Thursday, March 20, 2025

ມາເບີ່ງ! ປະຫວັດການເຄື່ອນໄຫວຂອງ ຜູ້ຕິດເຊື້ອກໍລະນີ 95-159

ໃນວັນທີ 23 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,292 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 65 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 60 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ ແລະ ແຂວງວຽງຈັນ 1 ຄົນ ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອ 65 ຄົນ ແມ່ນມີດັ່ງຕໍ່ໄປນີ້

ກໍລະນີຢັ້ງຢືນທີ 95

  • ເພດຊາຍ, ອາຍຸ 29 ປີ
  • ວັນທີ 15 ເມສາ 2021 : ໄດ້ໄປງານລ້ຽງຢູ່ໂພນທັນກັບໝູ່ສະໜິດ ທີ່ມີກໍລະນີທີ 61 ແລະ 59 ຮ່ວມນຳ
  • ວັນທີ 16 ເມສາ 2021: ໄດ້ໄປຫຼິ້ນປີໃໝ່ຢູ່ສະພານທອງກັບໝູ່ສະໜິດ (ກໍລະນີ 95), ແລະ ກໍລະນີທີ 91 ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍ ນະຄອນຫຼວງວຽງຈັນ

ກໍລະນີຢັ້ງຢືນທີ 96

  • ເພດຍິງ, ອາຍຸ 23 ປີ, ສັນຊາດລາວ, ອາຊີບ: ຂາຍເຄື່ອງຢູ່ຕະຫຼາດອົດຊີ
  • ບ້ານຢູ່ປະຈຸບັນ: ບ້ານ ໜອງແຕ່ງ, ມ. ສີໂຄດ, ນະຄອນຫລວງວຽງຈັນ
  • ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ
  • ສໍາຜັດກັບກໍລະນີທີ  59 ແລະ 61 ວັນທີ 15 ເມສາ
  • ປັດຈຸບັນມີອາການເຈັບຄໍ, ໄອແຫ້ງ, ເມື່ອຍ, ບໍ່ຢາກອາຫານ
  • ວັນທີ 15 ເມສາ 2021 : ໄດ້ໄປງານລ້ຽງຢູ່ໂພນທັນກັບໝູ່ສະໜິດ ທີ່ມີກໍລະນີທີ 61 ແລະ 59 ຮ່ວມນຳ
  • ວັນທີ 16 ເມສາ 2021 : ໄດ້ໄປຫຼິ້ນປີໃໝ່ຢູ່ສະພານທອງກັບໝູ່ສະໜິດ (ກໍລະນີ 95), ແລະ ກໍລະນີທີ 91
  • ວັນທີ 17-19 ເມສາ 2021: ໄປຂາຍເຄື່ອງຢູ່ຕະຫຼາດອົດຊີ ແຕ່ 4-9 ໂມງເຊົ້າ ແລ້ວກັບມາຢູ່ຫ້ອງ
  • ວັນທີ 20 ເມສາ 2021:  ເລີ່ມມີອາການເຈັບຄໍ, ເມື່ອຍ ແລະ ມາກວດ

ກໍລະນີຢັ້ງຢືນທີ 98

  • ເພດຍິງ ອາຍຸ 24 ປີ, ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ, ສັນຊາດ: ລາວ, ອາຊີບ: ຄ້າຂາຍຂາຍເຄື່ອງຢູ່ໜ້າໂຮງຮຽນສີຖານ ແຕ່ລາວໄດ້ປິດຮ້ານແຕ່ຕົ້ນເດືອນ 4 ແລ້ວຈົນຮອດປະຈຸບັນ
  • ວັນທີ 8-11 ເມສາ 2021 : ໄປກີນເຂົ້າຢູ່ບ້ານພີ່ນ້ອງ ບ້ານໂນນແກ້ວ, ເມືອງສິໂຄດຕະບອງ, ໄດ້ກີນນຳກັນທັງໝົດປະມານ 10 ຄົນ
  • ວັນທີ 14 ເມສາ 2021: ໄດ້ອອກໄປກີນຊຸມກັບໝູ່ຢູ່ ບ້ານທາດຫຼວງ, ໄດ້ກີນນຳທັງໝົດປະມານ 30 ຄົນ
  • ວັນທີ 16 ເມສາ 2021: ຜູ້ກ່ງວໄດ້ໄປສັງສັນຢູ່ເຮືອນໝູ່ ບ້ານສະພານທອງ ເຊີ່ງເປັນເຮືອນຂອງກໍລະນີຢັ້ງຢືນ 91,​ ເມືອງສີສັດຕະນາກ ແລະ ໃນນັ້ນກໍລະນີຢັ້ງຢືນ 61 ມາຮວ່ມນໍາ ແລະ ຈຳນວນທີຮວ່ມສັງສັນປະມານ 30 ຄົນ
  • ວັນທີ 18 ເມສາ 2021: ຜູ້ກ່ງວໄດ້ໄປສັງສັນຢູ່ເຮືອນໝູ່ ບ້ານສະພານທອງ ເຊີ່ງເປັນເຮືອນຂອງກໍລະນີຢັ້ງຢືນ 91, ເມືອງສີສັດຕະນາກ ແລະ ກີນນຳກັນປະມານ 10 ຄົນ
  • ວັນທີ 19 ເມສາ 2021:  ໄດ້ນອນພັກຜ່ອນຢູ່ບ້ານ ຈົນຮອດເວລາ 20:00 ໄດ້ໄປກີນຊີ້ນດາດກັບແຟນນຳກັນ 02 ຄົນຢູ່ຮ້ານກະແລ 2 ໂພນພະເນົາ
  • ວັນທີ 20 ເມສາ 2021:  ໄດ້ມີອາການໃນຕອນເຊົ້າເວລາ 8:00 ມີອາການເຈັບຄໍ, ເມື່ອຍ ແລະ ຖອກທ້ອງ ແລະ ໄດ້ໄປກວດໃນວັນທີ່ 21 ເມສາ 2021

