ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 23 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສາລະວັນ ກັກບໍລິເວນຜູ້ທີ່ເດີນທາງເຂົ້າມາແຂວງ

ຄະນະສະເພາະກິດແຂວງສາລະວັນ ແມ່ນໄດ້ກະກຽມສະຖານທີ່ສູນກັກບໍລິເວນ ສຳລັບຜູ້ທີ່ເດີນທາງມາແຕ່ກຸ່ມສ່ຽງ ກໍ່ຄືມາຈາກນະຄອນຫຼວງວຽງຈັນ ທີ່ເດີນທາງມາໃນຄັ້ງວັນທີ 21-22 ເມສາ ທີ່ຜ່ານມາ ເດີນທາງມາຮອດສາລະວັນໂດຍລົດຂົນສົ່ງສານ 3 ຄັນ, ມີຜູ້ໂດຍສານ 77 ຄົນ

ໃນໃນນັ້ນແມ່ນໄດ້ນຳຜູ້ກ່ຽວໄປກັກບໍລິເວນຢູ່ທີ່ສູນສຶກສານອກໂຮງຮຽນແຂວງ, ໂດຍຈະໃຫ້ພັກຫ້ອງລະ 7-8 ຄົນ ໃນໄລຍະຫ່າງ 1-2 ແມັດເພື່ອເປັນການຮັກສາໄລຍະຫ່າງໃນຊ່ວງກັກໂຕ ແລະ ກໍ່ຈະມີໜ່ວຍງານສະເພາະກິດ ປ້ອງກັນເວນຍາມ, ທີມແພດໝໍໃຫ້ການຕິດຕາມກວດກາເກັບຕົວຢ່າງເປັນແຕ່ລະໄລຍະ…ອ່ານຕໍ່

ບໍລິສັດຈະເລີນໄຊ ມອບຜ້າອັດປາກຕ້ານໂຄວິດ-19 ໃຫ້ແຂວງສາລະວັນ

ບໍລິສັດຈະເລີນໄຊ ກໍ່ສ້າງ ຂົວ – ທາງ ຈຳກັດ ໄດ້ນໍາເອົາຜ້າອັດປາກ-ອັດດັງ ມາມອບໃຫ້ແຂວງສາລະວັນ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19

ຜ້າອັດປາກ-ອັດດັງ ທີ່ນໍາມາມອບໃນຄັ້ງນີ້ ມີຈຳນວນ 100 ກັບ, ຈໍານວນ 5,000ອັນ, ເຊິ່ງລວມມູນຄ່າທັງໝົດເກືອບ 3 ລ້ານກີບ…ອ່ານຕໍ່

ເມືອງ ໄຊບູລີ ສຳເລັດການເກັບກ່ຽວເຂົ້ານາແຊງແລ້ວ 30%

ເມືອງ ໄຊບູລີ ໄດ້ສູ້ຊົນ ຜະລິດເຂົ້ານາແຊງຕາມແຜນໃຫ້ໄດ້ 8.600 ເຮັກຕາ ສະມັດຕະພາບ ໃຫ້ໄດ້ 5,09 ໂຕນຕໍ່ເຮັກຕາ. ຜ່ານການຈັດຕັ້ງປະຕິບັດຕົວຈິງແມ່ນຜະລິດໄດ້ 8.570 ເຮັກຕາ ຖ້າທຽບໃສ່ແຜນການ ແມ່ນປະຕິບັດໄດ້ 99,65%

ໃນນີ້ແມ່ນໄດ້ນຳໃຊ້ແນວພັນເຂົ້າປັບປຸງທັງໝົດ 100% ເຊິ່ງມີແນວພັນທັງໝົດ 621.520 ກິໂລກຣາມ ໃນນັ້ນ ນາຫວ່ານ ກວມເອົາ 90,8% ເທົ່າກັບ 5.339 ເຮັກຕາ, ນາຢອດ ແລະ ນາດຳ ກວມເອົາ 9,2% ເທົ່າກັບ 3.240 ເຮັກຕາ

ມາຮອດປັດຈຸບັນນີ້ ການເກັບກ່ຽວເຂົ້ານາແຊງຂອງຊາວນາຊາວກະສິກອນແມ່ນສຳເລັດແລ້ວ 30% ເທົ່າກັບ 2.625 ເຮັກຕາ…ອ່ານຕໍ່

