Wednesday, March 19, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 21 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຊກອງ ຕັ້ງເປົ້າສູ້ຊົນແກ້ໄຂຄວາມທຸກຍາກໃຫ້ໄດ້ຫຼາຍກວ່າທີ່ຜ່ານມາ

ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າຂອງແຂວງເຊກອງ ແມ່ນເລັ່ງພັດທະນາເສດຖະກິດມະຫາພາກໃຫ້ມີຄວາມເຂັ້ມແຂງ ສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວ ລວມຍດອຂອງຜະລິດຕະພັນພາຍໃນ (GDP) ເພີ່ມຂື້ນ 7% ຕໍ່ປີ

ເຊິ່ງໃນປີ 2025 ຕໍ່ໜ້າເຮັດໃຫ້ມູນຄ່າລວມຍອດຜະລິດຕະພັນພາຍໃນ GDP ບັນລຸ 2.821 ຕື້ກີບ ມີລາຍໄດ້ສະເລ່ຍໃສ່ຫົວຄົນບັນລຸ 20,70 ລ້ານກີບ ໃນນັ້ນຂະແໜງກະສີກໍາປ່າໄມ້ ເພີ່ມຂື້ນ 7% ກວມເອົາ 41,7% ສ່ວນອັດຕາການແກ້ໄຂຄວາມທຸກຍາກຂອງປະຊາຊົນສູ້ຊົນເຮັດໃຫ້ອັດຕາຄອບຄົວທຸກຍາກຈາກ 11.889 ຄອບຄົວ…ອ່ານຕໍ່

ບໍລິສັດເອກະຊົນແຂວງຄຳມ່ວນ ມອບລົດຈຳນວນ 2 ຄັນ ຮັບໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19

​ທ່ານ ພອນປະເສີດ ທຳມະວົງສາ ປະທານບໍລິສັດ ໄດ້ນຳເອົາລົດ Ambulance ແລະ ລົດກວດພະຍາດ ໂຄວິດ-19 ຈຳນວນ 02 ຄັນ ລວມມູນຄ່າ 950 ລ້ານກີບ ມອບໃຫ້ແກ່ແຂວງຄຳມ່ວນ

ລົດຈຳນວນດັ່ງກ່າວແມ່ນມີຄວາມທັນສະໄໝ, ມີການຕິດຕັ້ງອຸປະກອນ ການແພດຄົບຊຸດ ແລະ ມີປະສິດທິພາບສູງໃນການເກັບຕົວຢ່າງພະຍາດ ມີຄວາມເໝາະສົມໃນການຮັບໃຊ້ໜ້າທີ່ ວຽກງານຂອງແພດ-ໝໍ ໃນເວລາທີ່ລົງກວດຫາເຊື້ອໂຄວິດ-19 ຢູ່ພາກສະໜາມ…ອ່ານຕໍ່

ພາກລັດ ແລະ ເອກະຊົນ ລົງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງ ໄຊຍະບູລີ

ຫຼາຍພາກສ່ວນຍັງສືບຕໍ່ມອບເຄື່ອງ ແລະ ເງິນສົດ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມຢູ່ແຂວງໄຊຍະບູລີ ເປັນຕົ້ນແມ່ນ: ນໍ້າດື່ມ, ເຂົ້າສານ, ອາຫານແຫ້ງ, ເຄື່ອງເຮືອນຄົວ, ເຄື່ອງນຸ່ງ-ຮົມ ແລະ ເງິນ ສົດ

ເຊິ່ງໃນນັ້ນມີ ບໍລິສັດ ບີເອັມ ກໍ່ສ້າງຂົວ-ທາງ , ເຄຫາສະຖານ ແລະ ຊົນລະປະທານຈໍາກັດ, ກຸ່ມບໍລິສັດ ອ່າງທອງ ຈໍາກັດ ແຂວງ ຫຼວງພະບາງ, ໂຮງແຮມເຈືອງ 2 ນະຄອນຫຼວງ ວຽງຈັນ, ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຫຼວງພະບາງ, ບໍລິສັດ ທັນສະຫວັດ ຈາກແຂວງ ຫຼວງ ພະບາງ, ອົງການປົກຄອງ ເມືອງ ປາກລາຍ, ບໍລິສັດ ໂຊກແສງຄໍາ ແລະອີກຫຼາຍໆບໍລິສັດເຂົ້າຮ່ວມການຊ່ວຍເຫຼືອໃນຄັ້ງນີ້…ອ່ານຕໍ່

ແຂວງບໍລິຄຳໄຊ ສຶບຕໍ່ສັກວັກຊີນປ້ອງກັນພະຍາດໂຄວິດ-19

ຢູ່ເດີ່ນເປຕັ່ງຂອງແຂວງ ທີ່ ບ້ານຫົງໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍມີພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມພຽງກັນເຂົ່າຮ່ວມຮັບວັກຊີນກັນພະຍາດໂຄວິດ-19 ຢ່າງຫຼວງຫຼາຍ ມາຮອດປັດຈຸບັນ ໃນທົ່ວແຂວງ ໄດ້ສັກວັກຊີນກັນພະຍາດໂຄວິດ-19 ທັງໝົດ 43.401 ໂດສ໌

ໃນນັ້ນສັກເຂັມທີ 1 ແມ່ນ 25.922 ໂດສ໌ ເທົ່າກັບ 16,18% ແລະ ສັກຄົບ 2 ເຂັມ 17.479 ໂດສ໌ ເຊິ່ງເທົ່າກັບ 10,91% ຂອງປະຊາກອນກຸ່ມເປົ້າໝາຍໃນທົ່ວແຂວງ…ອ່ານຕໍ່

ການແກ້ໄຂໄກ່ເກ່ຍຜົນກະທົບທີ່ດີນທີ່ຈະກໍ່ສ້າງ ສວນວັດທະນໍ້າທາບັນດາເຜົ່າບ້ານແປ່ເກົ່າເມືອງຫຼວງນ້ຳທາ

ຈາກໂຄງການພັດທະນາສວນວັດທະນະທຳແຂວງ ຜ່ານການຈັດຕັງປະຕິບັດຕົວຈີງຂອງວຽກງານໄກ່ເກ່ຍມີທັງໝົດ 137 ຄອບຄົວ, ມີຕອນດີນທັງໝົດ 245 ຕອນ, ມີເນື້ອທີ່ 31,70 ເຮັກຕາ

ມາຮອດປັດຈຸບັນນີ້ທັງ 3 ບ້ານ ຄື: ບ້ານດອນສໍາພັນ,ຫົວຂົວ ແລະ ບ້ານທົ່ງອົ້ມ ພ້ອມທັງບ້ານອື່ນໆທີ່ມີຈໍານວນ 5 ຄອບຄົວແມ່ນໄດ້ຮັບເງີນຄ່າຊົດເຊີຍໝົດແລ້ວ, ຍັງເຫຼືອ 16 ຄອບຄົວທີ່ບໍ່ທັນໄດ້ຮັບຄ່າຊົດເຊີຍ ແລະຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າຕື່ມອີກ…ອ່ານຕໍ່

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.