ກໍລະນີຢັ້ງຢືນທີ 102

  • ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊິບ: ຄ້າຂາຍ, ບ້ານໜອງດ້ວງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ
  • ສໍາຜັດ ກັບກໍລະນີທີ 061 ທີ່ຖືກຢັ້ງຢືນ ໃນວັນທີ 20/04/2021
  • ວັນທີ 11 ເມສາ 2021 ເວລາ 24:00 ໂມງເຊົ້າ: ຜູ້ກ່ຽວ ໄດ້ໄປທ່ຽວຮ້ານ Bar and Karaoke 8118 ແລະ ເວລາ 1:45 ໂມງເຊົ້າ ຂອງວັນທີ 12 ເມສາ 2021 ມາຕໍ່ຢູ່ What Club ແລະ ເວລາ 2:00 ໂມງເຊົ້າ ມາຕໍ່ຢູ່ Victor ໃກ້ກັບ Diamond Karaoke ແລ້ວກັບບ້ານ
  • ວັນທີ 12-14 ເມສາ 2021 ເວລາ 18:00 ໂມງ: ຜູ້ກ່ຽວ ໄປບ້ານໜາກນາວ ຊື່ງເປັນເຮືອນຂອງສາມີ
  • ວັນທີ 15 ເມສາ 2021 ຜູ້ກ່ຽວ ໄດ້ໄປບ້ານຫົວຂົວ, ເມືອງນາຊາຍທອງ ເພື່ອສົມມາ ແມ່ຕູ້ ມີຄົນມາຮ່ວມງານ ປະມານ 20 ຄົນ ແລະ ກັບບ້ານ
  • ວັນທີ 17 ເມສາ 2021 ຜູ້ກ່ຽວຢູ່ບ້ານ ບໍ່ໄດ້ໄປໃສ ແລະ ເວລາ 20:00-24:00 ໂມງ ໄດ້ໄປ ຮ້ານ Bar and Karaoke 8118
  • ວັນທີ 19 ເມສາ 2021 ຜູ້ກ່ຽວ ໄດ້ໄປກິນກັບໝູ່ແຖວຮ້ານ ບໍ່ຈື່ ແລະ ຜູ້ກ່ຽວ ຈະໃຫ້ຂໍ້ມູນນໍາຫຼັງ
  • ວັນທີ 21 ເມສາ 2021 ເວລາ 13:30-14:00 ໂມງ: ຜູ້ກ່ຽວ ໄດ້ໄປສວນອາຫານມານາແມະ ຕັ້ງຢູ່ບ້ານດອນຕີ້ວ, ເມືອງໄຊທານີ ແລະ ຫຼັງຈາກນັ້ນ ກໍ່ກັບບ້ານ,​ ເວລາ 23:00 ໂມງ: ມາຊື້ໝູປີ້ງ ຢູ່ແຖວຕະຫລາດເຊົ້າ
  • ວັນທີ 22 ເມສາ 2021 ເວລາ 20:00 ໂມງ: ອອກບ້ານເພື່ອພາລູກໄປຫາທ່ານໝໍ LNC ແລະ ເວລາ 20:30 ໂມງ ຮອດເຮືອນທ່ານໝໍ ຢຸູ່ບ້ານສີໄຄ, ເມືອງສີໂຄດຕະບອງ ແລະ ແວ່ຢູ່ນໍ້າຂີງ ຢູ່ M-point ສາຂາບ້ານໜອງດ້ວງ ເພາະວ່າລູກຜູ້ກ່ຽວມີອາການໄຂ້ ແລະ ຄໍແດງ, ຜູ້ກ່ຽວ ໄດ້ມາເກັບຕົວຢ່າງ ຢູ່ຈຸກບໍລິການເຈົ້າອະນຸວົງ, ເມືອງສີໂດຕະບອງ

ກໍລະນີຢັ້ງຢືນທີ 103

  • ເພດຊາຍ, ອາຍຸ 33 ປີ, ສັນຊາດ: ລາວ, ບ້ານດົງນາໂຊກໃຕ້, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ
  • ສໍາຜັດ ກັບກໍລະນີທີ 072 ທີ່ຖືກຢັ້ງຢືນ ໃນວັນທີ 20/04/2021.
  • ວັນທີ 12 ເມສາ 2021: ເວລາ 16:00-21:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດ່ານຊ້າງ, ເມືອງໄຊາທນີ ແລະ ມີຜູ້ກ່ຽວງານທັງໜົດ 10 ຄົນ
  • ວັນທີ 13 ເມສາ 2021: ເວລາ 17:00-21:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດ່ານຊ້າງ, ເມືອງໄຊາທນີ ແລະ ມີຜູ້ກ່ຽວງານທັງໝົດ 10 ຄົນ
  • ວັນທີ 14 ເມສາ 2021: ເວລາ 17:00-24:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດອນໜູນ, ເມືອງໄຊາທນີ
  • ວັນທີ 16 ເມສາ 2021: ເວລາ 12:00 ໂມງ: ຜູ້ກ່ຽວ ໄດ້ໄປສະໜາມຍິງປືນ ແລະ ຫຼັງຈາກນັ້ນ ກໍ່ກັບບ້ານ
  • ວັນທີ 17 ເມສາ 2021: ເວລາ 16:00-19:00 ໂມງ: ຜູ້ກ່ຽວ ໄດ້ໄປງານປີໃໝ່ລາວ ຢູ່ບ້ານດ່ານຊ້າງ, ເມືອງໄຊທານີ
  • ວັນທີ 21 ເມສາ 2021 : ຜູ້ກ່ຽວຢູ່ບ້ານ ບໍ່ໄດ້ໄປໃສ ແລະ ເກັບຕົວຢ່າງຈຸດບໍລິການ

