ປະຈຳວັນ ⠚ 14 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ເມືອງໜອງບົກ ຍັງສືບຕໍ່ຄຸມເຂັ້ມດ້ານມາດຕະການເຂົ້າ-ອອກເມືອງ

ເພື່ອປະຕິບັດຕາມຄໍາສັ່ງດັ່ງກ່າວເມືອງດັ່ງກ່າວ ໄດ້ເອົາພະນັກງານລົງກໍ່ສ້າງຮາກຖານຢູ່ກຸ່ມບ້ານເຊິ່ງມີຄະນະປະຈໍາຊີ້ນໍາໃນແຕ່ລະກຸ່ມ ແລະ ຄະນະພັກຊີ້ນໍາໃນແຕ່ລະບ້ານໃນການແບ່ງຄວາມຮັບຜິດຊອບນີ້ພວກເຮົາໄດ້ຈັດຕັ້ງປະຕິບັດເປັນຕົ້ນແມ່ນການປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນໃນການເຂົ້າ-ອອກເຊິ່ງໃນດ້ານວຽກງານປ້ອງກັນດໍ່ໄດ້ມີການປ້ອງກັນທາງນໍ້າ ແລະ ທາງບົກ
ພາຍຫຼັງມີຄໍາສັ່ງໃນການຜ່ອນຜັນຈາກຂັ້ນແຂວງແລ້ວທາງເມືອງກໍ່ໄດ້ກໍານົດເອົາມີ 02 ສູນຄື : ສູນສອງເໝືອງ ແລະ ສູນສະໂມສອນຂອງເມືອງເຊິ່ງໃນສອງສູນດັ່ງກ່າວແມ່ນໃຊ້ເພື່ອກະກຽມຮອງຮັບສໍາລັບຜູ້ມີຄວາມສ່ຽງ…ອ່ານຕໍ່
ຊາວໜຸ່ມຮາກຖານພະແນກ ຖວທ ມອບເຄື່ອງຊ່ວຍເຫຼືອເຂົ້າໃນວຽງງານສະກັດກັ້ນໂຄວິດ-19

ໂດຍເຄື່ອງທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ຈາກການລະດົມ ກໍຄືການປະກອບສ່ວນຂອງສະມາຊິກຊາວໜຸ່ມ ພາຍໃນພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງເຊກອງຊຶ່ງປະກອບມີ ຜ້າອັດ 10 ກັບ, ເປັນມູນຄ່າ 150,000 ພັນກີບ
ທ່ານ ແສງໂນພາ ມິກດາວົງ ໄດ້ສະແດງຄວາມຂອບໃຈມາຍັງຄະນະຊາວໜຸ່ມຮາກຖານ ແລະຈະນຳເຄື່ອງເຫຼົ່ານີ້ໄປມອບຕໍ່ໃຫ້ຄະນະສະເພາະກິດຂັ້ນແຂວງ ເພື່ອນໍາໃຊ້ປະກອບສ່ວນຊ່ວຍເຫຼືອສະກັດກັ້ນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19…ອ່ານຕໍ່
ຄະນະສະເພາະກິດອຂວງຈຳປາສັກ ໄດ້ຮັບການຊ່ວຍເຫຼືອອຸປະກອນການແພດ 40 ລ້ານກວ່າກີບ

ບໍລິສັດລົດຕູ້ ຂົນສົ່ງໄທ-ລາວ ມອບຜ້າອັດປາກຈຳນວນ 50ແກັດ ແລະນໍ້າຢາລ້າງມື 300ກວດ, ໃຫ້ແກ່ຄະນະສະເພາະກິດປ້ອງກັນ,ຄວບຄຸມພະຍາດໂຄວິດ19 ແຂວງ ຈຳປາສັກ ມູນຄ່າ 40ລ້ານກວ່າກີບ ທີ່ດ່ານກວດກາຄົນເຂົ້າ-ອອກ ເມືອງ ສາກົນວັງເຕົ່າ ແຂວງຈຳປາສັກ
ໂດຍການມອບຂອງທ່ານ ບົວຄຳ ຄຳພູມີ ຕົວແທນບໍລິສັດແລະຮັບຂອງທ່ານ ວິຊຽນ ສົມບູນຂັນ ຮອງຫົວຫນ້າຫ້ອງວ່າການປົກຄອງແຂວງ,ຕ່າງຫນ້າໃຫ້ຄະນະສະເພາະກິດແຂວງຈຳປາສັກ…ອ່ານຕໍ່