ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 7 ເມສາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ອົງການອາຫານໂລກ ແລະ ກະຊວງສາທາລະນະສຸກ ຊ່ວຍເຫຼືອແຮງງານລາວ ຫຼຸດຜ່ອນຄ່າໃຊ້ຈ່າຍໃນການກັກໂຕ



ເຊິ່ງບັນດາຜູ້ອອກແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ ປະມານ 1ໝື່ນຄົນ ທີ່ກັບຈາກປະເທດເພື່ອນບ້ານ ໃນສູນຈໍາກັດບໍລິເວນ ຢູ່ໃນນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ສະຫວັນນະເຂດ, ຈໍາປາສັກ ແລະ ໄຊຍະບູລີ

ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ຊ່ວຍເຫຼືອ 1ລ້ານໂດລາ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍຂອງເຂົາເຈົ້າ ແລະ ຄອບຄົວ ໃນໄລຍະຈໍາກັດບໍລິເວນ…ອ່ານຕໍ່

ຊີມັງສາມຊ້າງສີ​ວິ​ໄລ ​ຈະສ້າງອະນາຄົດທີ່ສົດໃສໃຫ້ສັງຄົມລາວ​



ບໍລິສັດ ຊີມັງຫຼວງພະບາງຈຽງເກີ ຈຳ​ກັດ​ຜູ້​ດຽວ, ​ໄດ້ສຸມ​ໃສ່​ການຜະລິດສິນຄ້າທີ່​ມີຄຸມ​ນະ​ພາບ ແລະ ມາດຕະຖານອອກສູ່ສັງຄົມ ໂດຍສະເພາະ​ແມ່ນບັນດາ ແຂວງພາກເຫນືອຂອງ​ລາວ

ເຊີ່ງໄດ້​ສະ​ໜອງ​ຜະ​ລິດ​ຕະ​ພັນ​ໃຫ້ 8 ແຂວງພາກ​ເໜືອ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ໂຄງການກໍ່​ສ້າງ​ທາງດ່ວນລາວ-ຈີນ ແລະຮັບ​ໃຊ້ການກໍ່​ສ້າງ​ເສັ້ນ​ທາງ​ຂຶ້ນ-ລົງ​ຂອງ​ຍົນໃນ​ສະ​ໜາມ​ບິນ, ເຂື່ອນໄຟ​ຟ້າ

ຈະ​ສືບ​ຕໍ່​ສະ​ໜອງ​ຊີ​ມັງ​ທີ່​ມີຄຸນ​ນະ​ພາບ​ ໃຫ້​ແກ່​ໂຄງ​ການທາງ​ດ່ວນ ແຕ່​ວັງ​ວຽງ ຫາບໍ່​ເຕັນ, ທາງ​ດ່ວນ​ແຕ່ ແຂວງຫຼວງ​ນ້ຳ​ທາ ຫາແຂວງ ບໍ່​ແກ້ວ, ໂຄງ​ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ, ​ໂຄງ​ການກໍ່​ສ້າງສະ​ໜາມ​ບິນ, ຂົວ, ທາງອຸ​ມົງ…ອ່ານຕໍ່

ສຸມໃສ່ວຽກງານພັດທະນາສື່ມວນຊົນ ຫຼັງຈາກ ລັດຖະມົນຕີກະຊວງ ຖວທ ຜູ້ໃໝ່ຮັບຕໍ່າແໜ່ງ



ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຜູ້ໃໝ່ (ຖວທ) ເລີ່ມປະຕິບັດໜ້າທີ່ຢູ່ກະຊວງ ຖວທ ພາຍຫຼັງທີ່ມີພິທີມອບ-ຮັບ ໜ້າທີ່

ໂດຍທ່ານ ພັນຄຳ ວິພາວັນ ໄດ້ໂອ້ລົມໂດຍເນັ້ນໃຫ້ຄະນະພັກ ຄະນະນຳ ກະຊວງ ຖວທ ສືບຕໍ່ສຸມໃສ່ ພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ

ເປັນກະບອກສຽງອັນແຫຼມຄົມ ຂອງພັກ ແລະ ລັດຖະບານ ທີ່ເຂັ້ມແຂງຂຶ້ນກວ່າເກົ່າໃນການໂຄສະນາແນວທາງຂອງພັກ-ລັດ ແລະ ເປັນກຳລັງແຮງໂຄສະນາຕອບຕ້ານ ອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ….ອ່ານຕໍ່

ຕຳຫຼວດກຽມກວດຜູ້ຂັບຂີ່ລົດ ໃນຊ່ວງປີໃໝ່ລາວ



ກົມຕໍາຫຼວດຈະລາຈອນໃຫ້ຮູ້ວ່າ: ເພື່ອເປັນການປ້ອງກັນອຸບັດເຫດຕາມທ້ອງຖະໜົນໃນໄລ​ຍະ​ບຸນ​ປີ ​ໃໝ່​ລາວ ​ຈະມີ​ການກວດ​ກາ​​ທາດ​ມຶນເມົາ (ເຫຼົ້າ, ເບຍ) ດ້ວຍເຄື່ອງເປົ່າ, ຕາມ​ກົດ​ໝາຍ​ຈະລາ​ຈອນ​ທາງ​ບົກ​

ຖ້າເຈົ້າໜ້າທີ່ກວດພົບຜູ້ຂັບຍານພາຫະນະດື່ມທາດມຶນເມົາເຖິງ ເກນກໍ​ຈະ​ໃຫ້​ຢຸດ​ການ​ຂັບ​ຂີ່​ ແລະ ​ນຳ​ໃຊ້​ມາດ​ຕະ​ການ​ປັບ​ໃໝ​ຕາມ​ດຳ​ລັດ 188 ແລະ ຈະ​ຕິດ​ຕໍ່​ຫາ​ ຍາດ​ໃກ້​ຊິດ​ເພື່ອ ​ມາ​ຂັບ​ຂີ່​ແທນ

ຄວາມ​ເຂັ້ມ​ຂຸ້ນ​ໃນ​ຮ່າງ​ກາຍ​ຂອງ​ຜູ້​ຂັບ​ຍານພາ​ຫະ​ນະ​ທຸກ​ຊະ​ນິດ​ທີ່​ສູງ​ສຸດບໍ່​ໃຫ້​ເກີນ​ດັ່ງ​ນີ້: ສຳ​ລັບ​ຜູ້​ຂັບ​ຂີ່​ລົດ​ສ່ວນ​ຕົວ 4 ລໍ້​ທຸກ​ຊະ​ນິດ ໃນ​ລົມ​ຫາຍ​ໃຈ 0,24 ມິ​ນລີກ​ຣາມ​ຕໍ່​ລິດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...