Wednesday, March 26, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 24 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຫ້ອງການກະສິກຳເມືອງໄຊ ລົງກວດສານເຄມີຕົກຄ້າງໃນພືດຜັກ ແລະ ໝາກໄມ້ສົດ



ເພື່ອກວດສອບສານພິດທີ່ຕົກຄ້າງໃນພືດຜັກ ແລະ ໝາກໄມ້ສົດ ເປັນຕົ້ນແມ່ນສານເຄມີ ຢາປາບສັດຕູພືດ ເຂົ້າໃນການຜົນຜະລິດກະສິກໍາ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບຂອງຄົນເຮົາ ໃນການບໍລິໂພກພືດຜັກ ແລະ ໝາກໄມ້ ຫຼຸດຜ່ອນຄວາມສ່ຽງທີ່ຈະເກີດພະຍາດຍ້ອນສານເຄມີໃນຜັກທີ່ເຮົາກິນ

ແນ່ໃສ່ເຮັດໃຫ້ການຜະລິດກະສິກໍາ ແລະ ປ່າໄມ້ ໄປຕາມທິດກະສິກໍາສະອາດ, ສີຂຽວສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນອີກດ້ວຍ

ການລົງກວດສອບສານເຄມີຕົກຄ້າງໃນຄັ້ງນີ້ ແມ່ນເພື່ອຄວາມປອດໄພຂອງຜູ້ບໍລິໂພກໃນແຂວງອຸດົມໄຊ ພຶດຜັກທີ່ເກັບມາເປັນຕົວຢ່າງຄັ້ງນີ້ລວມມີ ຜັກກະລຳປີ,ກະລຳດອກ ໝາກຂຳຍາວ, ຖົ່ວເບີ,  ໝາກເຜັດໃຫຍ່…ອ່ານຕໍ່

ບ້ານຝາຍ ເມືອງປາກອູ ແຂວງຫຼວງພະບາງ ເປັນບ້ານປອດຢາເສບຕິດ ແລະ ບ້ານປ້ອງກັນຄວາມສະຫງົບດີ



ປະຊາຊົນສ່ວນໃຫຍ່ແມ່ນຢຶດຖືອາຊີບການເຮັດນາ, ເຮັດໄຮ່ໝູນວຽນ, ປູກພືດ ແລະ ລ້ຽງສັດ ທົ່ວບ້ານມີເນື້ອ ທີ່ນາ 62,12 ເຮັກຕ່າ, ໄຮ່ໝູນວຽນ 35,97 ເຮັກຕາ, ເນື້ອທີສວນໄມ້ສັກ 5,25 ເຮັກຕາ ສວນໄມ້ໃຫ້ໝາກ 1,5 ເຮັກຕາ ແລະ ພືດຜັກຕ່າງໆ 8 ເຮັກຕາ

ຜ່ານການລົງປະເມີນສ້າງຄົນ, ຄອບຄົວ ແລະ ບ້ານ ໄລຍະ 3-6 ເດືອນ ເຫັນວ່າຄອບຄົວບັນລຸຕາມ 4 ມາດຖານເງື່ອນໄຂ ທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ ຈຳນວນ 56 ຄອບຄົວ ກວມເອົາ 93,33% ຂອງຄອບຄົວທັງໝົດ…ອ່ານຕໍ່

ເບຍລາວ ມອບໜຶ່ງຮ້ອຍລ້ານ ໃຫ້ແຂວງຫຼວງພະບາງ ປະກອບວຽກງານຕ້ານໂຄວິດ-19



ທ່ານ ເຮັນຣິກ ຈູເອັນເດີຊັນ Henrik Juel Andersan ອຳນວຍການໃຫ່ຍບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍຄະນະ ໄດ້ນໍາເງິນຈຳນວນ 100.000.000ກີບ ໄປມອບໃຫ້ແຂວງຫຼວງພະບາງ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19

ແລະ ທ່ານ ເຮັນຣິກ ຈູເອັນເດີຊັນ ເພິ່ນຍັງໄດ້ກ່າວຕື່ມອີກວ່າ: ບໍລິສັດເບຍລາວ ໄດ້ດຳເນີນທຸລະກິດ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົນໄກການປັບປຸງປ່ຽນແປງຂອງ ພັກ-ລັດ ໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ບໍລິສັດໄດ້ຮັບການພັດທະນາ…ອ່ານຕໍ່

