Thursday, January 23, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 17 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສາທາລະນະສຸກເມືອງບາຈຽງຈະເລີນສຸກ ມອບຜ້າອັດປາກໃຫ້ແກ່ຄະນະກຳມະການ 15 ບ້ານ



ສາທາລະນະສຸກເມືອງ ບາຈຽງຈະເລີນສຸກ ແຂວງຈຳປາສັກ ນຳໂດຍທ່ານ ດຣ ບຸນຊວງ ພັນທະນາໄລ ແລະ ທ່ານ ວັດທະນາ ຈັນທະລາສິນ ຄະນະຮອງການສາທາລະນະສຸກເມືອງ ພ້ອມທິມງານລົງເຄື່ອນໄຫວມອບຜ້າອັດປາກ-ດັງຈຳນວນ 1.500ອັນໃຫ້ແກ່ຄະນະກຳມະການຂັ້ນບ້ານໃນ15 ບ້ານເປົ້າໝາຍທີ່ຈະປະກາດເປັນບ້ານຢຸດຕິການຖ່າຍຊະຊາຍໃນທ້າຍປີ 2021

ຊຶ່ງລວມມີ ບ້ານແກ້ງເກ່ຍ, ບ້ານສອງຄອນ, ບ້ານທົ່ງທິງ, ບ້ານໝາກແງວ, ບ້ານໜອງຫົວຄວາຍ, ບ້ານໜອງໃສ, ບ້ານໂນນໄຊ, ບ້ານສາມັກຄີໄຊ, ບ້ານທົ່ງອຸດົມ, ບ້ານຫຼັກ21, ບ້ານຫຼັກ25, ບ້ານສີຊຽງໃໝ່, ບ້ານໂພນໄຊ, ບ້ານໝື່ນຫຼວງ, ບ້ານໜອງນໍ້າຂາວ…ອ່ານຕໍ່

ຈັບຄົນຮ້າຍທີ່ຈູດປ້ອມຈະລາຈອນໄດ້ ທີ່ຕັ້ງຢູ່ ບ້ານ ໄຊອຸດົມ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ



ທາງວິຊາສະເພາະຄະດີອາຍາໄດ້ຮັບແຈ້ງເລື່ອງດັ່ງກ່າວ ເລີຍໄດ້ລົງກວດກາສະຖານທີ່ເກີດເຫດຈຶ່ງສາມາດສະຫຼຸບເບື້ອງຕົ້ນໄດ້ວ່າ ອາດຈະເກີດຈາກການຈູດຂອງຄົນຮ້າຍ ແລະ ກໍ່ໄດ້ມີການຂຶ້ນບັນຊີຕິດຕາມເປົ້າໝາຍທີ່ກໍ່ເຫດ

ທາງເຈົ້າໜ້າທີ່ໄດ້ກັກຕົວຜູ້ຖືກຫາໄດ້ 2 ຄົນຄື: ທ້າວ ລາຊັນ ຫຼື ໃໝ່ ອາຍຸ 17 ປີ ອາຊີບ ກຳມະກອນ ແລະ ທ້າວ ດາວພະສຸກ ຫຼື ກະຢ່ອງ ອາຍຸ 20 ປີ ອາຊີບ ກໍາມະກອນ ຢູ່ ບ້ານໄຊອຸດົມ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ

ຜ່ານການສືບສວນ-ສອບສວນໄດ້ໃຫ້ຮູ້ວ່າ: ພວກກ່ຽວໄດ້ພາກັນໄປນັ່ງດື່ມເບຍ ຢູ່ຮ້ານແຫ່ງໜຶ່ງເຂດ ບ້ານ ໄຊອຸດົມ ຍ້ອນມີແນວຄິດຄຽດແຄ້ນໃຫ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເພາະເຄີຍໄດ້ກັກລົດ ແລະ ປັບໃໝພວກກ່ຽວ ຕໍ່ມາ ພວກກ່ຽວກໍ່ໄດ້ຊວນກັນຍ່າງໄປເອົານ້ຳມັນເອັດຊັງ ປະມານ 1 ລິດ ທີ່ ທ້າວ ລາຊັນ ຫຼື ໃໝ່ ເປັນຜູ້ຊື້ມາປະໄວ້ຢູ່ເຮືອນຂອງ ທ້າວ ສວຍ ໝູ່ຂອງພວກກ່ຽວ, ຈາກນັ້ນ ທ້າວ ລາຊັນ ຫຼື ໃໝ່ ແລະ ທ້າວ ດາວພະສຸກ ຫຼື ກະຢ່ອງ ກໍ່ໄດ້ນຳເອົານ້ຳມັນດັ່ງກ່າວ ຍ່າງລັດປ່າເພື່ອໄປຈູດປ້ອມດັ່ງກ່າວ…ອ່ານຕໍ່

