Tuesday, March 18, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 27 ເມສາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ຈຳປາສັກ ເອົາໂຮງໝໍເມືອງໂພນທອງ ແລະ ໂຮງໝໍ 106 ເປັນສູນກາງປິ່ນປົວຫຼັກ ພະຍາດໂຄວິດ-19



ພາຍຫຼັງ ແຂວງ ຈຳປາສັກ ໄດ້ມີຜູ້ຕິດເຊື້ອສູງ ເຊິ່ງຄາດວ່າ ຍັງຈະມີຈໍານວນຜູ້ຕິດເຊື້ອດັ່ງກ່າວເພີ່ມອີກ ຊຶ່ງຜູ້ເຂົ້າຮ່ວມກອງປະຊູມ ໄດ້ຕົກລົງເຫັນດີໃຫ້ຍົກລະດັບໂຮງໝໍເມືອງໂພນທອງ ແລະ ໂຮງໝໍ 106 ເປັນສູນກາງປີ່ນປົວຫຼັກພະຍາດໂຄວິດ-19 ຊຶ່ງສາມາດຮັບຄົນເຈັບໄດ້ປະມານ 100 ຕຽງ

ນອກນັ້ນຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ຄົ້ນຄວ້າກຽມໂຮງໝໍສະໜາມ ເພື່ອເປັນໂຮງໝໍສຳຮອງ ຫາກມີການລະບາດພະຍາດຢ່າງຮ້າຍແຮງ ໃຫ້ໄດ້ 400 ຕຽງ…ອ່ານຕໍ່

ກະຊວງ ຖວທ ແລະ ຄະນະໂຄສະນາອົບຮົມສູນກາງພັກ ສປ ຈີນ ຮ່ວມມືກັນກ່ຽວກັບໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ



ການລົງນາມບົດບັນທຶກການຮ່ວມມື ວ່າດ້ວຍໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ ທີ່ໂດດເດັ່ນ ລະຫວ່າງ ລາວ-ຈີນຄັ້ງນີ້ ເພື່ອເອົາບັນດາປື້ມເກົ່າແກ່ ແລະ ມີສື່ສຽງ ຂອງລາວ ແລະ ຈີນ ຫຼາຍກວ່າ 50 ຫົວເລື່ອງ ນຳມາແປເປັນພາສາຂອງຝ່າຍໃດຝ່າຍໜຶ່ງ ໃນໄລຍະເວລາ 5 ປີ

ຄຽງຄູ່ກັນນັ້ນ, ຂໍ້ລິເລີ່ມຮ່ວມມືດັ່ງກ່າວ ກໍເປັນໜຶ່ງ ກິດຈະກໍາ ທີ່ນອນຢູ່ໃນ 15 ກິດຈະກຳຂອງກະຊວງ ຖວທ ເພື່ອປະກອບສ່ວນສະເຫຼີມ ສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບ ຮອບ 60 ປີ

ໃນປະຈຸບັນ ລັດຖະບານ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທຳ ໂດຍສະເພາະໄດ້ກຳນົດທິດທາງນະໂຍບາຍເພື່ອອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງປຶ້ມ…ອ່ານຕໍ່

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.