Monday, March 24, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 13 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ການດໍາເນີນທຸລະກິດຕ່າງໆ ຂອງຜູ້ປະກອບການຢູ່ແຂວງບໍ່ແກ້ວ ໄດ້ຖືກປິດຊົ່ວຄາວຫຼາຍແຫ່ງ

ການດໍາເນີນທຸລະກິດຕ່າງໆ ຂອງຜູ້ປະກອບການ ຢູ່ແຂວງບໍ່ແກ້ວໄດ້ຖືກປິດຊົ່ວຄາວ ແລະ ເຂັ້ມງວດກວ່າເກົ່າ ເນື່ອງຈາກວ່າແຂວງບໍ່ແກ້ວເແນແຂວງໜຶ່ງ ທີ່ກວດພົບກໍລະນີຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ຫຼາຍໃນຊ່ວງທີ່ຜ່ານມາ

ປັດຈຸບັນມີບັນດາໂຮງງານ ອຸດສາຫະກຳປຸງແຕ່ງ 98 ຫົວໜ່ວຍທີ່ປິດຊົ່ວຄາວຫຼາຍແຫ່ງເຊັ່ນ: ໂຮງງານອຸດສາຫະກຳ ແລະ ຫັດຖະກຳ 11 ແຫ່ງ, ໂຮງງານເພີນີເຈີ 22 ແຫ່ງ ແລະ ໂຮງງານອື່ນໆລວມທັງໝົດ 23 ກວ່າ ແຫ່ງ ພ້ອມນັ້ນ ກໍ່ຍັງມີບັນດາຕະຫຼາດທຸກໆແຫ່ງພາຍໃນເທດສະບານເມືອງຫ້ວຍຊາຍ ແລະ ເມືອງອື່ນໆ ທົ່ວແຂວງບໍ່ແກ້ວແມ່ນຖືກປິດເປັນທີ່ຮຽບຮ້ອຍ…ອ່ານຕໍ່

ຄະ​ນະ​ທີມ​ແພດ​ຊ່ຽວ​ຊານ ຈາກ ສ​ສ ຫວຽດ​ນາມ ລົງເບິ່ງຕົວຈິງໃນການເຄື່ອນໄຫວ



ໃນ​ກອງ​ປະ​ຊຸມ ທ່ານ ດຣ ຄຳ​ສິງ ແກ້ວ​ທອງ​ກຸ ຜູ້ອຳນວຍການໂຮງໝໍ​ຈຳ​ປາ​ສັກໄດ້​ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງກໍລະນີ​ຂອງແຕ່ລະສູນໃຫ້​ຄະ​ນະ​ຜູ້​ແທນກອງ​ປະ​ຊຸມ

ເຊິ່ງແຂວງຈຳປາສັກ​ໄດ້​ຂະ​ຫຍາຍ​ສະ​ຖານ​ທີ່ການ​​ປີ່ນ​ປົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19​​ ໄດ້​ທັງ​ໝົດ 3 ແຫ່ງເຊີ່ງ​ມີ: ສູນປິ່ນ​ປົວ​ທີ່​ເມືອງໂພນທອງ​ ສາ​ມາດຮອງຮັບຄົນເຈັບໄດ້ 52 ຕຽງ, ໂຮງໝໍພາກສະໜາມ ( ວິທະຍາໄລການເງີນພາກໃຕ້ )​ ສາ​ມາດ​ຮັບ​ຮອງ​ຄົນ​ເຈັບ​ໄດ້ 334 ຕຽງ ແລະ ໂຮງໝໍບໍລິເວນ106 ພ້ອມລົງເບີ່ງຕົວຈິງການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ການ​ປິ່ນ​ປົວ​ຄົນ​ເຈັບຢູ່ສູນ​ປິ່ນ​ປົວທັງ 3 ແຫ່ງ…ອ່ານຕໍ່


