ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 8 ເມສາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ກຳນົດ 10 ຈຸດດ່ານກວດກາ ນະຄອນຫຼວງວຽງຈັນ ໃນໄລຍະປີໃໝ່ລາວ



ທັງໝົດ 10ຈຸດນີ້ ກໍ່ເພື່ອຊ່ວຍຫຼຸດຜ່ອນບັນຫາອຸບັດເຫດຕາມທ້ອງຖະໜົນ ໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ

ເຊິ່ງມີຄື: ຈຸດກວດກາເສັ້ນທາງເລກທີ11 ເຂດບ້ານອ່າງໃຫຍ່, ຈຸດກວດກາເສັ້ນທາງເລກທີ10 ເຂດບ້ານນໍ້າກ້ຽງ, ຈຸດກວດກາໜ້າຫໍວັດທະນະທໍາເມືອງຫາດຊາຍຟອງ, ຈຸດກວດກາຢູ່ບ້ານປາກຕອນ ເມືອງສັງທອງ, ຈຸດກວດກາຢູ່ບ້ານໜອງສາ ເມືອງນາຊາຍທອງ, ຈຸດກວດກາຢູ່ບ້ານສົມສະຫວາດ ເມືອງປາກງື່ມ, ຈຸດກວດກາຈະລາຈອນເມືອງຈັນທະບູລີ, ຈຸດກວດກາຈະລາຈອນເມືອງໄຊເສດຖາ, ຈຸດກວດກາຈະລາຈອນເມືອງສີໂຄດຕະບອງ ແລະ ຈຸດກວດກາຈະລາຈອນເມືອງສີສັດຕະນາກ…ອ່ານຕໍ່

ກະຊວງການຕ່າງປະເທດ ຈັດງານຟຣັງໂກໂຟນີສາກົນ ພາຍໃຕ້ຫົວຂໍ້: “ແມ່ຍິງຟຣັງໂກໂຟນີ ແມ່ຍິງທີ່ມີຄວາມເຂັ້ມແຂງ”



ຄວາມສຳຄັນຂອງວັນຟຣັງ​ໂກ​ໂຟນີສາກົນ ເປັນການຍົກສູງບົດບາດຂອງແມ່ຍິງຟຣັງໂກໂຟນີ ກໍຄືແມ່ຍິງລາວ ໃນການປະກອບສ່ວນເຂົ້າໃນວຽກງານຕ່າງໆ

ໂດຍສະເພາະໃນຂົງເຂດເສດຖະກິດ-ສັງຄົມ ແລະ ການສຶກສາ ແນໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງແລະຮັບປະກັນຄວາມສະເໝີພາບ ຍິງ-ຊາຍ ຢູ່ໃນສັງຄົມ…ອ່ານຕໍ່

ຈີນລົງທຶນຫຼາຍລ້ານຢວນ ໃນການພັດທະນາປ່າໄມ້ ທີ່ອັດຕະປື



ບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ ສປ ຈີນ ຈະລົງທຶນປະມານ 800 ລ້ານຢວນ ຫາ 1 ຕື້ຢວນເພື່ອພັດທະນາໂຄງການຟື້ນຟູປ່າໄມ້ ແລະ ພັດທະນາລະບົບນິເວດກະສິກຳ

ພາຍໃຕ້ໂຄງການໜຶ່ງແລວທາງ-ໜື່ງເສັ້ນທາງ ລາວ-ຈີນ ຈຳນວນ 5.000 ເຮັກຕາ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແຕ່ໂຄງການດັ່ງກ່າວຍັງຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້

ໂດຍໂຄງການດັ່ງກ່າວນີ້ຖ້າມີການພັດທະນາ ຈະສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນທ້ອງຖິ່ນ ປະມານ 6 ໝື່ນຄົນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...