ກໍລະນີຢັ້ງຢືນທີ 104 ແລະ 105

  • ກໍລະນີ 104 (ເພດຊາຍ, ອາຍຸ 19 ປີ, ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອນລາຍ, ບ້ານຫາກກຽງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ)
  • ກໍລະນີ 105 (ເພດຊາຍ, ອາຍຸ 33 ປີ, ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອອນລາຍ, ບ້ານຫາດກ້ຽງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ)
  • ສໍາຜັດ ກັບກໍລະນີທີ 092 ທີ່ຖືກຢັ້ງຢືນ ໃນວັນທີ 20/04/2021 ທີ່ໄດ້ສໍາຜັດກັບກໍລະນີທີ່ 061 ມີອາການໄຂ້, ປວດຕາມຕົນ
  • ວັນທີ 12 ເມສາ 2021: ຜູ້ກ່ຽວທັງສອງ ໄດ້ເດີນທາງ ໄປກິນເຂົ້າຢູ່ບ້ານດອນໜູນ, ເມືອງໄຊທານີ
  • ວັນທີ 16 ເມສາ 2021: ເວລາ 15:30-18:00 ໂມງ: ຜູ້ກ່ຽວທັງສອງທັງສອງໄດ້ເດີນທາງໄປສະລອຍນໍ້າ ງານລ້ຽງປີໃໝ່ ປະມານ 07 ຄົນ ລວມທັງສອງຄົນ ຢູ່ບ້ານ ໜອງໄຮ: ເມືອງຫາດຊາດຟອງ, ຫຼັງຈາກນັ້ນຝົນຕົກ ກໍ່ເດີນທາງກັບບ້ານ
  • ວັນທີ 18 ເມສາ 2021 : ຜູ້ກ່ຽວທັງສອງ ແມ່ນມີອາການໄຂ້, ປວດຕາມຕົນໂຕ ແລະ ມີແຕ່ຢາກນອນ ມີແຕ່ໄປຊື້ຢາມາກິນເອງ ແລະ ຜູ້ຂາຍກໍ່ໃສ່ຜ້າອັດປາກ ແລະ ດັງ
  • ວັນທີ 21 ເມສາ 2021 : ທັງສອງມາເກັບຕົວຢ່າງກວດ

ກໍລະນີຢັ້ງຢືນທີ 108

  • ພົວພັນກັບກໍລະນີທີ 61, ອາຊີບ: ຄ້າຂາຍ  
  • ວັນທີ 13/4/2021: ໄປຫຼີ້ນມາລິນ້າ
  • ວັນທີ 14/4/2021: ໄປບ້ານໝູ່ຢູ່ທາດຫຼວງເພື່ອກິນລ້ຽງປີໃໝ່
  • ວັນທີ 15/4/2021: ໄປສົງພະຢູ່ວັດ ແລະ ໄປຫຼີ້ນວັງວຽງ ພັກຢູ່ໂຮງແຮມແກນວິວ
  • ວັນທີ 16/4/2021: ໄປຫຼວງພະບາງນໍາໝູ່ 2 ຄົນ ຂີ່ລົດສວ່ນຕົວໄປ, ໄປພັກຢູ່ບ້ານພັກແຕ່ບໍ່ຈື່ທີ່ຢູ່, ໄປຫຼີ້ນຢູ່ຊອຍພະລາດຊະວັງ ແລະ ໄປກິນອາຫານຢູ່ຕາມຮ້ານແຄມທາງ
  • ວັນທີ 17/4/2021: ຂີ່ລົດສ່ວນຕົວກັບບ້ານເກີນ
  • ວັນທີ 18-19/4/2021: ຢູ່ເຮືອນບໍ່ໄດ້ໄປໃສ, ຢູ່ເຮືອນນໍາກັນທັງໝົດມີ 4 ຄົນ
  • ວັນທີ 20/4/2021: ໄປກວດຢູ່ບຶງຂະຫຍອງ

