Friday, March 21, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 28 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຫ້ອງການອຸດສາຫະກຳ ແລະການຄ້ານະຄອນຫຼວງພະບາງ ໄດ້ລົງກວດກາສິນຄ້າຢູ່ທີ່ຕະຫຼາດທ່າເຮືອເມ



ສໍາລັບແມ່ຄ້າທີ່ຈະມາວາງຂາຍສິນຄ້າແຕ່ລະຄົນແມ່ນ ຕ້ອງໄດ້ໃສ່ຜ້າປິດປາກ ແລະເຈວລ້າງມື, ສໍາລັບລູກຄ້າທີ່ຈະເຂົ້າມາຕ້ອງໄດ້ປະຕິບັດແບບດຽວກັນ ຄືໃຫ້ໃສ່ຜ້າປິດປາກທຸກໆຄົນ

ໃນກໍລະນີຜູ້ໃດບໍ່ໄດ້ໃສ່ມາທາງບ້ານປ່າຂາມກໍ່ມີ ບໍລິການຂາຍໃຫ້ ໃນລາຄາ 1 ແຜນ 1000ກີບ ແລະມີເຈວລ້າງມືບໍລິການຟີໃຫ້ພ້ອມ ຖ້າຜູ້ໃດບໍ່ປະຕິບັດຕາມເງື່ອນໄຂແມ່ນບໍ່ໃຫ້ເຂົ້າມາຕະຫຼາດເດັດຂາດ, ການລົງກວດກາຄັ້ງນີ້ ແມ່ນເນັ້ນໃສ່ການຄວບຄຸມລາຄາສິນຄ້າບໍ່ໃຫ້ຂາຍເກີນລາຄາທີ່ກຳນົດ…ອ່ານຕໍ່

ຫຼວງພະບາງກຽມພ້ອມ ຮັບມືກັບສະຖານະການປິ່ນປົວຜູ້ຕິດເຊື້ອ ຖ້າຍັງລະບາດເພີ່ມ



ໃນໂຮງໝໍແຂວງຫຼວງພະບາງ ສໍາລັບຫ້ອງແຍກປ່ຽວແມ່ນໄດ້ແບ່ງອອກເປັນ 4ໂຊນຄື:ໂຊນ A B C ແລະ D ເປັນໂຊນຮອງຮັບສຸກເສີນໄອຊີຍູໂຄວິດ19 ມີ 12 ຕຽງ,ເຄື່ອງຊ່ວຍຫາຍໃຈ 8 ເຄື່ອງ

ໃນກໍລະນີຫາກເກີດການລະບາດຢ່າງຮຸນແຮງມີຜູ້ປ່ວຍຕິດເຊື້ອໂຄວິດເພີ່ມຂຶ້ນຢ່າງກະທັນຫັນແລະມີຈໍານວນຫຼາຍ ທາງແຂວງຫຼວງພະບາງໄດ້ກຽມສະຖານທີ່ສໍາຮອງໄວ້ຮອງຮັບແມ່ນຢູ່ ມສ ສັນຕິພາບ,ສະໜາມກິລາແຂວງ,ມະຫາວິທະຍາໄລສຸພານຸວົງ ແລະ ບ່ອນອື່ນໆອີກທີ່ເໝາະສົມສາມາດສົ່ງຜູ້ຕິດເຊື້ອໄປປິ່ນປົວໃຫ້ທັນເວລາ…ອ່ານຕໍ່

ຫຼວງພະບາງ ປະຕິບັດມາດຕະການຄໍາສັ່ງທ່ານເຈົ້າແຂວງຢ່າງຫ້າວຫັນ



ທາງເຈົ້າໜ້າທີ່ຄະນະສະເພາະກິດຂັ້ນແຂວງ,ເມືອງໄດ້ປະຕິບັດຕາມຄໍາສັ່ງຢ່າງເຂັ່ງຂັດ ໂດຍໄດ້ເລີ່ມຕັ້ງດ່ານຈຸດກວດຄົນ ເຂົ້າ-ອອກເມືອງ ຢູ່ທາງເລກ 13 ເໜືອ ມີ2ຈຸດຄື: ຈຸດທີ1 ແມ່ນຕັ້ງຢູ່ ໜ້າສະຖານີໄຟຟ້າ ບ້ານຂົວທີ1 ແລະ ຈຸດທີ2 ແມ່ນຕັ້ງຢູ່ບ້ານພອນໄຊ

ສໍາລັບຢູ່ພາຍໃນເທດສະບານ ນະຄອນຫຼວງພະບາງ ແມ່ນໄດ້ຕັ້ງຢູ່ເສັ້ນທາງແຄມຂອງ ທາງຂຶ້ນທ່າເຮືອເມ ລະຫວ່າງເມືອງຈອມເພັດ ຫາ ນະຄອນຫຼວງພະບາງ ແລະ ທາງໄປນໍ້າຕົກຕາດກວາງຊີ ເພື່ອກວດກາຄຸມເຂັ້ມຕາມຄໍາສັ່ງຢ່າງເຂັ້ມງວດ

ຊຶ່ງຈຸດກວດກາ ແມ່ນໄດ້ເລັ່ງໃສ່ໃນການກວດຄົນ, ລົດປະເພດຕ່າງໆທີ່ແລ່ນເຂົ້າອອກເມືອງໄດ້ໃຊ້ເຄື່ອງວັດແທກອຸນນະພູມກວດແຕ່ລະຄົນ,ຫາກຜູ້ໃດບໍ່ໃສ່ຜ້າອັດປາກ-ອັດດັງ ແມ່ນໄດ້ແນະນໍາກ່າວຕັກເຕືອນ…ອ່ານຕໍ່

ບໍລິສັດ ເວດທະສິນ ມອບເຄື່ອງຊ່ວຍເຫຼືອເຂົ້າໃນວຽກງານສະກັດກັ້ນເຊື້ອພະຍາດໂຄວິດ-19 ຢູ່ເມືອງວິລະບູລີ



ເຊິ່ງປະກອບມີ ຜ້າປິດປາກ-ດັງຈໍານວນ 100 ກັບ,​ ໝີ່ສໍາເລັດຮູບ 10 ແກັດ,​ ກາເຟ 10 ຖົງ,​ ເຈວລ້າງມື 20 ລິດ ແລະ ເງິນສົດຈໍານວນ 3 ລ້ານກີບ

ເຊິ່ງໃຫ້ກຽດກ່າວຮັບຂອງທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະ…ອ່ານຕໍ່

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່