ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 14 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ພະແນກອຸດສາຫະກຳ ແລະ ການຄ້າ ນວ ເລັ່ງຄຸ້ມຄອງລາຄາສິນຄ້າ ໃນໄລຍະທີ່ສືບຕໍ່ມາດຕະການ



ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຮ່ວມມືກັບລັດວິສາຫະກິດ ແລະ ຜູ້ປະກອບການ ເລັ່ງປ້ອງກັນ ບໍ່ໃຫ້ແມ່ຄ້າ-ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາເຂົ້າສານໜຽວ, ເຂົ້າສານຈ້າວ, ພຶດປອດສານພິດ ແລະ ຊີ້ນໝູ ໃນທີ່ມີສືບຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19

ໂດຍການຕັ້ງຈຸດຂາຍສິນຄ້າດັ່ງກ່າວ ແລະ ໄດ້ວາງລາຄາຂາຍຕາມການຊີ້ນໍາຂອງລັດຖະບານ ຊຶ່ງມີຈຸດບໍລິການຈໍາໜ່າຍເຂົ້າ, ພຶດປອດສານພິດ ແລະ ຊີ້ນໝູດັ່ງນີ້: ບໍລິສັດລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນຈະນໍາເອົາເຂົ້າກິນ ແລະ ຊີ້ນໝູມາຈໍາໜ່າຍຢູ່ໃນນະຄອນຫຼວງວຽງຈັນຢູ່ 2 ຈຸດ ຄື: ບ້ານສີຫອມ ເມືອງຈັນທະບູລີ ແລະ ຢູ່ຕະຫຼາດບຶງທາດຫຼວງ ແຕ່ວັນຈັນ ຫາ ວັນສຸກ ນັບແຕ່ເວລາ 8:00 ໂມງ-17:00 ໂມງ…ອ່ານຕໍ່

ບໍ່ແກ້ວ ພົບຜູ້ຕິດເຊື້ອສູງເປັນອັນດັບສອງຮອງຈາກນະຄອນຫຼວງວຽງຈັນ



ບໍ່ແກ້ວຍັງກວດພົບຜູ້ຕິດເຊື້ອໃນແຕ່ລະວັນເພີ່ມຂຶ້ນເພື່ອປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມເປັນວົງກວ້າງ ແລະ ຍາກທີ່ຈະປ້ອງກັນ, ຄະນະສະເພາະກິດໄດ້ມີການປິດການເຂົ້າ-ອອກ ຊົ່ວຄາວ ລະຫວ່າງແຂວງ ເມືອງ ຂອບເຂດບ້ານທີ່ມິການລະບາດ

ຍັງໄດ້ສັ່ງປິດກິດຈະການຊົ່ວຄາວຈໍານວນ 98 ຫົວໜ່ວຍຊຶ່ງປະກອບມີໂຮງງານອຸດສາຫະກຳ ແລະ ຫັດຖະກຳ, ໂຮງງານເພີນີເຈີ ແລະ ໂຮງງານອື່ນໆ ຊຶ່ງໄດ້ມີກຳມະກອນທີ່ເຮັດວຽກຢູ່ໂຮງງານແຕ່ລະແຫ່ງ ເກືອບ 700 ກວ່າຄົນວ່າງງານ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...