ກໍລະນີຢັ້ງຢືນທີ 109

  • ພົວພັນກັບກໍລະນີທີ 59,ອາຊີບ: ນັກຮຽນ
  • ວັນທີ 17 ເມສາ 2021: ມີອາການ: ເຈັບຄໍ, ເຈັບເບົ້າຕາ, ແໜ້ນໜ້າເອິກ
  • ວັນທີ 15 ເມສາ 2021: ກໍລະນີທີ 59 ເປັນໝູ່ຂອງອ້າຍມາກິນເຂົ້າຢູ່ເຮືອນ
  • ວັນທີ 16 ເມສາ 2021: ໄປບ້ານອ້າຍຮັກ ກໍລະນີ 91
  • ວັນທີ 21 ເມສາ 2021: ໄປກວດວິເຄາະຢູ່ເດ່ີ່ນກິລາໃນຮົ່ມຢູ່ບຶງຂະຫຍອງ

ກໍລະນີຢັ້ງຢືນທີ 110

  • ອາຊີບ: ພະນັກງານສ້ອມແປງລົດ ຢູ່ອູ່ສ້ອມແປງສະພານທອງ
  • ພົວພັນກໍລະນີທີ 59
  • ວັນທີ 13 ເມສາ 2021 ພົວພັນກັບກໍລະນີທີ 59 ໄປຮ້ານມາລິນ້າຄລັບນຳກັນ 7 ຄົນ
  • ວັນທີ 14-15 ເມສາ 2021 ກັບບ້ານຢູ່ປາກງື່ມ ຢູ່ເຮືອນກັບນ້ອງສາວ
  • ວັນທີ 17 ເມສາ 2021 ຂື້ນມາວຽງ ມາເຮັດວຽກຢູ່ອູ່ສ້ອມແປງລົດ
  • ວັນທີ 20 ເມສາ 2021 ໄປກວດວິເຄາະຢູ່ເດີ່ນກິລາໃນຮົ່ມຢູ່ບຶງຂະຫຍອງ

ກໍລະນີຢັ້ງຢືນທີ 125

  • ອາຊີບ:​ ຄ້າຂາຍ
  • ວັນທີ 19 ເມສາ 2021: ກິນເບຍນຳນ້ອງຮັກ, ນ້ອງຮັກໄປຮ້ານ WhatClub ແລະ ອ້າຍຮັກໄປກວດຕິດເຊື້ອໂຄວິດ
  • ວັນທີ 21 ເມສາ 2021: ໄຂ້, ປວດຕົນໂຕ 

ກໍລະນີຢັ້ງຢືນທີ 126

  • ທີ່ຢູ່: ບ້ານສີສະຫວາດ, ເມືອງຈັນທະບູລີ

ກໍລະນີຢັ້ງຢືນທີ 131

  • ທີ່ຢູ່: ບ້ານໂພນຕ້ອງ, ເມືອງຈັນທະບູລີ

ກໍລະນີຢັ້ງຢືນທີ 132

  • ທີ່ຢູ່: ບ້ານສີສະຫວາດ, ເມືອງຈັນທະບູລີ,​ ອາຊີບ:​ ພະນັກງານໄອແຫ້ງໄດ້ 3 ມື້
  • ວັນທີ 15 ເມສາ 2021: ກິນເຂົ້າປຸ້ນຢູ່ເຮືອນໝູ່
  • ວັນທີ 17 ເມສາ 2021: , ເດີນທາງໄປແຂວງວຽງຈັນ ໄປຫານ້ອງສາວ ດ້ວຍລົດສ່ວນຕົວ (ທັງໝົດ 5 ຄົນ ແລະ ລູກຮັກອີກຜູ້ໜຶ່ງ)
  • ວັນທີ 19 ເມສາ 2021: ເຂົ້າຫ້ອງການມັດແຂນ 30 ຄົນ
  • ວັນທີ 21 ເມສາ 2021: ໄປທະນາຄານການຄ້າຕຶກສາຂາແຄມຂອງ ແລະ ໄປໂຮງຮຽນມາລາສິນກັບລູກສາວ ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 151,451 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 159 ຄົນ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່