Wednesday, July 9, 2025
Kbank Laos โอน รับ จ่าย

ໍຊົມເຊີຍ! ບໍລິສັດ ເບຍລາວ ຈຳກັດ ມອບເງິນປະກອບສ່ວນໃນການຕ້ານໂຄວິດ-19 ໃຫ້ບັນດາແຂວງທົ່ວປະເທດ ລວມມູນຄ່າ 2,5 ຕື້ກີບ

ບໍລິສັດ ເບຍລາວ ຈຳກັດ ໄດ້ມອບເງິນປະກອບສ່ວນໃນການ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ກັບນະຄອນຫຼວງວຽງຈັນ ຈຳນວນ 500 ລ້ານກີບ. ໂດຍການມອບຂອງ ທ່ານ ເຮັນຣິກ ແອນເດີເຊັນ ຜູ້ອຳນວຍການບໍລິສັດ ເບຍລາວ ຈໍາກັດ ແລະ ຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ

ນອກຈາກນີ້ແລ້ວ, ບໍລິສັດ ເບຍລາວ ຈຳກັດ ຍັງໄດ້ປະກອບສ່ວນເງິນຊ່ວຍເຫຼືອ ໃຫ້ກັບບັນດາແຂວງຕ່າງໆໃນທົ່ວປະເທດອີກ ແຂວງລະ 100 ລ້ານກີບ

ທັງນີ້, ເງິນຈຳນວນດັ່ງກ່າວ ແມ່ນມີຈຸດປະສົງເພື່ອຮັບໃຊ້ໃນວຽກງານສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ທີ່ກຳລັງມີຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫຼາຍ

ແລະ ໃນປີ 2020 ທີ່ຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ກໍ່ຍັງໄດ້ປະກອບສ່ວນຊ່ວຍເຫຼືອແກ່ວຽກງານການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ໃນລາວ ເປັນຈໍານວນ 2 ຕື້ກີບ

ນັບຕັ້ງແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວຂອງພວກເຮົາ,​ ບໍລິສັດ ເບຍລາວ ກໍ່ໄດ້ປະກອບສ່ວນໃນການຕ້ານພະຍາດດັ່ງກ່າວນີ້ ເປັນຈໍານວນ 2,5 ຕື້ (2020-2021)

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.