Friday, March 21, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທິ 19 ມິຖຸນາ 2021 | ໜັງສືພິມສຽງຈັນທາຍໄດ້ໃຫ້ຮູ້ວ່າ:

ແຂວງຄຳມ່ວນ ມີ 179 ໂຮງຮຽນໄດ້ຮັບການຊ່ວຍເຫຼືອງົບປະມານເຂົ້າໃນໂຄງການອາຫານທ່ຽງໃນໂຮງຮຽນ

ໂຄງນີ້ການເພື່ອປັບປຸງການຮຽນຮູ້ໜັງສືຂອງເດັກກ່ອນໄວຮຽນ ໂດຍຜ່ານກິດຈະກຳການສ້າງມູມອ່ານ, ການແຈກຢາຍອຸປະກອນ ແລະ ເຄື່ອງມືການຮຽນຮູ້, ການສ້າງກິດຈະກຳ ສົ່ງເສີມການຮຽນຮູ້ໜັງສື, ການຝຶກອົບຮົມຄູ, ຝຶກອົບຮົມຜູ້ບໍລິຫານໂຮງຮຽນ, ສ້າງຄວາມຕັ້ງໃຈຮຽນ ແລະ ການເຂົ້າຫ້ອງຮຽນໂດຍຜ່ານກິດຈະກຳສະໜອງອາຫານທ່ຽງ, ການສ້າງສວນຄົວໂຮງຮຽນ, ສາງເກັບມ້ຽນອາຫານ, ເຮືອນຄົວ, ເຮືອນຮັບປະທານອາຫານ, ການລະດົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ການປັບປຸງນ້ຳສະອາດ, ສຸຂະອະນາໄມ ແລະ ສຸຂະພາບ

ແຂວງຄຳມ່ວນມີ 4 ເມືອງທີ່ນອນຢູ່ໃນເປົ້າໝາຍຂອງໂຄງການອາ​ຫານ​ທ່ຽງ​ໃນ​ໂຮງ​ຮຽນ ຊຶ່ງ​ປະ​ກອບ​ມີເມືອງມະຫາໄຊ, ຍົມມະລາດ, ບົວລະພາ ແລະ ​ເມືອງໄຊບົວທອງ ກວມເອົາຈຳນວນນັກຮຽນຊັ້ນອະນຸບານ ແລະ ປະຖົມປະມານ 12.444 ຄົນ, ໃນ 179 ໂຮງຮຽນທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອງົບປະມານທັງໝົດ 5,2 ລ້ານໂດລາ ຈາກ ກະຊວງກະສິກຳ ສະຫະລັດອາເມຣິກາ ແລະ ຈັດຕັ້ງປະຕິບັດໂດຍອົງການ CRS (Catholic Relief Services)…ອ່ານຕໍ່

ອົງ​ການ​ພັດ​ທະ​ນາລຸກ​ຊຳ​ບວກ ມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້ໂຮງໝໍແຂວງບໍ່ແກ້ວ

ອົງການພັດທະນາປະເທດລຸກຊຳບວກ ປະຈຳລາວໄດ້ມອບເຄື່ອງອຸປະກອນການແພດ ຈຳນວນ 23 ລາຍການໃຫ້​ໂຮງ​ໝໍ​ແຂວງ​ບໍ່​ແກ້ວ ກ່າວມອບ​ໂດຍ ທ່ານ ແຟຣງ ຊິກມູນ ຫົວໜ້າທີ່ປຶກສາສາກົນປະຈຳແຜນງານ ລາວ/030

ຊຶ່ງ​ປະ​ກອບ​ມີອົກຊີ 20 ເຄື່ອງ, ລໍ້ຍູ້ຊະນິດນັ່ງ 2 ອັນ, ລໍ້ຍູ້ຊະນິດນ້ອຍ 2 ອັນ, ຕຽງນອນຄົນເຈັບ 5 ໜ່ວຍ, ຖົງມືປ້ອງ​ກັນ​ເຊື້ອ 500 ອັນ, ຖົງມືທຳມະດາ 1.000 ອັນ, ຜ້າຢາງປູຕຽງ 2 ຜືນ, ແອຮກໍຮໍ 75% ຈຳນວນ100 ກ່ອງ, ​ຊົບໝອນຢ່າງ 20 ໜ່ວຍ, ເຄື່ອງພົ່ນຂ້າເຊື້ອ 2 ເຄື່ອງ, ​ຊົບໝອນຄົນເຈັບ 50 ອັນ, ໝວກເຈ້ຍ1.000 ອັນ…ອ່ານຕໍ່

ລາວຈະສ້າງຫ້ອງທົດລອງ ທີ່ທຽບເທົ່າກັບຫ້ອງວິໄຈຂອງສາກົນ

ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ໄດ້​ຮ່ວມ​ມື​ກັບບໍລິສັດ ກູນຕີວາ ຈໍາກັດ ໃນ​ການ​ກໍ່ສ້າງອາຄານຫ້ອງທົດລອງຄົ້ນ​ຄວ້າ ວິ​ໄຈ​ຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາ ແລະ ພືດ​ເສດ​ຖະ​ກິດຂອງລາວທີ່​ມີ​ຄຸນ​ນະ​ພາບທຽບເທົ່າກັບຫ້ອງວິໄຈຂອງບັນດາປະເທດເພື່ອນບ້ານ ແລະ ສາກົນ