ຫຼາຍພາກສ່ວນ ຮ່ວມໃຈສືບຕໍ່ຊ່ວຍເຫຼືອເຂົ້າໃນວຽກງານຕ້ານພະຍາດໂຄວິດ-19 ໃຫ້ແຂວງເຊກອງ



ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ປະທານຄະນະສະເພາະກິດປ້ອງກັນຂັ້ນແຂວງໄດ້ໃຫ້ກຽດຮັບເງິນ ແລະເຄື່ອງຊ່ວຍເຫຼືອຈາກພາກສ່ວນຕ່າງໆ ເຊິ່ງປະກອບມີ: ທະນາຄານຮ່ວມພັດທະນາ ມອບເງິນ 30 ລ້ານກີບ; ບໍລິສັດ ເທບວົງສາ ພາວເວີຈໍາກັດ 20 ລ້ານກີບ; ບໍລິສັດ ບີດີນາລາວ ຈໍາກັດ 5 ລ້ານກີບ; ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງເຊກອງ 3 ລ້ານກີບ; ຄະນະບໍລິຫານງານຊາວໝຸ່ມແຂວງມອບນໍ້າດື່ມ 20 ແກັດ, ເຈວລ້າງມື 23 ກວດ, ຜ້າປິດປາກ-ປິດດັງ 106 ກັບ ແລະເງິນສົດລວມມູນຄ່າເກືອບ 10 ລ້ານກີບ; ພະແນກກະສິກໍາ-ປ່າໄມ້ແຂວງມອບນໍ້າດື່ມ 40 ແກັດ ແລະເງິນສົດລວມມູນຄ່າ 5,1 ລ້ານກີບ

ນັບແຕ່ຕົ້ນເດືອນພຶດສະພາມາ ແຂວງເຊກອງໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆມີມູນຄ່າທັງໝົດເກືອບ 900 ກວ່າລ້ານກີບ…ອ່ານຕໍ່

ສະຫວັນນະເຂດ ແລະຈຳປາສັກ ໄດ້ຮັບການຊ່ວຍເຫຼືອອຸປະກອນການແພດ ຈາກແຂວງກວາງບິ່ງ ສສ ຫວຽດນາມ



ມີພິທີມອບ-ຮັບ ອຸປະກອນການແພດດັ່ງກ່າວ ໃຫ້ແຂວງສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ໂດຍມອບໃຫ້ເທົ່າກັນ ມູນຄ່າແຂວງລະ 1ຕື້ດົງ ເທົ່າກັບ 4ຮ້ອຍ21ລ້ານ2ແສນກີບ ເຊິ່ງມອບໂດຍສະຫາຍ ວູ໊ ດ້າຍ ຖັງ ກໍາມະການສູນກາງຄອມມູນິດຫວຽດນາມ, ເລຂາພັກແຂວງ ແຂວງ ກວາງບິ່ງ

ເຊິ່ງເຄື່ອງທີ່ຮັບປະກອບມີ ເຄື່ອງຝົ່ນຢາຂ້າເຊື້ອ ແຂວງລະ8ເຄື່ອງ,ເຄື່ອງຜະລິດອົກຊີ ແຂວງລະ 5ເຄື່ອງ, ເຄື່ອງຊ່ວຍຫາຍໃຈ ແຂວງລະ 3ເຄື່ອງ, ເຄື່ອງວັດອຸນຫະພູມ ແຂວງລະ 20 ເຄື່ອງ ,ຜ້າອັດປາກ-ດັງ ແຂວງລະ 1ພັນກັບ, ເຈວລ້າງມື ແຂວງລະ 240 ຫຼອດ, ຊຸດເຄື່ອງນຸ່ງປ້ອງກັນເຊື້ອ ແຂວງລະ 4 ຮ້ອຍຊຸດ, ຊຸດກວດເກັບຕົວຢ່າງພະຍາດໂຄວິດ ແຂວງລະ 5 ຮ້ອຍອັນ, ຊົບມື ແຂວງລະ 30 ກັບ ແລະ ເຫຼົ້າ 70 ແຂວງລະ 2 ຮ້ອຍຂວດ…ອ່ານຕໍ

ປະທານແນວລາວສ້າງຊາດແຂວງສະຫວັນນະເຂດ ມອບເຄື່ອງຊ່ວຍເຫຼືອໃຫ້ ເມືອງ ວິລະບູລີ



ທ່ານ ຄໍາແພງ ເພັດທຸມພອນ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂັ້ນແຂວງ ກໍ່ຍັງໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ມອບໃຫ້ຄະນະສະເພາະກິດຂອງເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ເມືອງ ວິລະບູລີ

ເຊິ່ງປະກອບມີ: ໝີ່ໄວໆ, ນໍ້າດື່ມສະອາດ, ຜ້າປິດປາກ-ດັງ, ເຈວລ້າງມື ລວມເປັນມູນຄ່າ ສີ່ລ້ານຫົກແສນກີບ ເຊິ່ງໃຫ້ກຽດຮັບເຄື່ອງດັ່ງກ່າວຂອງທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ວິລະບູລີ ພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງເຂົ້າຮ່ວມ…ອ່ານຕໍ່

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