ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ ⠚ 25 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຈົ້າແຂວງຫຼວງພະບາງ ລົງຊຸກຍູ້ຕິດຕາມກວດກາໂຄງການກໍ່ສ້າງກອງພັນນ້ອຍ 414



ເຊິ່ງໄດ້ເລີ່ມຕົ້ນລົງມືກໍ່ສ້າງມາແຕ່ ປີ2018 ແລະ ຄາດວ່າຈະໃຫ້ສໍາເລັດໂຄງການກໍ່ສ້າງມິຖຸນາ 2022 ດ້ວຍມູນຄ່າການກໍ່ສ້າງທັງໝົດຫຼາຍກວ່າ 35ຕື້

ໂຄງການກໍ່ສ້າງປະກອບມີ ວຽກຂອງຫ້ອງການອາຄານ 2 ຊັ້ນ 1 ຫຼັງ, ສະໂມສອນກອງພັນ 1 ຫຼັງ, ເຮືອນນອນຄະນະກອງ 1 ຫຼັງ, ເຮືອນນອນອ້າຍນ້ອງໂສດ 8 ຫຼັງ, ເຮືອນນອນປ້ອງກັນ 1 ຫຼັງ, ເຮືອນນອນສໍານັກກອງພັນ 1 ຫຼັງ, ເຮືອນຄົວກິນ ແລະ ກິນເຂົ້າ 1 ຫຼັງ, ຫ້ອງການກອງຮ້ອຍ 3 ຫຼັງ…ອ່ານຕໍ່

ຮອງເຈົ້າເມືອງໄຊບູລີ ພ້ອມຄະນະ ລົງຊຸກຍູ້ການກໍ່ສ້າງເສັ້ນທາງເບຕົງ ພາຍໃນບ້ານຂອງ ເມືອງໄຊບູລີ



ມາຮອດປັດຈຸບັນແມ່ນໄດ້ຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງເບຕົງ ແລະ ລົງມືກໍ່ສ້າງແລ້ວຈໍານວນ 7 ບ້ານພາຍໃນເມືອງ

ໃນນັ້ນມີບ້ານເວີນເໜືອ ໄດ້ກໍ່ສ້າງເສັ້ນທາງເບຕົງ ມີຄວາມຍາວ 1,500 ແມັດ (ມູນຄ່າໃນການກໍ່ສ້າງ 85ລ້ານກີບ), ເວີນໃຕ້ ຍາວ 257 ແມັດ (ມູນຄ່າໃນການກໍ່ສ້າງ 46ລ້ານ6ແສນກີບ), ຕົ້ນແຫນ ຍາວ 250 ແມັດ (ມູນຄ່າ 70ລ້ານກີບ), ບຶງເຊ ຍາວ 2,258 ແມັດ (ມູນຄ່າ 380ລ້ານກີບ), ຫາດຊາຍສູງ ຍາວ 1,350 ແມັດ (ມູນຄ່າ 530 ລ້ານ153ພັນກີບ), ບົວໄຂ ຍາວ 50 ແມັດ (ມູນຄ່າ 25ລ້ານກີບ), ແລບ້ານປາກເຊບັ້ງໄຟ ຍາວ 50 ແມັດ (ມູນຄ່າ 25ລ້ານກີບ)…ອ່ານຕໍ່

ປະທານອົງການກາແດງລາວ ມອບເງິນຊ່ວຍເຫລືອ 2 ເມືອງຂອງແຂວງສະຫວັນນະເຂດ



ການເດີນທາງຄັ້ງນີ້ແມ່ນມາມອບເຄື່ອງ ແລະເງີນຊ່ວຍເຫລືອໃຫ້ກັບພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາເຮັດໃຫ້ການຜະລິດຂອງພໍ່ແມ່ປະຊາຊົນເສຍຫາຍເຮືອນຊານບ້ານຊ່ອງກໍ່ໄດ້ຮັບຜົນກະທົບ

ທາງ ອົງການກາແດງລາວ ຈື່ງໄດ້ນຳເອົາເງິນ ແລະ ເຄື່ອງຊ່ວຍເຫລືອມາມອບໃຫ້ 2 ເມືອງຄື ເມືອງ ວິລະບູລີ ແລະ ເມືອງ ທ່າປາງທອງ ເຊິ່ງເປັນອີກເມືອງທີ່ໄດ້ຮັບຜົນກະທົບແລະຍັງເຫລືອ 2 ເມືອງສຸດທ້າຍທີ່ທາງກາແດງລາວໃຫ້ການຊ່ວຍເຫລືອ…ອ່ານຕໍ່

ເມືອງຄໍາເກີດ ແຂວງບໍລິຄຳໄຊ ມອບເຮືອນ ໃຫ້ພະນັກງານບໍານານທີ່ບໍ່ທັນພົ້ນທຸກ



ເຮືອນຫຼັງດັ່ງກ່າວ ແມ່ນໄດ້ເລີ່ມມາແຕ່ເດືອນ ທັນວາ 2020, ມີຄວາມກ້ວາງຂະໜາດ 6×7 ແມັດ, ໃຊ້ເວລາການກໍ່ສ້າງ 3 ເດືອນ ຈຶ່ງສໍາເລັດ

