ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 19 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ອະດີດການນຳຂັ້ນສູງ ຂອງສະພາແຫ່ງຊາດ ລົງເຄື່ອນໄຫວຕ້ານການແຜ່ລະບາດຂອງພະຍາດໂຄວິດ-19​ ຢູ່ແຂວງຈຳປາສັກ

ທ່ານ ສາດສະດາຈານ ດຮ ພອນເທບ ພົນເສນາ ອະດິດການນຳຂັ້ນສູງຂອງສະພາແຫ່ງຊາດ. ພ້ອມ​ດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານ ພ້ອມເນັ້ນໝັກການການເພີ່ມທະວີການຄວບຄຸມຕ້ານກັບພະຍາດໂຄວິດ-19​ ໂດຍໃຫ້ສະເພາະກິດຕ້ານການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມເປັນວົງກ້ວາງ ​ແລະມີຈຸດກວດກາສະເພາະກິດກວດກາຂອງເມືອງມີ 6 ຈຸດໃຫ່ຍຂອງເມືອງ ເຊີ່ງມີຢູ່ໃນ5ກຸ່ມບ້ານ ກວດກາຕະຫຼອດ 24ຊົ່ວໂມງ ແລະ ໃຫ້ແຕ່ລະບ້ານເພີ່ມມາດຕະການກວດກາຄົນເຂົ້າອອກພາຍໃນບ້ານຂອງຕົນ

​ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກອຳນາດການປົກຄອງທຸກຂັ້ນຕ້ອງເພີ່ມທະວີຄວາມເອົາໃຈໃສເປັນເຈົ້າການໃນການຄວບຄຸມຊ່ວຍເຫຼືອຢ່າງເຂັ້ມງວດແລະຫັດກຸມທີ່ສຸດ ແລະຍັງໄດ້ລົງສ້າງຄວາມເຂັມແຂງໃຫ້ອຳນາດການປົກຄອງກຸ່ມບ້ານ ມີ 5 ກຸ່ມບ້ານ…ອ່ານຕໍ່

ຄະນະສະເພາະຂັ້ນເມືອງ ລົງມອບເຄື່ອງອຸປະໂພກແລະບໍລິໂພກໃຫ້ເຈົ້າໜ້າທີ່ຕາມຈຸດກວດ ເມືອງປະທຸມພອນ

ຄະນະສະເພາະກິດປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຂັ້ນເມືອງ ລົງມອບເຄື່ອງອຸປະໂພກ, ບໍລິໂພກ ໃຫ້ຈຸດດ່ານກວດກາຄົນເຂົ້າ-ອອກ ຂອງເມືອງປະທຸມພອນເຊິ່ງປະກອບ: ຈຸດກວດກາວັດແທກອຸນຫະພູມ ຫຼັກ 16 ແລະ ຈຸດບ້ານບຸ່ນ, ສູນກັກກັນ ຫຼັກ 36, ຈຸດກັນກອງ ໂຮງຮຽນ ມສ ປະທຸມພອນ

ເຄື່ອງທີ່ນຳມາມອບມີ ຜ້າປິດປາກ-ດັງ, ນໍ້າດື່ມ, ໝີ່ໄວໆ, ເຈວລ້າງມື, ພ້ອມກັນນັ້ນ ຄະນະສະເພາະກິດຂັ້ນເມືອງ ຍັງໄດ້ເອົາໃສ່ໃຈເຂັ້ມງວດຕື່ມໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນ 3 ຍຸດທະສາດ 2 ລະວັງຂອງວຽກງານສາທາລະນະສຸກ…ອ່ານຕໍ່

ຜູ້ອຳນວຍການບໍລິສັດຮອນດ້າ ປາກເຊ ຊຸກຍູ້ວຽກງານບັນດາຄະນະສະເພາະກິດທີ່ຢູ່ຕາມຈຸດກວດຂອງເມືອງ

ທ່ານ ວິລະສັກ ດວງຈະເລີນ ຜູ້ອຳນວຍການບໍລິສັດຮອນດ້າ ປາກເຊ ໄດ້ມອບຜ້າອັດປາກອັດດັງຈຳນວນ 2 ແກັດໃຫ່ຍ ແລະ ແກັດໝີ່ໄວໄວ 1 ແກັດໃຫ່ຍ ລວມມູນຄ່າທັງໝົດ 1ລ້ານ7ແສນກວ່າກີບ ​ໃຫ້ການນຳຂອງເມືອງຈຳປາສັກ ເພື່ອນຳໄປມອບໃຫ້ບັນດາສະເພາະກິດຂອງເມືອງທີ່ປະຕິບັດໜ້າຢູ່ແຕ່ລະຈຸດກວດກາຕ່າງໆຂອງເມືອງ

ກໍ່ເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19​ ບໍ່ໃຫ້ແຜ່ລາມເປັນວົງກ້ວາງ ແລະທ່ານ ສະຫວາດ​ ແກ້ວບັນດິດ​ເລຂາ​ພັກ​ເມືອງ​ເຈົ້າເມືອ​ງໆ​ກໍ່ກ່າວຄຳຂອບໃຈ ແລະ ອວຍພອນ ແລະ ຕ່າງໜ້າຄະນະນຳຂອງເມືອງກໍ່ຄືຊາວເມືອງຈຳປາສັກທຸກຄົນ…ອ່ານຕໍ່

ພິທີ ມອບ-ຮັບໜ້າທີ່ ລະຫວ່າງປະທານສະພາປະຊາຊົນ ແຂວງໄຊສົມບູນ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບຸນສຸກ ຈອມວິສານ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຜູ້ເກົ່າ ແລະ ທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ ຜູ້ໃໝ່ ພ້ອມທັງປະກາດສັບຊ້ອນໜ້າທີ່ພະນັກງານນໍາພາ-ຄຸ້ມຄອງ ບັນດາພະແນກການ ຂອງແຂວງ ແລະ ເມືອງ

ພ້ອມນ້້ນເຈົ້າແຂວງໄຊສົມບູນ ໄດ້ມີຄຳເຫັນໂອລົມຕໍ່ພິທີ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ປະທານສະພາປະຊາຊົນ ແຂວງ, ຮອງປະທານສະພາປະຊາຊົນ ແຂວງ ຜູ້ເກົ່າ ທີ່ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໃນໄລຍະຜ່ານມາ. ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ປະທານ-ຮອງ ປະທານສະພາປະຊາຊົນ ແຂວງ ຜູ້ໃໝ່ ແລະ ພະນັກງານທີ່ຖືກແຕ່ງຕັ້ງ ແລະ ຍົກຍ້າຍ ໃນຄັ້ງນີ້…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...