ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 8 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສືບຕໍ່ກໍ່ສ້າງດ່ານສາກົນວັງເຕົ່າ ຄາດວ່າຈະໃຫ້ສຳເລັດ ປີ 2022



ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ໄດ້ຮັບການຈັດຕັ້ງປະຕິບັດ ມາແຕ່ຕົ້ນປີ 2013 ມີມູນຄ່າກໍ່ສ້າງໂຄງການ 98,3 ຕື້ກີບ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ເປັນເຈົ້າຂອງໂຄງການ

ເຊິ່ງເຈົ້າແຂວງຈຳປາສັກ ແລະຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະມີຜູ້ຕາງໜ້າຈາກ ກະຊວງ, ພະແນກການທີ່ກ່ຽວຂ້ອງຂອງ ແລະ ເນື້ອໃນກອງປະຊຸມແມ່ນ ເຫັນດີໃຫ້ສືບຕໍ່ໂຄງການກໍ່ສ້າງ ດ່ານສາກົນວັງເຕົ່າ ເມືອງໂພນທອງ…ອ່ານຕໍ່

15 ຂໍ້ຫ້າມສຳລັບຜູ້ຂັບຂີ່ໃນຊ່ວງໄລຍະບຸນປີໃໝ່ລາວ ແຂວງສະຫວັນນະເຂດ



ເພື່ອເຮັດໃຫ້ການເກີດອຸປະຕິເຫດຕາມທ້ອງຖະໜົນຫຼວງຫຼຸດໜ້ອຍຖອຍລົງ ແລະຮັບປະກັນໃນການເກີດອຸປະຕິເຫດໃນຊ່ວງໄລຍະບຸນປີໃໝ່ລາວ ໃຫ້ມີໜ້ອຍທີ່ສຸດ

ດັ່ງນັ້ນທາງພະແນກຕຳຫຼວດຈະລາຈອນແຂວງ ຈຶ່ງໄດ້ຈັດຕັ້ງກຳລັງລົງປະຈຳ ຢູ່ 7 ຈຸດຄື: ຈຸດທາງເຂົ້າ – ອອກຂອງແຂວງ 3 ຈຸດ ແລະ ຈຸດສຳຄັນຕ່າງໆພາຍໃນນະຄອນ ໄກສອນ ພົມວິຫານ ຈຳນວນ 4 ຈຸດ…ອ່ານຕໍ່

ພ້ອມນີ້ຍັງໄດ້ກຳນົດມາດຕະການ ຫຼື ຂໍ້ຫ້າມ ສຳລັບຜູ້ຂັບຂີ່ໃນຊ່ວງໄລຍະບຸນປີໃໝ່ລາວ ເຊິ່ງມີທັງໝົດ 15 ຂໍ້ຫ້າມດັ່ງນີ້: ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດກົດບຽບຈາລາຈອນຢ່າງເຂັ້ມງວດ…ອ່ານຕໍ່

ສໍາເລັດການທະລຸເສັ້ນທາງ ເພື່ອກໍ່ສ້າງເສັ້ນທາງລົດຖີບອ້ອມແຫຼ່ງທ່ອງທ່ຽວຝາຍຫ້ວຍກົງ



ໂຄງການທະລຸເສັ້ນທາງເພື່ອກໍ່ສ້າງເສັ້ນທາງລົດຖີບ ອ້ອມຝາຍ ຫ້ວຍກົງ ບ້ານ ໜອງກະແດ້ງ ເມືອງ ວິລະບູລີ ແຂວງ ສະຫວັນນະເຂດ, ອ້ອມຝາຍຫ້ວຍກົງນີ້ແມ່ນມີຄວາມຍາວທັງໝົດ 7,500 ແມັດ, ກວ້າງ 5 ແມັດ ລວມເປັນມູນຄ່າໃນການກໍ່ສ້າງທັງໝົດຈໍານວນ 56 ພັນກວ່າໂດລາສະຫະລັດ

ເຊິ່ງໄດ້ແບ່ງອອກເປັນ 2ໄລຍະຄື: ໄລຍະທີ 1 ແມ່ນບຸກເບີກທະລຸເສັ້ນທາງ 3,500 ແມັດ ແລະ ໄລຍະທີ 2 ແມ່ນສືບຕໍ່ບຸກເບີກທະລຸເສັ້ນທາງມີຄວາມຍາວທັງໝົດ 4.000 ແມັດ ວາງທໍ່ໃສ່ຈໍານວນ 16 ຈຸດ ໃນແຕ່ລະຈຸດມີຈໍານວນ 9 ທໍ່…ອ່ານຕໍ່

ເປີດການນຳໃຊ້ຂົວຈົມຫ້ວຍພັງໂຮທາງເຂົ້າ ບ້ານ ດົງກຶມ ຢ່າງເປັນທາງການ



ທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງ ເມືອງອາດສະພັງທອງ ໄດ້ເປັນກຽດເຂົ້າຮ່ວມເປັນປະທານ ຕັດແຜ່ນຜ້າເປີດການນຳໃຊ້ຂົວຈົມຫ້ວຍພັງໂຮທາງເຂົ້າ ຂົວດັ່ງກ່າວ ມີຄວາມຍາວທັງໝົດ 44 ແມັດ, ກວ້າງ 3ແມັດ 50ຊັງຕີແມັດ

ຂົວຫ້ວຍພັງໂຮ ແມ່ນຕັ້ງຢູ່ລະຫວ່າງກາງ ບ້ານ ນາໄລ່ໂຄກ ແລະ ບ້ານ ດົງກຶມ ຫ່າງຈາກ ບ້ານ ດົງກຶມ ປະມານ 7 ກິໂລແມັດ ແລະ ຫ່າງຈາກບ້ານ ນາໄລ່ໂຄກ ປະມານ 200 ແມັດ ຄິດເປັນມູນຄ່າກໍ່ສາ້ງທັງໝົດແມ່ນ 52ລ້ານ7ແສນ8ໝື່ນກີບ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...