ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 31 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ກອງປະຊຸມປຶກສາຫາລືຂັ້ນແຂວງ ແລະ ຂະຫຍາຍເນື້ອທີ່ສຳປະທານບໍ່ຖ່ານຫີນໂຄງການໄຟຟ້າຫົງສາ



ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນແຂວງ ແລະ ສູນກາງ ກ່ຽວກັບ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ສຳລັບການຂະຫຍາຍເນື້ອທີ່ສຳປະທານບໍ່ຖ່ານຫີນໂຄງການໄຟຟ້າຫົງສາ

ເພື່ອແນໃສ່ເຮັດໃຫ້ການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ຍືນຍົງ, ມີການປົກປັກຮັກສາສິ່ງແວດ ລ້ອມ, ປະກອບສ່ວນເຮັດໃຫ້ເສດຖະກິດຂອງຊາດ ມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄຽງຄູ່ກັບການພັດທະນາທາງດ້ານເສດຖະກິດ-ສັງຄົມ…ອ່ານຕໍ່

ເຈົ້າແຂວງສາລະວັນ ລົງສຳລວດພື້ນທີ່ທີ່ມີຄວາມເປັນໄປໄດ້ໃນການລົງທຶນ



ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະ ຢ້ຽມຢາມຂອງ ທ່ານ ຈ້າວເຫຼີນ ປະທານເສດຖະກິດສາມຫຼ່ຽມທອງຄຳ

ເພື່ອມາເບິ່ງຄວາມເປັນໄປໄດ້ ທີ່ຈະລົງທຶນພັດທະນາເດີ່ນບິນຂອງແຂວງ, ລົງທຶນໃສ່ດ້ານກະສິກຳປູກ ຝັງ-ລ້ຽງສັດ ແລະ ດ້ານການທ່ອງທ່ຽວ

ຈາກນັ້ນ, ກໍໄດ້ໄປຢ້ຽມຢາມເບິ່ງເຂດເຊື່ອມຕໍ່ລະຫວ່າງຊາຍແດນລະໄລ ເມືອງສະໝ້ວຍ ແຂວງສາລະວັນ ຊາຍແດນລາວ-ຫວຽດນາມ…ອ່ານຕໍ່

ເຈົ້າແຂວງເຊກອງ ເນັ້ນສອງບັນຫາຫຼັກໃຫ້ສາທາລະນະສຸກເອົາໃຈໃສ່ຢ່າງຕັ້ງໜ້າ



ກອງປະຊຸມສະຫຼຸບການຈດຕັ້ງປະຕິບັດແຜນພັດທະນສາທາລະນະສຸກ 5 ປີ ຄັ້ງທີ VIII  ໂດຍສຸມໃສ່ວຽກງານສໍາຄັນຄື: ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານສະມາຊິກພັກ, ລັດຖະກອນແພດໝໍທຸກໆຄົນໃຫ້ກໍາແໜ້ນແນວທາງຂອງພັກ

ແຜນພັດທະນາສາທາລະນະສຸກໃນໄລຍະໃໝ່ ແນໃສ່ຮັບປະກັນໃຫ້ຜູ້ບໍລິຫານ, ແພດໝໍ ທຸກຄົນມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ, ມີຈັນຍາບັນຂອງແພດໝໍ

ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ແລະໜ້າທີ່ວິຊາສະເພາະທີ່ຖືກມອບມາຍ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫມີນໍ້າໃຈເສຍສະຫຼະເພື່ອສ່ວນລວມ ແລະ ເຮັດພັນທະໃຫ້ແກ່ລັດດ້ວຍຄວາມຈິງໃຈ…ອ່ານຕໍ່

ພະແນກສາທາລະນະສຸກແຂວງສະຫວັນນະເຂດ ຈັດກອງປະຊຸມແລກປ່ຽນບົດຮຽນໂພຊະນາການ



ການຈັດຕັ້ງປະຕິບັດ 4 ມາດຕະການ ວຽກງານ ດ້ານໂພຊະນາການ ຂອງ ພະແນກ ສຶກສາ ແລະ ກີລາ ການສະ ໜອງອາຫານທ່ຽງ ກວມເອົາໂຮງຮຽນ ອະນຸບານ 28 ແຫ່ງ, ໂຮງຮຽນມັດທະຍົມ 349 ໃນ 7 ເມືອງ ທຶນສະໜັບສະໜູນຈາກ CRS

ການສົ່ງເສີມພືດສວນຄົວ: ໂຮງຮຽນ ອະນຸບານ 189 ແຫ່ງ, ໂຮງຮຽນ ມັດທະຍົມ 614 ທຶນສະໜັບສະໜູນຈາກ CRS ແລະ ໃນ 5 ໂຮງຮຽນໃນ ເມືອງ ນອງ ທຶນ ຈາກ MCNV…ອ່ານຕໍ່

ສາມພາກສ່ວນຢ້ຽມຢາມຂໍ່ານັບທ່ານເຈົ້າແຂວງ ພ້ອມທັງມອບເງິນຊ່ວຍເຫຼືອຈໍານວນ 100 ລ້ານກີບ



ເຊິ່ງມີທະນາຄານກາງແຫ່ງ ສປປ ລາວ ຮ່ວມກັບບໍລິສັດ ຈະເລີນເຊກອງພະລັງງານ ຈໍາກັດ ແລະ ກຸ່ມບໍລິສັດ ພົງຊັບທະວີ ກໍ່ສ້າງຂົວທາງ ພ້ອມຄະນະ ເຊິ່ງນໍາໂດຍ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການ ທະນາຄານກາງແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຢາມຂໍ່ານັບ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ

ເນື່ອງໃນໂອກາດທີ່ເດີນທາງລົງມາເຮັດວຽກ ພ້ອມກັບສະແດງຄວາມເປັນຫ່ວງເປັນໃຍ ແລະ ເພື່ອເປັນການຊຸກຍູ້ວຽກງານຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...