ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 13 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

6 ແຂວງພາກເໜືອຂອງລາວ ໄດ້ຮັບການເຊື່ອເຫຼືອອຸປະກອນການແພດຈາກ ສສ ຫວຽດນາມ



ພະແນກສາທາລະນະສຸກ ແຂວງດຽນບຽນ ສສ ຫວຽດນາມ ໄດ້ມອບອຸປະກອນການແພດເພື່ອ ປ້ອງກັນພະຍາດໂຄວິດ-19 ໃຫ້ 6 ແຂວງພາກເໜືອຂອງລາວ ເຊິ່ງມີ: ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງບໍ່ແກ້ວ

ອຸປະກອນທີ່ມາມອບໃນຄັ້ງນີ້ປະກອບມີ ຜ້າອັດປາກ-ດັງ ຈໍານວນ 32.000 ອັນ, ຊຸດແພດປ້ອງກັນ ແລະ ຄວບຄຸມ ພະຍາດລະບາດ ຈໍານວນ 300 ຊຸດ, ນ້ຳຢາລ້າງມືຂ້າເຊື້ອ ຈຳນວນ 200 ລິດ ໂດຍຈະມີການແຈກຢາຍອຸປະກອນການແພດດັ່ງກ່າວໃຫ້ເທົ່າທຽມ ກັນໃນແຕ່ລະແຂວງ…ອ່ານຕໍ່

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມກໍາລັງເກັບກໍາຂໍ້ມູນເພື່ອກຽມຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ



ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລາຍງານໃຫ້ຮູ້ວ່ສ ກະຊວງ ຮສສ ໄດ້ອອກແຈ້ງການເຖິງພະແນກ ຮສສ ແຂວງ, ເມືອງ ແລະ ນະຄອນຫຼວງວຽງຈັນ ເພື່ອເກັບກໍາຂໍ້ມູນແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນທຸກຍາກທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19

ເຊິ່ງການເກັບກໍາຂໍ້ມູນດັ່ງກ່າວນີ້ແມ່ນເລັ່ງໃສ່ສະເພາະຜູ້ທີ່ໄດ້ຮັບຜົນກະທົບໜັກເປັນຕົ້ນແມ່ນ: ຜູ້ທີ່ຢຸດວຽກ, ຜູ້ຫຍຸ້ງຍາກຂາດເຂີນທີ່ພັກອາໄສ, ອາຫານການກິນ ໃນຕົວເມືອງໃຫຍ່ ແລະ ເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ເພື່ອເຮັດໃຫ້ຜູ້ອອກແຮງງານເຫຼົ່ານັ້ນໄດ້ສືບຕໍ່ດໍາລົງຊີວິດໄດ້ໂດຍພື້ນຖານ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...