ປະຈຳວັນ ⠚ 3 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ຜຸ້ບໍລິຫານຈາກຫຼາຍພາກສ່ວນ ແລກປ່ຽນຄວາມຄິດເຫັນເລື່ອງໄຊເບີ

ໃນວາລະການສໍາມະນາຄັ້ງນີ້ ບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍຈາກວິທະຍາກອນທັງພາຍໃນ ແລະ ວິທະຍາກອນຈາກປະເທດສິງກະໂປ ພິເສດແມ່ນການນໍາສະເໜີແອັບພິເຄຊັນປ້ອງກັນໄພຄຸມຄາມໂທລະສັບມືຖື ເຊິ່ງແອັບພິເຄຊັນດັ່ງກ່າວ ສາມາດກວດຈັບ ແລະ ປ້ອງກັນການໂຈລະກຳຂໍ້ມູນຕ່າງໆໄດ້
ພ້ອມທັງການທົດລອງນຳໃຊ້ຕົວຈິງຂອງແອັບດັ່ງກ່າວ ນອກນີ້ ຍັງໄດ້ເປີດເວທີສົນທະນາແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ເພື່ອໃຫ້ການນຳໃຊ້ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ເປັນໄປໄດ້ຢ່າງສະດວກວ່ອງໄວ ແລະ ປອດໄພ…ອ່ານຕໍ່
ແຂວງສະຫວັນນະເຂດ ໄດ້ຮັບການປະກາດຮັບຮອງເອົາ 22 ບ້ານຂອງເມືອງວິລະບູລີ ເປັນບ້ານຢຸດຕິການຖ່າຍຊະຊາຍ

ການຈັດພິທີປະກາດ ແລະ ຮັບຮອງເອົາບ້ານ ຈໍານວນ 22 ບ້ານເປັນບ້ານ ຢຸດຕິການຖ່າຍຊະຊາຍໃນຄັ້ງນີ້ເພື່ອ
ໃຫ້ປະບາຊົນ ດຳລົງຊີວິດຢ່າງຖືກຫຼັກອະນາໄມເປັນຕົ້ນແມ່ນອະນາໄມ 3 ສະອາດ ກິນສະອາດ, ດື່ມສະອາດ ແລະ ຢູ່ສະອາດ
ເມືອງວິລະບູລີ ປະກອບມີ 73 ບ້ານ ທົ່ວເມືອງມີອັດຕາການຊົມໃຊ້ນໍ້າສະອາດ 96,83 %, ອັດຕາການນໍາໃຊ້ວິດຖ່າຍເທົ່າກັບ 73,45% ແລະ ມີຈໍານວນ 22 ບ້ານທີ່ໄດ້ຊົມໃຊ້ວິດຖ່າຍໄດ້ 100%…ອ່ານຕໍ່
ຄະນະນຳເມືອງບາຈຽງ ມອບເຄື່ອງອຸປະໂພກ-ບໍລິໂພກ ອວຍພອນປະຊາຊົນວິລະຊົນ

ກຳມະການພັກແຂວງ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງໆບາຈຽງຈະເລີນສຸກ ຮອງເລຂາພັກເມືອງ,ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກແລະເງິນສົດ1.000.000 ກີບ ໃຫ້ແກ່ບ້ານວິລະຊົນໜອງກຸ້ງ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ
ເຄື່ອນໄຫວພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານທົ່ງທີງ, ບ້ານສອງຄອນແລະ ອວຍພອນບ້ານວິລະຊົນບ້ານໜອງກຸ້ງ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວຄົບຮອບ 72…ອ່ານຕໍ່
ເມືອງທ່າແຕງ ຈະເປີດແຫຼ່ງທ່ອງທ່ຽວໃໝ່ໃນອີກບໍ່ດົນ

ສະຫວັນຊັ້ນເຈັດຕາດໝາໄນ ອີກແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ເຊິ່ງຕັ້ງຢູ່ບ້ານໂກງຕາຢູນ ເມືອງທ່າແຕງ ແຂວງເຊກອງ ຫ່າງຈາກເທສະບານເມືອງປະມານ 2 ກິໂລແມັດ
ສາເຫດທີ່ເອີ້ນຊັ້ນເຈັດຍ້ອນມີເຈັດຊັ້ນ ເຊ້ງຊັ້ນທີໜຶ່ງ-ຊັ້ນທີສອງ ເປັນສະຖານທີ່ຈອດລົດສໍາລັບນັກທ່ອງທ່ຽວ, ຊັ້ນທີສາມສວນດອກໄມ້ ຫຼື ສວນ 4 ທິດ, ຊັ້ນທີສີ່ແມ່ນສວນກຸຫຼາບ, ຊັ້ນທີຫ້າໜອງສະລອຍນໍ້າສໍາເດັກນ້ອຍ-ຜູ້ໃຫຍ່, ຊັ້ນທີຫົກແມ່ນຮ້ານອາຫານ-ຈຸດຊົມວິວ, ຊັ້ນທີເຈັດແມ່ນຈະມີກະຕ່າລອຍຟ້າ ແລະສະໄລເດີ້ນໍ້າ-ສະໄລເດີ້ບົກ ມາຮອດປະຈຸບັນແມ່ນມີຄວາມຄືບໜ້າຫຼາຍພໍສົມ…ອ່ານຕໍ່
ສະຫະພັນແມ່ຍິງ ພ້ອມໂຄງການຢູນິເຊບ ໄດ້ມອບໂທລະໂຄ່ງໃຫ້ເມືອງທ່າແຕງ

ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງເຊກອງ , ມີທ່ານ ນາງ ມະໄລທອງ ວົງນາດປະທານສະຫະພັນແມ່ຍິງເມືອງທ່າແຕງ ພ້ອມຄະນະໄດ້ລົງມອບໂທລະໂຄ່ງໃຫ້ບ້ານ ຕະກຽວ ເມືອງທ່າແຕງນຳໃຊ້
ຊຸດເຄື່ອງໂທລະໂຄ່ງປະກອບມີ: ເອມໜຶ່ງໜ່ວຍ, ປາກໂທລະໂຄ່ງໜຶ່ງປາກ, ໄມໜື່ງອັນ ແລະ ສາຍໂທລະໂຄ່ງໜຶ່ງກໍ້ ລວມມູນຄ່າ 4,800,000 ກີບ ໂດຍໄດ້ຮັບທຶນສະຫນັບສະຫນູນຈາກອົງການຢູນິເຊບ (Unicef)…ອ່ານຕໍ່
8 ແຂວງພາກກາງ-ພາກໃຕ້ ຝຶກອົບຮົມຍົກລະດັບ ການສ້າງຄວາມເຂັ້ມແຂງວຽກງານຄົ້ນຄວ້າ-ສັງລວມ

ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມແມ່ນຈະໄດ້ຮັບຟັງການບັນລະຍາຍໃນຫົວຂໍ້: ການເປັນເສນາທິການດ້ານການຄົ້ນຄວ້າ-ສັງລວມ, ການຮ່າງບົດລາຍງານ, ແຈ້ງການ ແລະ ເອກະສານທາງການ, ກົນໄກແບບແຜນການກະກຽມກອງປະຊຸມ ແລະ ບົດໂອ້ລົມ, ກົນໄກແບບແຜນການຄຸ້ມຄອງ ແລະ ການຊຸກຍູ້
ເພື່ອແນ່ໃສ່ການກະກຽມສ້າງປຶ້ມຄູ່ມືກ່ຽວກັບວຽກງານຄົ້ນຄວ້າ-ສັງລວມ ມີຄວາມຖືກຕ້ອງ, ສອດຄ່ອງ ສາມາດນຳໄປເຜີຍແຜ່ ແລະ ຜັນຂະຫຍາຍເຂົ້າໃນວຽກງານ…ອ່ານຕໍ່
ພິທີເຜີຍແຜ່ຜົນຮ້າຍ ແລະ ໄພພິບັດຂອງຢາເສບຕິດທີ່ ມສ ສາລະພູມ ເມືຶອງໄຊບູລີ

ໜ່ວຍງານໂຄສະນາພະແນກຕໍາ ຫລວດກວດກາ ແລະຄວບຄຸມຢາເສບຕິດ, ຫ້ອງຕໍາ ຫລວດ, ກອງບັນຊາການ ປກສ ແຂວງສະຫັວນນະເຂດ ພ້ອມຄະນະ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍ ຂອງ ຢາເສບຕິດໃຫ້ກັບບັບດານ້ອງນັກຮຽນ ມສ ສາລະພູມ ມ1-ມ7
ມີຜູ້ອໍານວຍການ ມສ ສາລະພູມ ພ້ອມດ້ວຍບັນດາຄູ-ອາຈານເຂົ້ສຮ່ວມ ແລະ ນ້ອງນັກຮຽນເຂົ້າຮ່ວມທັງຫມົດ 309ຄົນ, ຍິງ 105 ຄົນ ຈຸດປະສົງກໍ່ເພື່ອປຸກລະດົມໃຫ້ນັກຮຽນມີຄວາມຮູ້ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບຜົນຮ້າຍຂອງຢາເສບຕິດ ເພື່ອ ຫລີກລ້ຽງ, ໃນການແກ້ໄຂ, ສະກັດກັ້ນ ແລະ ຄວບຄຸມຢາເສບຕິດ…ອ່ານຕໍ່
ສະພາການຄ້າແຂວງສາລະວັນ ມອບເງິນຊ່ວຍເຫຼືອໂຮງຮຽນມູນລະປະຖົມ

ສະພາການຄ້າ ແລະ ອຸດສາຫະກຳການຄ້າແຂວງສາລະວັນ ຮ່ວມກັບບໍລິສັດສາລະວັນພັດທະນາ ແລະ ອົງການປົກຄອງເມືອງສາລະວັນ ໄດ້ນຳເອົາອຸປະກອນການຮຽນການສອນ, ອຸປະກອນກິລາ, ເຈວລ້າງມື ແລະຢາປົວພະຍາດຈຳນວນໜື່ງ ມອບໃຫ້ໂຮງຮຽນມູນລະປະຖົມ ບ້ານນາໂພໃຫຍ່ ລວມມູນຄ່າ 14 ລ້ານກວ່າກີບ
ສະພາການຄ້າ ແລະອຸດສາຫະກຳການຄ້າແຂວງ ກໍ່ໄດ້ມອບເງິນອຸດໜູນໃຫ້ຄູສອນ ແລະ ບໍລິສັດແສງເພັດ ເມືອງວາປີ ກໍ່ໄດ້ມອບເງິນຊ່ວຍເຫຼືອຕໍ່ເຕີມສ້າງໂຮງຮຽນ 1 ລ້ານກີບ ລວມມູນຄ່າການຊ່ວຍເຫຼືອທັງໝົດ 17 ລ້ານກວ່າກີບ…ອ່ານຕໍ່