Sunday, November 9, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 23 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຫ້ອງການແຮງງານ-ສະຫວັດດິການສັງຄົມ ມອບເຄື່ອງຊ່ວຍເຫຼືອ 43ຄອບຄົວ ທີ່ຮັບຜົນກະທົບຈາກໄພພິບັດ



ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນປີ 2020 ຈຳນວນ 43 ຄອບຄົວທີ່ອາໄສຢູ່ 2ບ້ານຄື: ບ້ານຫ້ວຍກະໂພໄຊ 41 ຄອບຄົວ ແລະ ບ້ານນາວາສຸກ 2 ຄອບຄົວ

ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີ: ສັງກະສີ 199 ແຜ່ນ, ເຫຼັກຕະປູ 72 ກັບ ພ້ອມດ້ວຍເງິນສົດຈຳນວນ 400.000 ກີບ ພິທີມອບ-ຮັບຊ່ວຍເຫຼືອໃນຄັ້ງນີ້ໄດ້ຈັດຂຶ້ນທີ່ ວັດບ້ານ ຫ້ວຍກະໂພໃຫ້ກຽດມອບໂດຍ ທ່ານ ສັງວານ ນ້ອຍວັນສີ ກຳມະການພັກເມືອງ ຫົວໜ້າຫ້ອງການແຮງງານ-ສະຫວັດດີການສັງຄົມເມືອງ…ອ່ານຕໍ່

ຊາວໜຸ່ມແຂວງວຽງຈັນ ຮ່ວມໃຈກັນບໍລິຈາກເລືອດ ຢ່າງຕັ້ງໜ້າ



ການຈັດກິດຈະກຳບໍລິຈາກເລືອດຄັ້ງນີ້ ກໍ່ເພຶ່ອເປັນການສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ

ໂດຍມີບັນດາສະມາຊິກຊາວໝຸ່ມ-ໄວໜຸ່ມ ຈາກພະແນກການ, ອົງການ, ກົມກອງ, ໂຮງຮຽນ, ໂຮງໝໍສັດຕະວະແພດ, ລັດວິສາຫະກິດ ແລະ ນັກສຶກສາວິທະຍາໄລເຕັກນິກແຂວງວຽງຈັນ ຮ່ວມໃຈກັນບໍລິຈາກເລືອດແບບສະໝັກໃຈໄດ້ທັງໝົດ 157 ຖົງ (ຍິງ 68ຖົງ)…ອ່ານຕໍ່

ຄະນະຊາວໜຸ່ມ ມອບເຄື່ອງຕັດຫຍິບ ໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ 



ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງເຄື່ອນໄຫວມອບອຸປະກອນຕັດຫຍິບ ໃຫ້ແກ່ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ 

ເຊິ່ງໄດ້ນໍາເອົາຈັກຕັດຫຍິບ ຈໍານວນ 10 ເຄື່ອງ ມູນຄ່າ 25.000.000 ກີບ ມາມອບໃຫ້ ຄະນະຊາວໜຸ່ມແຂວງຄໍາມ່ວນ ເພື່ອເປັນການຊຸກຍູ້ສົ່ງເສີມວິຊາຊີບ ໃຫ້ແກ່ສະມາຊິກຊາວໜຸ່ມ-ໄວໜຸ່ມ ໃນທົ່ວແຂວງ ໄດ້ມີວິຊາຊີບ-ສ້າງວຽກເຮັດງານທໍາ…ອ່ານຕໍ່

ຄະນະບໍລິຫານງານຊາວໜຸ່ມເມືອງນານ ມອບເຄື່ອງໃຫ້ແກ່ປະຊາຊົນ ແລະ ນ້ອງນັກຮຽນ ບ້ານຫ້ວຍຄົງ



ບ້ານຫ້ວຍຄົງ ເມືອງນານ ແຂວງຫຼວງພະບາງ ແມ່ນບ້ານໜຶ່ງທີ່ຕັ້ງຢູ່ຫ່າງຈາກເທດສະບານເມືອງນານປະມານ 27 ກິໂລແມັດ ພາຍໃນບ້ານມີທັງໝົດ 61 ຄອບຄົວ ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ລວມມູນຄ່າທັງໝົດ 5 ລ້ານກ່ວາກີບ