ດ້ວຍທຶນສົມທົບຈາກໂຄງການຕອບບຸນແທນຄຸນ ຂອງຊາວໜຸ່ມເມືອງຄໍາເກີດ, ຮາກຖານ, ໜ່ວຍຮາກຖານ, ສະມາຄົມນັກທຸລະກິດໜຸ່ມ, ພະສົງ ລະດົມຈາກສັງຄົມ, ພໍ່ຄ້າຊາວຂາຍ ພາຍໃນເມືອງ…ອ່ານຕໍ່

ເມືອງຫົງສາ ປະຕິບັດເຫດການຈຳລອງກໍລະນີເກີດເຫດແຜ່ນດິນໄຫວ



ເຊີ່ງມີ 8 ໜ່ວຍງານໃຫ້ການຊ່ວຍເຫຼືອຄື: ໜ່ວຍງານຄວບຄຸມບັນຊາການ, ໜ່ວຍງານແຈ້ງເຕືອນປະຊາສຳພັນ, ໜ່ວຍງານຄຸ້ມຄອງເຂດປອດໄພ, ໜ່ວຍງານຄົ້ນຫາ ແລະ ກູ້ໄພ, ໜ່ວຍງານແພດສຸກເສີນ, ໜ່ວຍການອົບພະຍົບ, ໜ່ວຍເກັບກໍາຂໍ້ມູນ ແລະ ປະເມີນຜົນເສຍຫາຍ​ ແລະ​ ໜ່ວຍງານຊ່ວຍເຫຼືອບັນເທົາທຸກ

ເຫດການແຜ່ນດິນໄຫວໃນຄັ້ງນີ້ ເພື່ອສ້າງຄວາມເອກະພາບກັນ ແລະນໍາໄປຈັດຕັ້ງປະບັດໃນກໍລະນີເກີດມີແຜ່ນດິນໄຫວຂຶ້່ນຈິງ ເພື່ອຈະໄດ້ພ້ອມກັນຊ່ວຍເຫຼືອ,ກູ້ໄພໃຫ້ວ່ອງໄວຂຶ້ນ…ອ່ານຕໍ່

ຮອງເຈົ້າແຂວງຈຳປາສັກ ໄດ້ລົງຕິດຕາມປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດລົມພະຍຸລະດູຮ້ອນ



ຫຼັງຈາກໄດ້ເກີດມີລົມພະຍຸລະດູຮ້ອນພັດແຮງເຮັດໃຫ້ບ້ານ-ເຮືອນຂອງພໍ່ແມ່ປະຊາຊົນຈຳນວນ ໄດ້ຮັບຄວາມເສຍໜັກພໍສົມຄວນ, ມີ 46 ຫຼັງຄາເຮືອນ ແລະເລົ້າເຂົ້າ 2 ຫຼັງ, ເບື້ອງຕົ້ນໄດ້ປະເມີນມູນຄ່າເສຍຫາຍທັງໝົດປະມານ 135 ລ້ານກວ່າກີບ

ເຊິ່ງມີ 2 ບ້ານຄື: ບ້ານໜອງໝາກເອກ ແລະ ບ້ານພະລາຍ ເມືອງປະທຸມພອນ ແຂວງຈໍາປາສັກ ການລົງເຄື່ອນໄຫວຕິດຕາມ ໃນເທື່ອນີ້ ຍັງໄດ້ນຳເອົາເຄື່ອງ ອຸປະໂພກ ບໍລິໂພກ ແລະປັດໃຈອື່ນໆ ທີ່ຈຳເປັນ ມາມອບໃຫ້ ປະຊາຊົນທັງ 2 ບ້ານ…ອ່ານຕໍ່

ຫຼວງພະບາງ ຮັບຮອງ 5 ບ້ານເປັນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ



5 ບ້ານຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການສ້າງບ້ານພັດທະນາດ້ານແຮງງານ ແລະສະຫວັດດີການສັງຄົມ ຄື: ບ້ານຫາດມາດ, ບ້ານຫາດຍາ, ບ້ານຫາດຂາມ, ບ້ານຫາດຄໍ້ ແລະ ບ້ານວັງແລ ມີຄອບຄົວທັງໝົດ 491 ຄອບຄົວ, ມີພົນລະເມືອງທັງໝົດ 2.631 ຄົນ

ເຊິ່ງທີາຜ່ານມາທາງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງປາກອູ ກໍ່ໄດ້ນໍາເອົາກົົດໝາຍແຮງງານວ່າດ້ວຍການປະກັນສັງຄົມ, ດໍາລັດວ່າດ້ວຍການສົງເຄາະລົງເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ

ໂດຍປະຕິບັດຕາມ 4 ບາດກ້າວການສ້າງບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ແລະ 3 ມາດຖານການສ້າງຄອບຄອບພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ແລະ 6 ມາດຖານການສ້າງບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ…ອ່ານຕໍ່

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.