⠚ 18 ພຶສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ສະຫະພັນກຳມະບານ ແຂວງ ສະຫວັນນະເຂດ ສືບຕໍ່ປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານໂຄວິດ-19

ທ່ານ ນາງ ພົມມາ ທອງເພັງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ແຂວງ ສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ ແນວລາວສ້າງຊາດແຂວງ, ສະຫະພັນນັກຮົບເກົ່າ, ສະຫະພັນແມ່ຍິງແຂວງ ແລະ ຄະນະບໍລິຫານງານຊາວໝຸ່ມແຂວງ ໄດ້ຮ່ວມກັນສຶບຕໍ່ປະກອບສ່ວນມອບ ນ້ຳດື່ມ, ຜ້າອັດປາກ, ເຈວລ້າງມື ແລະ ໝີ່ໄວໆ ລວມມູນຄ່າ 12 ລ້ານກີບ ໃຫ້ແກ່ຄະນະສະເພາະກິດຂອງ ເມືອງ ໄຊບູລີ, ເມືອງ ໄຊພູທອງ ແລະ ເມືອງ ສອງຄອນ
ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ 19 ໃຫ້ມີປະສິດທິຜົນສູງ ໂດຍການກ່າວຮັບຂອງການນໍາຂັ້ນເມືອງຢ່າງສົມກຽດ. ເຊິ່ງພ້ອມດຽວກັນນີ້ຄະນະດັ່ງກ່າວກໍ່ຍັງໄດ້ ລົງຢ້ຽມຢາມ ແລະ ແຈກຍາຍ ເຄື່ອງຂອງຈຳນວນໜຶ່ງ ໃຫ້ແກ່ຈຸດກວດກາຂອງເມືອງ…ອ່ານຕໍ່
ງົວຂອງປະຊາຊົນບ້ານ ສີທາດ ເມືອງ ຕົ້ນເຜິ້ງ ຕາຍແບບກະທັນຫັນພ້ອມກັນຫຼາຍໂຕ

ຕາມການລົງກວດກາຕົວຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ຮູ້ວ່າ ເປັນງົວຂອງ ທ່ານ ບຸນຕານ ວົງປັນຍາ ປະຊາຊົນບ້ານ ສີທາດ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ເຊິ່ງລາວໄດ້ບອກວ່າ ກ່ອນໜ້າທີ່ງົວຈະລົ້ມຕາຍແບບກະທັນ ຕົນເອງ ແລະ ຄອບຄົວ ໄດ້ເອົາປຸ໋ຍກາເຮືອໃບປະສົມນໍ້າໃຫ້ງົວກິນໃນອັດຕາສ່ວນ ນໍ້າ 03 ຖັງ ປະສົມກັບປຸ໋ຍ ປະມານ 01 ກິໂລ ເຊິ່ງຜ່ານມາຕົນກໍໄດ້ປະສົມໃຫ້ງົວກິນເປັນປະຈໍາ ແຕ່ກໍ່ບໍ່ປາກົດເປັນຫຍັງ ສູດໃນການປະສົມນີ້ ແມ່ນໄດ້ບົດຮຽນມາຈາກຊ່ອງຢູທູບ
ຍ້ອນສາເຫດນັ້ນ ຈຶ່ງເກີດເຫດການບໍ່ຄາດຄິດຂຶ້ນ ມີງົວຂອງຕົນລົ້ມຕາຍແບບກະທັນຫັນ ຈໍານວນ 06 ໂຕ ເຊິ່ງສາເຫດອາດເກີດຈາກການເອົາປຸ໋ຍປະສົມນໍ້າໃຫ້ງົວກິນ ບວກກັບສະພາບອາກາດຮ້ອນອົບເອົ້າແດ່ ຈຶ່ງເຮັດໃຫ້ງົວລົ້ມຕາຍ…ອ່ານຕໍ່
ພະແນກສາທາລະນະສຸກແຂວງສະຫວັນນະເຂດ ສົ່ງຜູ້ຕິດເຊື້ອໂຄວິດ-19 ຈຳນວນ 5ກໍລະນີທີ່ປິ່ນປົວຫາຍດີ ກັບບ້ານ ເປັນຊຸດທີ 3