ພິທີມອບແມ່ນໄດ້ຈັດຂຶ້ນຢູ່ທີ່ໂຮງຮຽນ ບ້ານຫ້ວຍຄົງ ໂດຍການເປັນກຽດຂຶ້ນມອບຂອງ ທ່ານ ສັນຍາ ບຸນທະວີ ຮອງເລຂາຊາວໜຸ່ມເມືອງ ໃຫ້ແກ່ນາຍບ້ານໆຫ້ວຍຄົງ ແລະ ນ້ອງນັກຮຽນ…ອ່ານຕໍ່

ເຈົ້າເມືອງລະຄອນເພັງ ໄດ້ມອບເງິນໃຫ້ແກ່ພະນັກງານບຳນານທີ່ເສຍຊີວິດ



ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ກັບອົງການຈັດຕັ້ງທີ່ກ່ຽວຂ້ອງຂອງເມືອງ ແລະ ອົງການຈັດຕັ້ງບ້ານ ມອບເງິນໃຫ້ພະນັກງານບໍານານທີ່ເສຍຊີວິດ ໃຫ້ກັບຄອບຄົວຂອງຜູ້ເສຍຊີວິດ ທັງໝົດຫຼາຍກວ່າ 50ລ້ານ

ທັງນີ້ກໍ່ເພື່ອປະຕິບັດຕາມກົດໝາຍ ວ່າດ້ວຍປະກັນສັງຄົມ ສະບັບເລກທີ 54/ສພຊ, ລົງວັນທີ 27/6/2018 ແລະ ມະຕິຕົກລົງ ເລກທີ 39/ຈມ.ລພ…ອ່ານຕໍ່

ກຊສ ເມືອງລະຄອນເພັງ ລົງເຄື່ອນໄຫວເຜີຍແຜ່ຂໍ້ມູນການອອກໃບຕາດິນ ທີ່ບ້ານໂອກາດ ແລະ ບ້ານນາທົມ



ການຮັບຮອງເອົາບ້ານທີ່ຈະລົງປະກອບສຳນວນເອກະສານເກັບກຳຂໍ້ມູນຂຶ້ນທະບຽນອອກໃບຕາດິນ ປະຈຳປີ 2021 ມີ 25 ບ້ານ (ມີຕອນດິນທັງໝົດ 3,000 ຕອນ) ປັດຈຸບັນ ເມືອງລະຄອນເພັງສຳເລັດການອອກໃບຕາດິນແລ້ວ 40 ບ້ານ

ນອກນັ້ນເພິ່ນຍັງໄດ້ເຜີຍແຜ່ການກະກຽມການປະກອບເອກະສານຕ່າງໆໃນການອອກໃບຕາດິນ, ລັກສະນະກຳມະສິດຮ່ວມໃນການນຳໃຊ້ທີ່ດິນ, ກຳມະສິດບຸກຄົນ ແລະ ກຳມະສິດສືບມູນ, ກົດລະບຽບເຂດສະຫງວນທາງເລກທີ 13, ທາງຮ່ອມ ແລະ ກົດລະບຽບເຂດສະຫງວນຂອງສາຍນໍ້າ ແລະ ຫ້ວຍຮ່ອງ…ອ່ານຕໍ່

ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະ ລົງມອບສັດລ້ຽງ ແລະ ພັນພືດ ໃຫ້ບ້ານພັດທະນາໂພນສີ



ເຊິ່ງບ້ານພັດທະນາໂພນສິມ ເປັນຮາກຖານໜຶ່ງທີ່ຂຶ້ນກັບນະຄອນ ເຊິ່ງເປັນບ້ານເກົ່າແກ່, ຫ່າງຈາກເທດສະບານປະມານ 18ກິໂລແມັດ ເຊິ່ງມີ 689ຫຼັງຄາເຮືອນ, ມີ 646 ຄອບຄົວ

ທາງສູນຍັງໄດ້ສະໜອງສັດລ້ຽງ ແລະ ພືດພັນໄມ້ໃຫ້ພໍ່ແມ່ປະຊາຊົນບ້ານໄກ້ຄຽງອີກ,ມີຊົນລະປະທານໜອງເຕົ່າເຊິ່ງເປັນບ່ອນສະໜອງນ້ຳໃຊ້ໃນລະດູແລ້ງ, ຈາກນັ້ນ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ກໍ່ໄດ້ມີຄຳເຫັນໂອ້ລົມອຳນາດການປົກຄອງບ້ານຕໍ່ວຽກງານພັດທະນາເສດຖະກິດ-ສັງຄົມຂອງກຸ່ມບ້ານດັ່ງກ່າວ…ອ່ານຕໍ່

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.