ເຈົ້ານະຄອນ ໄກສອນ ພົມວິຫານ ລົງຕິດຕາມແຕ່ລະຈຸດຕາມຊາຍແດນ

ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມໜ່ວຍງານສະເພາະກິດຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງຜະຍາດ Covid -19 ສົມທົບກັບທະຫານຊາຍແດນ ໄດ້ລົງຕິດຕາມເບິ່ງແຕ່ລະຈຸດທ່າຈອດເຮືອຕາມລຳແມ່ນ້ຳຂອງ,ໃນຂອບເຂດພາຍນະຄອນໄກສອນ ພົມວິຫານ

ຈຸດທີ 1 ຈຸດບ້ານທ່າຫົວຊ້າງ,ຈຸດທີ 2 ແມ່ນຈຸດທ່າບ້ານບຶງທະເລ ,ຈຸດທີ 3 ຈຸດທ່າບ້ານທ່າຊະໂນ ແລະຈຸດທີ 4 ແມ່ນຈຸດທ່າບ້ານໄຊຍະມຸງຄຸນ, ເຊິ່ງໃນແຕ່ລະຈຸດ ແມ່ນຈະໄດ້ວາງກ້ອນກໍາລັງ ທະຫານຊາຍແດນສົມທົບກັບກໍາລັງ ປກຊ- ປກສ ແລະ ກຸ່ມ ບ້ານ ການຈັດຕັ້ງຂັ້ນບ້ານຜັດປ່ຽນກັນເຝົ້າວຽນຍາມ…ອ່ານຕໍ່

ເມືອງໜອງບົກ ຄາດຈະເກັບກ່ຽວເຂົ້າສຳເລັດ ໃນທ້າຍເດືອນພຶດສະພາ

ແຜນການຜະລິດເຂົ້ານາແຊງ ສົກປີ 2020-2021 ໃນທົ່ວເມືອງໜອງບົກ ຈຳນວນ 2.950 ເຮັກຕາ, ສາມາດປະຕິບັດຕົວຈິງໄດ້ 3.961 ເຮັກຕາ ເທົ່າກັບ 134,27%

ມາຮອດປະຈຸບັນແມ່ນສາມາດເກັບກ່ຽວ ໄດ້ແລ້ວປະມານ 05% ຂອງເນື້ອທີ່ໃນທົ່ວເມືອງ ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນພຶດສະພານີ້, ຄາດຄະເນ ສະມັດຕະພາບ 5,76 ໂຕ່ນຕໍ່ເຮັກຕາ ແລະ ຄາດຄະເນຜົນຜະລິດເກືອບ 17 ພັນໂຕ່ນ…ອ່ານຕໍ່

ເຊກອງ ຊີ້ແຈງຂ່າວປອມ ກໍລະນີວ່າພົບຜູ້ຕິດເຊື້ອພະຍາດໂຄວິດ-19



ກ່ຽວກັບຂ່າວລື ກໍລະນີວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງເຊກອງ ຕາມແຫຼ່ງຂ່າວທີ່ບໍ່ເປັນທາງການໃນໂລກສັງຄົມອອນໄລ

ໄດ້ສ້າງຄວາມສັບສົນ ແລະ ຄວາມຕື່ນຕົກໃຈໃຫ້ກັບພໍ່ແມ່ປະຊາຊົນທີ່ໄດ້ຕິດຕາມຂ່າວດັ່ງກ່າວ ເຮັດໃຫ້ມີຄວາມເຂົ້າໃຈຜິດຕໍ່ຄວາມເປັນຈິງສ້າງໃຫ້ມີຄວາມວິຕົກກັງວົນແກ່ພໍ່-ແມ່ປະຊາຊົນບັນດາເຜົ່າຢ່າງຫຼວງຫຼາຍ

ຜ່ານການສືບສວນສອບສວນຜູ້ກ່ຽວທີ່ຕົກເປັນກໍລະນີສົງໃສໄດ້ມີຂໍ້ມູນດັ່ງນີ້: ຜູ້ກ່ຽວໄດ້ເດີນທາງມາຈາກແຂວງສະຫວັນນະເຂດທີ່ມີຜູ້ຕິດເຊື້ອ, ບໍ່ແມ່ນເປັນຜູ້ຕິດເຊື້ອ,ບໍ່ໄດ້ສຳພັດກັບຄົນຕິດເຊື້ອ, ຜູ້ກ່ຽວເຮັດວຽກຢູ່ທະນາຄານ JDBແຂວງເຊກອງ…ອ່ານຕໍ່

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.