ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ ⠚ 26 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສະມາຄົມເພື່ອການສະໜັບສະໜູນຊົນນະບົດ ຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ 1000ວັນ



ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອໃຫ້ຄວາມຮູ້ດ້ານໂພຊະນາການ 1000 ວັນ ແກ່ອຳນາການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນໃຫ້ເຂົ້າໃຈ ແລະ ມີສ່ວນຮ່ວມໃນການເບີ່ງແຍງຕົນເອງ, ເດັກນ້ອຍ, ແມ່ຖືພາ, ແມ່ຫຼັງເກີດ

ໂຄງການດ້ານໂພສະນາການ 1000 ວັນແມ່ນໄດ້ສຸມໃສ່ 6 ບ້ານເປົ້າໝາຍຂອງເມືອງທ່າປາງທອງ ເຊີ່ງມີຄູ່ຮ່ວມງານຫຼັກ 4 ຫ້ອງການດ້ວຍກັນຄື: ຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ຍິງເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ ແລະ ສຸກສາລາ ເຊິ່ງໄດ້ຮັບທຶນຈາກສະຫະພາບເອີຣົບຫຼາຍກວ່າ 122ລ້ານກີບ…ອ່ານຕໍ່

ກອງປະຊຸມປະຕິບັດ ໂຄງການຮ່ວມໃຈສາຍໄຍໂລມາຄຳຢູ່ແຂວງ ສະຫວັນນະເຂດ



ໂຄງການຮ່ວມໃຈສາຍໄຍໂລມາຄຳ ເຊິ່ງຕັ້ງຢູ່ ບ້ານ ຕະຢົງ ແລະ ບ້ານ ປະແນະ ເມືອງນອງ ເປົ້າໝາຍຂອງໂຄງການເພື່ອຊຸກຢູ່ສົ່ງເສີມສ້າງເສດຖະກິດຄອບຄົວໃຫ້ປະຊາຊົນໄດ້ມີແຫລງອາຫານ, ແຫລງລາຍຮັບ ເພື່ອກຸ້ມຢູ່ກຸ້ມກິນ ແລະ ສ້າງຄວາມເຂັ້ມແຂງແບບຢືນຍົງ ຫຼີກລ້ຽງການຊ່ວຍເຫຼືອແບບອຸປະຖຳ, ບັນດາກິດຈະກຳຂອງໂຄງການ

ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ ທ່ານຮອງເຈົ້າແຂວງ, ກຳມະການພັກແຂວງ ຫົວໜ້າກອງບັນຊາການ, ຕາງໜ້າກອງພົນທີ 4 ກຳມະການພັກແຂວງຈາກນະຄອນ, ຈາກເມືອງ,ມະຫາວິທະຍາໄລສະຫວັນນະເຂດ ພະແນກການກົມກອງອ້ອມຂ້າງແຂວງ…ອ່ານຕໍ່

ສະຫະພັນແມ່ຍິງແຂວງສະຫວັນນະເຂດ ມອບເຄື່ອງຊ່ວຍເຫລືອປະຊາຊົນເມືອງເຊໂປນ



ທ່ານ ແກ້ວພອນ ເກດຕະວົງ ຮອງປະທານສະຫະພັນແມ່ຍິງແຂວງ ສະຫວັນນະເຂດ ໄດ້ນຳເອົາເຄື່ອງໃຊ້ປະເພດ ຢາສີພັນ 2 ແກັດ, ປື້ມຂຽນ 100 ຫົວ ລວມມູນຄ່າ 1ລ້ານ7ແສນກວ່າກີບ

ມາມອບໃຫ້ແກ່ຂະບວນຄາລະວານທ່ອງທ່ຽວກັບກິດຈະກຳລາວທ່ຽວລາວ ເພື່ອໄປມອບຕໍ່ໃຫ້ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນເມືອງເຊໂປນ ໃຫ້ກຽດຮັບເຄື່ອງຊ່ວຍເຫລືອໃນຄັ້ງນີ້ໂດຍ ທ່ານ ມົງກຸດເພັດ ວົງພະຈັນ ຮອງຫົວໜ້າພະແນກ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ…ອ່ານຕໍ່

ເມືອງອຸທຸມພອນສ້າງຂະບວນການອະນາໄມ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສະຫະພັນກໍາມະບານເມືອງ



ອະນາໄມໃນຂອບເຂດວົງວຽນຂອງເມືອງ, ບໍລິເວນສາມຫຼ່ຽມປິ້ງໄກ່ເຊໂນ, ຂອບເຂດທາງເລກທີ 09 ແຕ່ໂຮງຮຽນມສ ອຸທຸມພອນເຂົ້າສູ່ຕົວເມືອງສະຫວັນ

ເຊິ່ງນໍາໂດຍທ່ານ ແສນສັກ ພີມວົງສາ ກໍາມະການພັກແຂວງ,ເລຂາພັກເມືອງ,ເຈົ້າເມືອງອຸທຸມພອນ ພ້ອມຄະນະ ໄດ້ນຳພາ ຄູ-ອາຈານ ແລະ ນັກຮຽນ ມສ ອຸທຸມພອນ ສ້າງຂະບວນການອະນາໄມລວມຕາມຈຸດສໍາຄັນຕ່າງໆຂອງເມືອງ…ອ່ານຕໍ່

ເຈົ້ງເມືອງ-ເມືອງນອງ ລົງຊຸກຍູ້ວຽກງານການຜະລິດຢູ່ບ້ານສະວຶ-ຕະຫຼິງ



ເຈົ້າເມືອງ-ເມືອງນອງ ພ້ອມດ້ວຍບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງຈຳນວນໜຶ່ງໄດ້ລົງພົບປະ ແລະ ຊຸກຍູ້ວຽກງານການພັດທະນາຕ່າງໆຢູ່ 2 ບ້ານ ເຊິ່ງ 2 ບ້ານດັ່ງກ່າວຫ່າງຈາກເທສະບານເມືອງປະມານ 20 ກິໂລແມັດ

ຂໍ້ຫຍຸ້ງຍາກຂອງຊາວບ້ານກໍ່ແມ່ນເສັ້ນທາງໄປມາຫາສູ່ ຫຼື ແລກປ່ຽນຄ້າຂາຍຍັງພົບຄວາມຫຍຸ້ງຍາກ ໂດຍສະເພາະໃນຊ່ວງລະດູຝົນ

ຜົນຜະລິດຢາງໂບງແມ່ນບໍ່ມີຜູ້ເກັບຊື້, ບັນຫານ້ຳດື່ມ ນ້ຳໃຊ້ບໍ່ພຽງພໍກັບຄວາມຕ້ອງການຂອງປະຊາຊົນ, ການຕິດຕໍ່ສື່ສານສັນຍານໂທລະສັບພົບກັບຄວາມຫຍຸ້ງຍາກຫຼາຍ ຈຶ່ງສະເໜີໃຫ້ທາງການນຳເມືອງກໍ່ຄື່ແຂວງຄົ້ນຄວ້າຊ່ວຍ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...