Friday, July 11, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 26 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຄະນະສະເພາະກິດໂຄວິດ-19 ແຂວງສະຫວັນນະເຂດລົງເຄື່ອນໄຫວ ວຽກງານຢູ່ເມືອງໄຊບູລີ



ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ການເຝົ້າລະວັງການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄ ວິດ 19 ຢູ່ເມືອງໄຊບູລີ

ຕິດຕາມລຽບຕາມແຄມແມ່ນໍ້າຂອງປະກອບມີ 2 ກຸ່ມບ້ານຄື: ກຸ່ມແກ້ງກະເບົາ ແລະ ກຸ່ມປາກເຊບັ້ງໄຟ ເພື່ອໃຫ້ອໍານາດການປົກຄອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າໃຈລະອຽດກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19

ໂດຍສະເພາະເຈົ້າຂອງເຮືອທຸກປະເພດ ຈະຕ້ອງໄດ້ຢຸດຕິການເດີນເຮືອຊົ່ວຄາວຕາມລໍາແມ່ນໍ້າຂອງແຕ່ວັນທີ 19-30 ເມສາ 2021 ເພື່ອຫຼີກ ລ້ຽງ ການລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍ…ອ່ານຕໍ່

ວິລະບູລີ ເນັ້ນໃສ່ເພີ່ມການຜະລິດ ລະດູແລ້ງ ແລະ ລະດູຝົນ ໃຫ້ສະບຽງອາຫານພຽງພໍ




ເມືອງວິລະບູລີໄດ້ສົ່ງເສີມການປູກພືດເປັນສິນຄ້າ, ໂດຍອີງໃສ່ແຜນປູກພືດລະດູແລ້ງ 732 ເຊິ່ງມີ ປະເພດຜັກກາດຈຳນວນ 16ແພັກ,ຜັກສະຫຼັດ 6ແພັກ,ແກ່ນໝາກຖົ່ວ 16ແພັກ,ແກ່ນໝາກແຕງ 6ແພັກ,ສາລີຫວານ 14ກິໂລ,ສາລີເຂົ້າໜຽວ 20ຖົງ

ພືດດັ່ງກ່າວທາງຫ້ອງການກະສິກຳເມືອງກໍ່ໄດ້ໄປແຈກຈ່າຍໃຫ້ຄອບຄົວຫຼືບຸກຄົນ ທີ່ມີຄວາມພ້ອມດ້ານເນື້ອທີ່ແຮງງານ ແລະ ນໍ້າພຽງພໍ ຫຼື ຄອບຄົວທຸກຍາກທີ່ຢູ່ຫ່າງໄກສອກຫຼີກ

ນອກນັ້ນກໍ່ມີປະຊາຊົນຈໍານວນ 15 ບ້ານ 28 ຄອບຄົວມີເນື້ອທີ່ 9,5 ເຮັກຕາປູກພືດຜັກສົ່ງເປັນສິນຄ້າ ສະໜອງໃຫ້ ເຊິ່ງເປັນປະເພດຜັກ…ອ່ານຕໍ່

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.