Saturday, January 18, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 27 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສະຫະພັນບານເຕະແຫ່ງຊາດລາວ ຈະກາຍເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19



ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຄວາມພ້ອມ ໂຮງຫມໍພາກສະຫນາມ ເພື່ອຮອງຮັບໃຫ້ແກ່ຜູ້ຕິດເຊື້ອໂຄວິດ -19 ທີ່ມີການລະບາດຮອບໃຫມ່

ເຊິ່ງປະກອບມີ: ເດີ່ນຮົມຟູດຊໍ, ຫໍພັກຊາຍ ຊັ້ນ 1, ຊັ້ນ 2, ຫໍພັກຍິງ ຊັ້ນ 1, ຊັ້ນ 2 ແລະ ຫ້ອງອາຫານ, ສຳນັກງານໃຫຍ່ສະຫະພັນບານເຕະແຫ່ງຊາດລາວ ຕັ້ງຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ມີ 03 ອາຄານ, 01 ສູນຝຶກ

ຜ່ານການລົງກວດກາຕົວຈິງ ເຫັນໄດ້ວ່າແມ່ນມີຄວາມເຫມາະສົມ ແລະ ກໍເຫັນວ່າມີຄວາມພ້ອມທີ່ຈະຮອງຮັບໃຫ້ແກ່ຜູ້ຕິດເຊື້ອໃນການເຂົ້າຮັບການປິ່ນປົວ…ອ່ານຕໍ່

ເຈົ້າເມືອງໆປະທຸມພອນ ພ້ອມຄະນະນຳ ລົງຕິດຕາມການປະຕິບັດວຽກງານຂອງຄະນະສະເພາະກິດ



ໄດ້ມີທິດຊີ້ນຳເນັ້ນໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ຈົ່ງມີສະຕິລະວັງຕົວ ເປັນເຈົ້າການສືກສາອົບຮົມໂຄສະນາ ແລະ ຮູ້ຈັກວີທີປ້ອງກັນ ໂດນສະເພາະ ແມ່ນຜູ່ທີ່ມີຄວາມສ່ຽງ

ພ້ອມກັນນັ້ນ ຄະນະສະເພາະກິດຂອງບ້ານຕ້ອງເອົາໃຈໃສ່ເປັນເຈົ້າການເພີ່ມທະວີເຮັດວຽກງານກວດກາ ແລະ ປິດການເຂົ້າ-ອອກບ້ານເປັນການຊົ່ວຄາວ…ອ່ານຕໍ່

ຫ້ອງການອຸດສະຫະກໍາການຄ້າເມືອງອະນຸວົງ ລົງກວດກາສິນຄ້າເຄື່ອງອຸປະໂພກ ແລະ ບໍລິໂພກ ແຂວງໄຊສົມບູນ



ຈຸດປະສົງການລົງກວດກາໃນຄັ້ງນີ້ ກໍເພື່ອຜັນຂະຫຍາຍຕາມຄໍາສັ່ງຂອງຄະນະສະເພາະກິດ ຂອງແຂວງໄຊສົມບູນ ໃນຂໍ້ 5 ຫ້າມໃຫ້ພໍ່ຄ້າຊາວຂາຍສວຍໂອກາດກັກຕຸນ ແລະ ຂຶ້ນລາຄາ ເຄື່ອງອຸປະໂພກ ແລະ ບໍລິໂພກເປັນຕົ້ນ ຜ້າອັດປາກ-ດັງ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ນໍ້າດື່ມ ແລະ ອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ

ພ້ອມນັ້ນຍັງເປັນການລົງຊຸກຍູ້ ແລະ ເອົາໃຈໃສ່ເປັນພິເສດໃນການກວດກາຄວບຄຸມລາຄາສິ້ນຄ້າ ເຊິ່ງໂດຍລວມແມ່ນບໍ່ທັນພົບເຫັນໃນການສວຍໃສ່ໂອກາດຂຶ້ນລາຄາສີ້ນຄ້າ ແລະ ການກັກຕຸນສີ້ນຄ້າເພື່ອກໍາໄລເທື່ອ…ອ່ານຕໍ່

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: