Thursday, May 15, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິວວຽງຈັນທາຍ

ປະຈຳວັນ ⠚ 26 ມີນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ມິສ ຢູນິເວີສ ລາວ 2020 ກຽມເປັນຕົວແທນຄົນລາວ ສູ່ເວທີສາກົນ



ນາງຄຣິສຕີນາ ລາຊະສີມມາ ມິສ ຢູນິເວີສ ລາວ 2020 ຈະເປັນຕົວແທນເພື່ອເຂົ້າຮ່ວມປະກວດ ມິສ ຢູນິເວີສ ທີ່ລັດ ຟລໍຣິດ້າ ສະຫະລັດອາເມລິກາ ທີ່ຈະໄດ້ຈັດຂຶ້ນໃນໄວໆນີ້

ຊຶ່ງປັດຈຸບັນນີ້ໄດ້ມີການກຽມຕົວເພື່ອຈະເຂົ້າປະກວດໃນງານດັ່ງກ່າວບໍ່ວ່າຈະເປັນການຍ່າງ, ການວາງຕົວ, ເສື້ອຜ້າ ຫຼື ຊຸດປະຈໍາຊາດ, ພາສາຕ່າງປະເທດ…ອ່ານຕໍ່

ໂຮງໝໍແມ່ ແລະ ເດັກເກີດໃໝ່ ຢູ່ບ້ານໜອງພະຍາ ຈະກໍ່ສ້າງຕຶກນອນພິເສດ ແລະຄາດວ່າອີກ 3 ປີສຳເລັດ



ຕຶກນອນພິເສດດັ່ງກ່າວມີເນື້ອທີ່ດິນປຸກສ້າງ 3.700 ຕາແມັດ, ເປັນອາຄານ 3 ຊັ້ນ, ຍາວ 58,8 ແມັດ ແລະ ກວ້າງ 27,4 ແມັດ, ມີ 52 ຫ້ອງນອນ ຫ້ອງນໍ້າ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ

ໂຮງໝໍແມ່ນຢູ່ທີ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ຊຶ່ງໂຮງໝໍແມ່ ແລະ ເດັກເກີດໃໝ່ຈະສົມທົບທຶນ 30% ແລະ ບໍລິສັດ ສົມທົບທຶນ 70% ຊຶ່ງຈະໃຊ້ເວລາໃນການກໍ່ສ້າງ 3 ປີ ເປັນການຮ່ວທຶນລະຫວ່າງ ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ບໍລິສັດ ລິດປັນຍາ ອອກແບບ-ກໍ່ສ້າງ ຈຳກັດ…ອ່ານຕໍ່

ການແຂ່ງຂັນບານເຕະລາວລີກ ປະຈຳປີ 2021 ເລີ່ມຢ່າງເປັນທາງການ ວັນເສົານີ້



ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ມີທັງໝົດ 5 ສະໂມສອນ ເຂົ້າຮ່ວມຊຶ່ງປະກອບມີ: ສະໂມສອນ ເອັຟຊີ ຈັນທະບູລີ, ສະໂມສອນ ຊ້າງນ້ອຍ ເອັຟຊີ, ສະໂມສອນ ເອສະຣາ ເອັຟຊີ, ສະໂມສອນ ກອງທັບ ເອັຟຊີ ແລະ ສະໂມສອນ ວຽງຈັນ ເອັຟຊີ

ຊຶ່ງມືີ້ເປິດ ຈະມີການແຂ່ງຂັນ 2 ຄູ່ໃນເວລາດຽວກັນ ຄື: ເວລາ 15: 30 ສະໂມສອນ ກອງທັບ ເອັຟຊິ ພົບ ສະໂມສອນ ວຽງຈັນ ເອັຟຊີ ທີ່ສະໜາມກິລາກອງທັບ ແລະ ສະໂມສອນ ເອສະຣາ ເອັຟຊີ ພົບ ສະໂມສອນ ຊ້າງນ້ອຍເອັຟຊີ ຢູ່ສະໜາມກິລາມະຫາວິທະຍາໄລແຫ່ງຊາດລາວ…ອ່ານຕໍ່

ເມືອງທ່າໂທມ ສ້າງບ້ານພັດທະນາໄດ້ 3 ບ້ານ ປະຈຳປີ 2021



ທັງ 3 ບ້ານມີພົນລະເມືອງ 2.800, ຍິງ 1.400 ກວ່າຄົນ, ມີ 487 ຫຼັງຄາເຮືອນ ແລະ 490 ຄອບຄົວຊຶ່ງມີ 3 ຊົນເຜົ່າອາໄສຢູ່ຮ່ວມກັນ ໂດຍການຍຶດຖືອາຊີບປູກຝັງ-ລ້ຽງສັດ ແລະ ຄ້າຂາຍ

ອຳນາດການປົກຄອງເມືອງທ່າໂທມ ແຂວງໄຊສົມບູນ ໄດ້ປະກາດ 3 ບ້ານເປັນບ້ານພັດທະນາ ປະຈຳປີ 2021 ຄື: ບ້ານນາຫ້ອງ, ບ້ານໂພນຮົ່ມ ແລະ ບ້ານວັງໄຮ ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້