ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 4 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມປະຊຸມ ກ່ຽວກັບວິໄສທັດປະຊາຄົມອາຊຽນ 2025



ໃນກອງປະຊຸມ ບັນດາລັດຖະມົນຕີຕ່າງປະເທດຂອງອາຊຽນ ໄດ້ຮັບຟັງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮ່ວມມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ

ການຜັນຂະຫຍາຍແຜນຟື້ນຟູຮອບດ້ານຂອງອາຊຽນ, ການນໍາໃຊ້ກອງທຶນອາຊຽນ ເພື່ອຈັດຊື້ຢາວັກຊິນ ຕ້ານພະຍາດໂຄວິດ-19 ສຳລັບ ປະຊາຊົນອາຊຽນ ແລະ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງ ອາຊຽນ ກັບພາຍນອກ…ອ່ານຕໍ່

ທີມງານໂຄງການ Miss Teen LaosOrganization
ຈັດກິດຈະກຳການກຸສົນ ທີ່ໂຮງຮຽນສຶກສາພິເສດ



ໄດ້ມີການມອບອຸປະກອນການສຶກສາ, ຂອງໃຊ້ປະຈໍາວັນທີ່ຈໍາເປັນແລະ ລ້ຽງອາຫານທ່ຽງ ໃຫ້ກັບນ້ອງໆທີ່ມີຂໍ້ບົກຜ່ອງ ທາງດ້ານຫູ, ຕາ, ປາກ ແລະ ພິການທາງສະໝອງ ແລະ ຍັງມີກິດຈະກໍາການຕໍ່ຈິກຊໍ່, ແຕ້ມຮູບ-ລະບາຍສີ ແລະ ກິດຈະກໍາອື່ນໆ

ນອກນັ້ນທາງໂຮງຮຽນໄດ້ຍັງມີການຟ້ອນ ແລະ ຮ້ອງເພງ ຈາກນ້ອງໆນັກຮຽນຕື່ມອີກ ເຊິ່ງການກຸສົນໃນຄັ້ງນີ້ຈັດໂດຍ ທີມມງານໂຄງການ Miss Teen LaosOrganization ແລະ ທີມງານບໍລິສັດ ກ້າວໜ້າ ອູ່ການາຍເຊີຈຳກັດ ທີ່ໂຮງຮຽນ ສຶກສາພິເສດ ນະຄອນລວງວຽງຈັນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...