ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 25 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ປກສ ແຂວງ ຫຼວງນໍ້າທາ ລົງທໍາລາຍສວນຝິ່ນທີ່ລັກລອບປູກຂອງປະຊາຊົນ ໃນເນື້ອທີ່ເກືອບ 40 ເຮັກຕາ



ນັບແຕ່ຕົ້ນເດືອນມັງກອນ ຫາ ເດືອນກຸມພາ 2021, ເຈົ້າໜ້າທີ່ ໄດ້ລົງເຄື່ອນໄຫວກວດພົບ ແລະ ທໍາລາຍສວນຝິ່ນທີ່ລັກລອບປູກຂອງປະຊາຊົນ ໃນຂອບເຂດ 5 ເມືອງ

ຊຶ່ງໃນການເຄື່ອໄຫວທຳລາຍຄັ້ງນີ້ມີ: ເມືອງວຽງຄໍາ ມີປະຊາຊົນປູກຝິ່ນ 5 ບ້ານ, ເມືອງສິງ ມີປະຊາຊົນປູກຝິ່ນ 2 ບ້ານ, ເມືອງນາແລ ມີປະຊາຊົນປູກຝິ່ນ 2 ບ້ານ, ເມືອງລອງ ມີປະຊາຊົນປູກຝິ່ນ 16 ບ້ານ, ເມືອງຫຼວງນໍ້າທາ ມີປະຊາຊົນປູກຝິ່ນ 3 ບ້ານ ຊື່ງລວມເນື້ອທີ່ເກືອບ 40 ເຮັກຕາ…ອ່ານຕໍ່

ຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ປຶກສາແກ້ບັນຫາ ການຄ່ຽນຖ່າຍສິນຄ້າຂອງບໍລິສັດ ລົດໄຟ ລາວ-ຈີນ



ບໍລິສັດ ວຽງຈັນ ໂລຈິສຕິກ ຈຳກັດ ໃນນາມບໍລິສັດທີ່ສ້າງສະຖານີຄ່ຽນຖ່າຍສິນຄ້າ ແລະ ບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດກອງປະຊຸມປຶກສາຫາລືຂອງຄະນະວິຊາການ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ

ຈຸດປະສົງເພື່ອແກ້ໄຂບັນຫາການກໍ່ສ້າງສະຖານີຄ່ຽນຖ່າຍສິນຄ້າຂອງບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ແລະ ການນຳໃຊ້ທ່າບົກ-ທ່ານາແລ້ງ ນະຄອນຫຼວງວຽງຈັນ ໃຫ້ມີຄວາມສະດວກໃນການເຊື່ອມຈອດ ກໍຄື ການນຳໃຊ້ບໍລິການຂົນສົ່ງ ແລະ ຄ່ຽນຖ່າຍສິນຄ້າດ້ວຍວິທີການ ແລະ ຮູບການທີ່ເໝາະສົມ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...