ເຈົ້າເມືອງ ວິລະບູລີ ລົງເກັບກໍາຂໍ້ມູນສະຖານທີ່ຕົວຈິງ ຈຸດທີ່ຈະສ້າງລະບົບນໍ້າລິນຂອງ ບ້ານຫ້ວຍຫອງ



ທາງອໍານາດການປົກຄອງ ເມືອງວິລະບູລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ລົງຊຸກຍູ້ ແລະສໍາຫຼວດເບິ່ງສະຖານທີ່ຕົວຈິງໃນຈຸດທີ່ຈະສ້າງເປັນລະບົບນໍ້າລິນຄືຈຸດພູປະກົມ ແລະ ຈຸດພູຕະຟືມ

ເນື່ອງຈາກວ່າລະບົບນໍ້າລິນທີ່ເປີດມາແຕ່ປີ 2015 ດັ່ງກ່າວ ແມ່ນຍັງບໍ່ທັນພຽງພໍກັບຄວາມຕ້ອງການຂອງປະຊາຊົນພາຍໃນບ້ານໃນປະຈຸບັນ ຈຶ່ງມີຄວາມຈໍາເປັນຈະຕ້ອງໄດ້ກໍ່ສ້າງຕື່ມອີກ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານໄດ້ໃຊ້ນໍ້າສະອາດ…ອ່ານຕໍ່

ຄອບຄົວການນຳແຂວງ ສະຫວັນນະເຂດ ມອບອຸປະກອນຮຽນໃຫ້ນັກຮຽນເຂດຫ່າງໄກ



ເຊິ່ງໄດ້ນຳເຄື່ອງໃຊ້ເປັນຕົ້ນແມ່ນ ປື້ມຂຽນ ຈຳນວນ 1 ພັນຫົວ, ບິກຂຽນ 350 ກ້ານ ແລະສໍດຳ 350 ກ້ານ ລວມມູນຄ່າ 2 ລ້ານກວ່າກີບ ນຳມາມອບໃຫ້ແກ່ພະແນກຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວແຂວງ ເພື່ອນຳໄປມອບຕໍ່ໃຫ້ແກ່ນັກຮຽນທີ່ຢູ່ໃນເຂດຫ່າງໄກ

ໃຫ້ກຽດຮັບໂດຍທ່ານ ນ ດາວອນ ໄຊສຸລຽນ ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃຫ້ກຽດມອບໂດຍ ທ່ານ ນ ວິໄລວັນ ພົມວິຫານ ຕ່າງໜ້າຄອບຄົວການນຳແຂວງ ສະຫວັນນະເຂດ…ອ່ານຕໍ່

ປະຊາຊົນເມືອງ ວິລະບູລີ ແຜ່ວັດຖຸປັດໃຈ ສ້າງຮູບປັ້ນຈໍາລອງ ນາຍເຖົ້າ ຢູ່ທີ່ບ້ານນາຍົມ



ຮູບປັ້ນ ນາຍເຖົ້າ ແມ່ນມີລັກສະນະຮູບປັ້ນທ່ານັ່ງ, ເປັນຮູບຜູ້ເຖົ້າແມ່ຍິງຂອງຊົນເຜົ່າຜູ້ໄທ, ນຸ່ງເສື້ອແຂນຍາວສີຄາມ, ຄໍກົມມີລາຍຮອບຄໍ, ຮອບປອກແຂນຮອບຕົວເສື້ອ, ໃສ່ກະດູມ ເປັນຮູບເງິນບີ້ຕິດມີນໍ້າໜັກປະມານ 45-50 ກິໂລ

ມີມູນຄ່າໃນການກໍ່ສ້າງປະມານ 5ລ້ານກີບ ເຊິ່ງແມ່ນການແຜ່ວັດຖຸປັດໃຈຂອງພໍ່ແມ່ປະຊາຊົນພາຍໃນບ້ານເອງ

ພາກສ່ວນທີ່ກ່ຽວຂ້ອງຂອງເມືອງວິລະບູລີ ກໍ່ໄດ້ລົງຕິດຕາມ ແລະ ກວດກາເບິ່ງການສ້າງຮູບປັ້ນຈໍາລອງ ນາຍເຖົ້າ ຢູ່ທີ່ ບ້ານນາຍົມ ການສ້າງຮູບປັ້ນຈຳລອງ ນາຍເຖົ້າ ນີ້ກໍ່ແມ່ນເພື່ອສ້າງເປັນບ່ອນກາບໄຫວ້ສັກກະລະບູຊາ ຂອງປະຊາຊົນພາຍໃນບ້ານ…ອ່ານຕໍ່