ຫ້ອງທົດລອງດັ່ງ​ກ່າວ​ນີ້ຈະຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພດ້ານພືດເປັນຢາ ແລະ ພືດເສດຖະກິດ ຕາມມາດຕະຖານຂອງພາກພື້ນ ແລະ ສາກົນ ແລະ ສາມາດກໍານົດເປັນ ມາດຕະຖານຂອງລາວ…ອ່ານຕໍ່

ອົດສະຕຣາລີ ມອບອຸປະກອນການແພດຕ້ານໂຄວິດ-19 ໃຫ້ແກ່ລາວ

ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ໂດຍຜ່ານມູນນິທິ ເຟຣດໂຮໂລ (Fred Hollows) ປະຈຳລາວ ​ໄດ້ມອບ​ອຸ​ປະ​ກອນ​ການ​ແພດ​ເພື່ອປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ

ເຄື່ອງໄດ້ຮັບຄັ້ງນີ້ປະ​ກອບ​ມີ ເສື່ອນອນຄົນເຈັບ, ຕຽງພັບ, ຕຽງນອນຄົນເຈັບແບບມາດຕະຖານ, ຜ້າອັດປາກ-ດັງ, ເຈວລ້າງມື, ຊຸດແພດໝໍປ້ອງກັນເຊຶ້ອ PPE, ເຄື່ອງກວດວັດແທກອຸນຫະພູມຮ່າງກາຍ ແລະ ເຫຼົ້້າຂ້າເຊື້ອ…ອ່ານຕໍ່

ໂຄງການພັດທະນາແຫຼ່ງທ່ອງທ່ຽວ ຕາດຟ້າ ເຂດບ້ານນໍ້າສະນາມ ສຳເລັດແລ້ວ 30%

ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ພ້ອມຄະນະ ໄດ້ລົງຊຸກຍູ້, ຕິດຕາມໂຄງການພັດທະນາແຫຼ່ງທ່ອງທ່ຽວ ຕາດຟ້າ ເຂດບ້ານນໍ້າສະນາມ ເມືອງຄູນຄຳເມື່ອບໍ່ດົນມານີ້ ໂດຍແມ່ນບໍລິສັດ ຕາດຟ້າເອໂກທົວຣິສ໌ເຊິມ ໄດ້ສໍາປະທານເນື້ອທີ່ທັງໝົດ 12,61 ເຮັກຕາ ເພື່ອພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກທໍາມະຊາດ

ໂຄງການພັດທະນາແຫຼ່ງທ່ອງທ່ຽວ ຕາດຟ້າ ໄດ້ແບ່ງເປັນເຂດພັດທະນາການທ່ອງທ່ຽວ ຄື: ເຂດບໍລິການ ຈໍານວນ 2 ເຮັກຕາ ແລະ ເຂດພັດທະນາການທ່ອງທ່ຽວແບບອະນຸລັກທໍາມະຊາດ ຈໍານວນ 10,61 ເຮັກຕາ ຊຶ່ງໂຄງການ ແມ່ນເນັ້ນໃສ່ປຸກສ້າງສະຖານທີ່ພັກແຮມແບບກົມກືນກັບທໍາມະຊາດ, ກໍ່ສ້າງສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ-ການບໍລິການ ຊຶ່ງໃນນັ້ນ ແມ່ນຈະມີກິດຈະກຳຕ່າງໆ…ອ່ານຕໍ່

ໄຊຍະບູລີໄດ້ຮັບຄວາມເສຍຫາຍຫຼາຍກວ່າໝູ່ໃນການເກີດນໍ້າຖ້ວມຄັ້ງນີ້

ພຽງຕົ້ນລະດູຝົນເທົ່ານັ້ນ​ 4 ແຂວງຂອງລາວໄດ້ຮັບຜົນກະທົບແລ້ວຈາກໄພນໍ້າຖ້ວມທີ່ເກີດຈາກຝົນທີ່ຕົກໜັກຕິດຕໍ່ກັນຫຼາຍວັນ ໂດຍນໍ້າໄດ້ຍຶ່ງຂຶ້ນ​ຖ້ວມ​ກະ​ທັນ​ຫັນ ຊຶ່ງປະກອບມີເມືອງວັງ​ວຽງ ແລະ ເມືອງ​ໂພນ​ໂຮງ ແຂວງວຽງ​ຈັນ, ຢູ່ເມືອງ​ຜາ​ໄຊ ແລະ ເມືອງ​ຄູນ ແຂວງ​ຊຽງ​ຂວາງ, ຢູ່ເມືອງ​ 7 ເມືອງ ຂອງແຂວງ​ໄຊ​ຍະ​ບູ​ລີ, ເມືອງ​ຜາ​ອຸ​ດົມ ແຂວງ​ບໍ່​ແກ້ວ ແລະ ເມືອງອື່ນໆອີກ

ຊຶ່ງເຫດນໍ້າຖ້ວມໃນຄັ້ງນີ້ແຂວງໄຊຍະບູລີໄດ້ຮັບຜົນກະທົບໝັກກວ່າແຂວງອື່ນໆຊຶ່ງມີມູນຄ່າເສຍຫາຍສູງເຖິງ 94 ຕື້ກີບ ໂດຍນໍ້າໄດ້ຖ້ວມເຮືອນປະຊາຊົນ, ຖ້ວມເນື້ອທີ່ການຜະລິດ, ເສັ້ນທາງຈໍານວນໜຶ່ງຂາດ, ເສົາໄຟຟ້າຫັກ…ອ່ານຕໍ່

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່