ທີ່ໂຮງໝໍສະໜາມ ບ່ອນປິ່ນປົວ ກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ 19 ໄດ້ຮັບການປິ່ນປົວຈົນຫາຍດີເປັນປົກກະຕິແລ້ວມີ: ທ້າວ ດາລາເພັດ ບ້ານ ວຽງສະຫວັນ, ນາງ ບຸນທະວີ ບ້ານ ໂພນສະຫວ່າງໃຕ້, ນາງ ທິບພະຈັນ ບ້ານ ນາເລົ່າ, ນາງ ພອນວິໄລ ບ້ານ ສຸນັນທາ, ນາງ ຈັນດາເພັດ ບ້ານ ສະພານໃຕ້ ທັງໝົດ 5 ຄົນ ແມ່ນຢູ່ນະຄອນໄກສອນ ພົມວິຫານ
ເຊິ່ງມາຮອດປະຈຸບັນ ທົ່ວແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອສະສົມ 65 ຄົນ ,ໃນນີ້ປິ່ນປົວດີແລ້ວ 12 ຄົນ ຍິງ 6 ຄົນ,ຍັງຄ້າງຢູ່ສູນປິ່ນປົວ 53 ຄົນ. ທ່ານ ດຣ ຕຽງຄຳ ປ້ອງວົງສາ ໄດ້ແນະນຳໃຫ້ອຳນາດການປົກຄອງຈົ່ງໄດ້ແນະນຳໃຫ້ປະຊາຊົນບໍ່ໃຫ້ມີຄວາມແຕກຕື່ນ ແລະ ປ້ອງກັນຕົນເອງຕາມມາດຕະການຕ່າງໆຢ່າງເປັນປົກະຕິ,ສ່ວນຜູ້ທີ່ອອກຈາກໂຮງໝໍກໍ່ຕ້ອງສືບຕໍ່ກັກໂຕ ແລະ ຕິດຕາມອາການຂອງຕົນເອງຕື່ມອີກ 14 ວັນ…ອ່ານຕໍ່
ເມືອງລະຄອນເພັງ ແຂວງສາລະວັນ ສາມາດຕອບສະໜອງບໍລິໂພກຊີ້ນໝູໃຫ້ຕະຫຼາດໄດ້ຕະຫຼອດປີ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງລະຄອນເພັງ ໃຫ້ໃຫ້ຮູ້ວ່າ ຖ້າໃນກໍນີມີການລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງຮຸນແຮງ, ສະເພາະການຜະລິດ-ຈຳໜ່າຍ ໝູພັນຊີ້ນສະໜອງຕະຫຼາດ, ສຳລັບຢູ່ເມືອງລະຄອນເພັງ ແຂວງສາລະວັນ ສາມາດຕອບສະໜອງບໍລິໂພກຊີ້ນໝູໃຫ້ຕະຫຼາດໄດ້ຕະຫຼອດປີ
ປັດຈຸບັນເມືອງລະຄອນເພັງ ມີໝູ 1,300 ໂຕ, ເທົ່າກັບມີຊີ້ນໝູແຮໄວ້ ສະໝອງຕະຫຼາດໄດ້ເຖິງ 3,900 ກ່ວາໂຕນ, ສະເລ່ຍໃນທົ່ວເມືອງແມ່ນມີຄວາມຕ້ອງການຊີ້ນໝູ່ໄປຈຳໜ່າຍ ມີຈຳນວນ 1500 ກິໂລ/ອາທິດ, ນອກນັ້ນຍັງຂາຍສົ່ງອອກຕ່າງແຂວງ ແລະຕ່າງເມືອງອີກຈຳນວນໜຶ່ງ…ອ່ານຕໍ່
ເຊກອງ ຮຽກຮ້ອງປະຊາຊົນປະຕິບັດຄໍາສັ່ງຂອງນາຍົກ ຢ່າງເຂັ້ມງວດ

ທ່ານ ດຣ. ນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸດແຂວງ, ຫົວໜ້າກອງເລຂາຄະນະສະເພາກິດຂັ້ນແຂວງ ຮຽກຮ້ອງມາຍັງປະຊາຊົນທຸກຄົນເອົາໃຈໃສ່ປະຕິບັດຄໍາສັ່ງ 15/ນຍ, ລົງວັນທີ 21 ເມສາ 2021 ແລະມາດຕະການຕ່າງໆຢ່າງເຂັ້ມງວດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19
ສາເຫດກໍ່ຍ້ອນວ່າ ແຂວງເຊກອງ ກໍຍັງມີແນວໂນມ ຫຼື ມີຄວາມສ່ຽງສູງເພາະເປັນແຂວງທີ່ມີຊາຍແດນຕິດຈອດໃກ້ຄຽງກັບແຂວງທີ່ມີການຕິດເຊື້ອ ແລະແຜ່ລະບາດເປັນວົງກວ້າງ, ການຂົນສົ່ງສິນຄ້າ ແລະການໄປມາຫາສູ່ກັນໃນຂອບເຂດຊາຍແດນລະຫວ່າງປະເທດ, ລະຫວ່າງແຂວງ, ເພື່ອເປັນການຕ້ານ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19…ອ່ານຕໍ່