ຜູ້ຕາງໜ້າອົງພັດທະນາສາກົນ ອາເມລິກາ ປະຈໍາປະເທດລາວ ລົງເຄື່ອນໄຫວຢ້ຽມຢາມ ກິດຈະກຳພາກສະໜາມ ຢູ່ແຂວງຈຳປາສັກ


ກິດຈະກຳທີ່ເພິ່ນລົງມາຢ້ຽມຢາມເປັນໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ( The Laos CTIP program ) ຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ

ຈັດຕັ້ງປະຕິບັດໂດຍ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມມືກັບ ອົງການວິນຣອກ ສາກົນ ຂອງລັດຖະບານສະຫະລັດອາເມຣິກາ ເພື່ອການເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດ, ຜູ້ບັງຄັບໃຊ້ກົດໝາຍ, ອໍານາດການປົກຄອງທ້ອງຖິ່ນ, ໃນການປະຕິບັດໜ້າທີ່ສະກັດກັ້ນ ແລະ ຕ້ານທຸກຮູບແບບ…ອ່ານຕໍ່

ລັດວິສາຫະກິດນ້ຳມັນເຊື່ອໄຟລາວ ສາຂາສະຫວັນນະເຂດ ໄດ້ມອບເຄື່ອງໃຊ້ອຸປະກອນການສຶກສາ ໃຫ້ພະແນກຖະແຫຼ່ງຂ່າວ



ເຊິ່ງເປັນປະເພດປຶ້ມຂຽນ 10 ຕັບ, ບິກຂຽນ 10 ກັບ, ຜ້າຮົ່ມ 20 ຜືນ ລວມມູນຄ່າ 1 ລ້ານ 4 ແສນກີບ ມາມອບໃຫ້ພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ສະຫວັນນະເຂດ

ພ້ອມທັງມອບເຄື່ອງຊ່ວຍເຫລືອໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ຕາດສະດີເມືອງ ເຊໂປນ ເຊິ່ງຈະໄດ້ອອກເດີນທາງທີ່ຈະມາເຖິງນີ້…ອ່ານຕໍ່

ສະຫະພັນກຳມະບານແຂວງສະຫວັນນະເຂດ ພ້ອມກັນອານາໄມລວມ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນ



ໃນການອອກແຮງງານອານາໄມລວມໃນຄັ້ງນີ້ ແມ່ນໄດ້ມີການເຊາະຮ່ອງລະບາຍນ້ຳເສຍ, ປັດກວາດໃບໄມ້, ຈູດຂີ້ເຫຍື້ອ ແລະ ຖາງຫຍ້າບໍລິເວນອ້ອມຂ້າງເພື່ອໃຫ້ສະຖານທີ່ດັ່ງກ່າວມີຄວາມສະອາດງາມຕາ

ເພື່ອເປັນການຂ່ຳນັບຮັບຕ້ອນ ໃຫ້ແກ່ວັນສຳຄັນຕ່າງໆຂອງຊາດ-ຂອງພັກ ແລະ ທັງເປັນການຮັດແໜ້ນຄວາມສາມັກຄີພາຍໃນ-ພາຍນອກຂອງອ້າຍນ້ອງພະນັກງານ…ອ່ານຕໍ່

ອົງການຢູນີເຊັບ ລົງຕິດຕາມໂຄງການຮ່ວມມືປັບປຸງດ້ານໂພຊະນາການ ໃນລາວ



ເພື່ອປຶກສາຫາລືແຜນດໍາເນີນງານຢູ່ຂັ້ນແຂວງ ເພື່ອແກ້ໄຂບັນຫາການຂາດສານອາຫານ, ການປຸກລະດົມຈິດສໍານຶກ ແລະ ການເພີ່ມຂີດຄວາມສາມາດຂອງບັນດາສະຖາບັນຕ່າງໆ ພາຍໃຕ້ໂຄງການຮ່ວມມືປັບປຸງດ້ານໂພຊະນາການ (PIN)

ເຊິ່ງເປັນການຮ່ວມມື ລະຫວ່າງ ສະຫະພາບເອີຣົບ ຮ່ວມກັບ ອົງການ ຢູນິເຊັບ, ລັດຖະບານແຫ່ງ ສປປ ລາວ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ,  ໄດ້ໃຫ້ການສະໜັບສະໜູນການຂະຫຍາຍບັນດາກິດຈະກໍາດ້ານໂພຊະນາການ…ອ່ານຕໍ່

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