ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ ⠚ 4 ມີນາ2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ລາວ ມີຜູ້ຫວ່າງງານຫຼາຍກວ່າ 63.000 ຄົນ



ຜ່ານການເກັບກຳຂໍ້ມູນໃນຂອບເຂດທົ່ວປະເທດ ເຫັນວ່າຜູ້ຫວ່າງງານທີ່ກັບຈາກຕ່າງປະເທດ ແລະ ຫວ່າງງານພາຍໃນປະເທດ ມີຫລາຍກວ່າ 63.000 ຄົນ

ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບ ສປປ ລາວ ຫົວໜ່ວຍແຮງງານ, ໂຄງການ ແລະ ໂຮງຈັກໂຮງງານຫລາຍແຫ່ງໄດ້ມີການໂຈະ ແລະ ປິດກິດຈະການຊຶ່ງຜູ້ອອກແຮງງານໃນລະບົບ-ນອກລະບົບ ລວມເຖິງຜູ້ປະກອບອາຊີບອິດສະຫລະ ກໍ່ໄດ້ຮັບຜົນກະທົບຫລາຍສົມຄວນ, ຊຶ່ງຄາດຄະເນອັດຕາການຫວ່າງງານຈະເພີ່ມຂຶ້ນປະມານ 20%…ອ່ານຕໍ່

ສະຫຼຸບວຽກງານ ປະຈໍາປີ 2020 ວາງທິດທາງແຜນການປີ 2021 ຂອງອົງການກາແດງແຂວງໄຊຍະບູລີ



ໃນປີ 2020 ອົງການກາແດງແຂວງໄຊຍະບູລີ ໄດ້ປຸກລະດົມການບໍລິຈາກເລືອດໄດ້ທັງໝົດ 2.740 ຖົງ, ໄດ້ໂຄສະນາຂົນຂວາຍແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ໄດ້ 1 ຕື້ 344 ລ້ານກວ່າກີບ, ໄດ້ເປີດບໍລິການຮັບສົ່ງຈົດໝາຍກາແດງ ແລະ ວຽກສືບທາວຫາຍາດພີ່ນ້ອງ ໃນທົ່ວແຂວງມີ 9 ເມືອງ ແລະ ລົງຊ່ວຍເຫຼືອຄອບຄົວຜູ້ທຸກຍາກ ໂດຍສ້າງກອງທຶນງົວ

ປີ 2021 ນີ້ອົງການກາແດງແຂວງໄຊຍະບູລີ ຕັ້ງເປົ້າຈະປຸກລະດົມໂຄສະນາຂົນຂວາຍບໍລິຈາກເລືອດໃຫ້ໄດ້ 2.700 ຖົງ ຈາກສັງຄົມທຸກພາກສ່ວນ…ອ່ານຕໍ່

ທະຫານ ແລະ ປະຊາຊົນ ສາມັກຄີກັນສ້າງທາງເບຕົງ ບ້ານອຸດົມມີໄຊ



ຊາວໜຸ່ມກອງບັນຊາການທະຫານເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈໍານວນ 20 ກວ່າສະຫາຍ ໄດ້ອອກແຮງງານສ້າງທາງເບຕົງຊ່ວຍປະຊາຊົນບ້ານອຸດົມມີໄຊ ແຕ່ທາງເລກທີ 9 ເຂົ້າຫາ ໂຮງຮຽນປະຖົມຈອມເພັດ ເຊິ່ງມີຄວາມຍາວ 130 ແມັດ ພ້ອມທັງໄດ້ປະກອບສ່ວນຊີມັງອີກຈໍານວນ 1 ໂຕນ

ທຶນທີ່ນໍາໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງສ່ວນຫຼາຍແມ່ນໄດ້ມາຈາກການປະກອບສ່ວນຂອງປະຊາຊົນພາຍໃນບ້ານ,ນັກທຸລະກິດ,ຫ້າງຮ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ…ອ່ານຕໍ່

ມຊ ຈັດເທດສະການປຶ້ມອ່ານຂຶ້ນ ເພື່ອສົ່ງເສີມການອ່ານ ແລະ ໃຫ້ຄົນລາວເປີດກວ້າງການສຶກສາ



ເພື່ອຈະເປັນສ່ວນໜຶ່ງໃນການປູກຝັງນິໄສມັກອ່ານ, ມັກຂຽນ, ໃຫ້ແກ່ໄວໜຸ່ມລາວ ເພື່ອພວກເຂົາໄດ້ເຕີບໃຫຍ່ພ້ອມກັບຄວາມຮູ້ທີ່ກວ້າງຂວາງ ແລະ ຍັງເປັນການສະເຫລີມສະຫລອງວັນອ່ານໂລກ 4 ມີນາ ແລະ ສ້າງຂະບວນການສະເຫລີມສະຫລອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 111 ປີ

ເຊິ້ງງານຄັ້ງນີ້ ຍັງເປັນການສ້າງເວທີສະແດງຜົນງານຂອງບັນດາພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໂດຍສະເພາະແມ່ນ ປຶ້ມ, ສຳນັກພິມ, ວາລະສານຕ່າງໆ ເພື່ອຈໍາໜ່າຍສິນຄ້າຂອງຕົນເອງ…ອ່ານຕໍ່

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອເປັນມູນຄ່າປະມານ 1.8 ລ້ານໂດລາສະຫະລັດ ໃຫ້ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ



ເພື່ອຈັດຕັ້ງປະຕິບັດວຽກງານຂອງ 5 ໂຄງການ ທີບໍ່ຂຶ້ນກັບລັດຖະບານ ເຊິ່ງມີໂຄງການເກັບກູ້ລະເບີດບໍ່ທັນແຕກທີ່ແຂວງຊຽງຂວາງ, 2 ໂຄງການສຶກສາທີ່ແຂວງສະຫວັນນະເຂດ ແລະ ວຽງຈັນ, ໂຄງການທັນຕະແພດທີ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ໂຄງການຝຶກອົບຮົມວິຊາຊີບ ທີ່ນະຄອນຫລວງວຽງຈັນ.

ທ່ານ ເຄອິຈິ ອິວາໂມໂຕະ ອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ແລະ ບັນດາຕົວແທນຈາກອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໄດ້ເຂົ້າຮ່ວມ ແລະ ມອບເງິນຈຳນວນ 1,8 ລ້ານໂດລາສະຫະລັດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...