ບໍລິຄຳໄຊ ໄດ້ຈັດຈຸດອອກໃບອະນຸຍາດຂອງຄະນະສະເພາະກິດແຂວງຊົ່ວຄາວ



ແຂວງບໍລິຄຳໄຊ ໄດ້ຈັດຈຸດອອກໃບອະນຸຍາດຂອງຄະນະສະເພາະກິດແຂວງ ຢູ່ຫ້ອງວ່າການປົກຄອງແຂວງ ບ້ານອານຸສອນໄຊ ເມືອງປາກຊັນ ທຸກວັນຈັນ-ວັນອາທິດ ໂດຍບໍ່ມີມື້ພັກ ກໍລະນີໄປຮັບຄົນໃນຄອບຄົວກັບຄືນແຂວງບໍລິຄຳໄຊ ແມ່ນຕ້ອງມີໃບຢັ້ງຢືນຈາກຄະນະສະເພາະກິດຂັ້ນເມືອງຂອງຕົນ ແລະ ກໍລະນີມີຜູ້ຕິດຕາມໃນການຂົນສົ່ງສິນຄ້າ ແມ່ນບໍ່ໃຫ້ຕິດຕາມເກີນ 2 ຄົນ, ສ່ວນການເດີນທາງທົ່ວໄປ ແມ່ນອະນຸມັດໃຫ້ຕິດຕາມບໍ່ເກີນ 1 ຄົນ

ກໍລະນີພະນັກງານ ໄປວຽກທາງລັດຖະການຢູ່ຕ່າງແຂວງ ຕ້ອງມີໃບຢັ້ງຢືນ ຫຼື ເອກະສານແຕ່ງຕັ້ງຈາກກົມກອງ, ນິຕິບຸກຄົນ ຫຼື ບໍລິສັດເອກະຊົນ ໃຫ້ເຮັດໃບສະເໜີ ຫຼື ໃບຢັ້ງຢືນ ຈາກບໍລິສັດ ພ້ອມໃບທະບຽນວິສາຫະກິດ…ອ່ານຕໍ່

ເຈົ້າເມືອງໆໂຂງ ລົງເຄື່ອນໄຫວມອບເຄື່ອງບໍລິໂພກແຈກຢາຍໃຫ້ກຳລັງແຕ່ລະຈຸດ



ລັດວິສາຫະກິດ ກໍ່ສ້າງ-ຂົວທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນມອບເຂົ້າຈີ່ຈຳນວນ 500 ກ້ອນ ແລະ ນົມຂຸ້ນຈຳນວນ 1 ແກັດ ຊຸກຍູ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ -19

ພ້ອມນັ້ນ, ທ່ານເຈົ້າເມືອງໆໂຂງ ພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສືບຕໍ່ເຄື່ອນໄຫວນຳເອົາເຂົ້າຈີ່ ແລະ ນົມຂຸ້ນຫວານທີ່ໄດ້ຮັບຄັ້ງນີ້ ແຈກຢາຍໃຫ້ກັບກຳລັງໃນແຕ່ລະກຸ່ມເປັນຕົ້ນ: ກຸ່ມນາຝັ່ງ, ຫາດຊາຍຄູນ, 3 ຈຸດບ້ານໃຫຍ່ໃນດອນໂຂງທີ່ກຳລັງປະຕິບັດໜ້າທີ່…ອ່ານຕໍ່

ພະແນກອຸດສາຫະກໍາ ແລະການຄ້າແຂວງເຊກອງ ລົງຕິດຕາມກວດກາສິນຄ້າອຸປະໂພກ-ບໍລິໂພກ



ທ່ານ ສຸກສາຍຍັນ ແກ້ວວົງສາ ຮອງຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະການຄ້າແຂວງເຊກອງໄດ້ຮຽກຮ້ອງມາຍັງພໍ່ຄ້າຊາວຂາຍ ກໍຄືຜູ້ປະກອບການທຸລະກິດຄ້າຂາຍຢູ່ບັນດາຫ້າງຮ້ານ ແລະຕະຫຼາດທຸກແຫ່ງຢູ່ພາຍໃນແຂວງເຊກອງ ຫ້າມເດັດຂາດບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ ເພື່ອບໍ່ໃຫ້ເອົາປຽບຜູ້ບໍລິໂພກ

ຫາກກວດເຫັນຜູ້ໃດລະເມີດແມ່ນຈະຖືກກ່າວເຕືອນ ແລະປະຕິບັດມາດຕະການປັບໃໝ່ຕາມລະບຽບກົດໝາຍ ແລະຂໍໃຫ້ທຸກຄົນເປັນເຈົ້າການນໍາກັນ…ອ່ານຕໍ່

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.