເເມ່ນໂຄງການກໍ່ສ້າງທາງເຊກອງ ຫາເມືອງດາກຈຶງ, ທາງບ້ານໂພນ-ຕີນພູລະກຸບ, ຂົວ 7 ແຫ່ງຕາມທາງເຊກອງ-ກະລຶມ, ທາງເບຕົງຢູ່ເທດສະບານແຂວງ, ຜັງເມືອງຟາກນ້ຳເຊກອງ, ທາງດາກມັນ-ດາກປຣາ ແລະ ໂຄງການອື່ນໆ

ນອກຈາກນີ້ຍັງຈະສືບຕໍ່ສຸມໃສ່ການຄຸ້ມຄອງທຶນຊ່ວຍເຫຼືອລ້າເພື່ອການພັດທະນາ 4 ໂຄງການບູລິມະສິດ ແລະ ສຸມໃສ່ຍາດແຍ່ງດຶງດູດການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ…ອ່ານຕໍ່

ສະຫະພັນບານເຕະແຫ່ງຊາດລາວ ເລື່ອນການແຂ່ງຂັນບານເຕະ ເປບຊີ ລາວລີກ 1



ຕາມປົກກະຕິກຳນົດ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2021 ທີ່ມີກຳນົດມື້ເປີດການແຂ່ງຂັນໃນວັນທີ 6 ເດືອນມີນາ ແລະ ໄດ້ຖືກເລື່ອນໄປເປີດການແຂ່ງຂັນໃນວັນທີ 27 ມີນາ 2021 ແທນ, ຍ້ອນສະໂມສອນບານເຕະທີ່ຈະເຂົ້າຮ່ວມແຂ່ງຂັນ ແລະ ພາກສ່ວນກ່ຽວຂ້ອງຈັດການແຂ່ງຂັນ ຍັງບໍ່ທັນມີຄວາມພ້ອມໃນການຈັດການແຂ່ງຂັນ ແລະ ຍັງລໍຖ້າແຈ້ງການອະນຸຍາດຈັດການແຂ່ງຂັນຈາກລັດຖະບານ…ອ່ານຕໍ່

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.