Friday, April 25, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 22 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

4 ປະເທດ ເປີດກອງປະຊຸມທາງໄກກ່ຽວກັບການແກ້ບັນຫາຕ່າງໆຮ່ວມກັນ

ຄະນະຜູ້ແທນກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ຫຼວງນ້ຳທາ ແລະ ຄະນະຜູ້ແທນຈາກ 4 ຝ່າຍລາວ, ຈີນ, ໄທ ແລະ ມຽນມາ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ແລກປ່ຽນສະພາບກ່ຽວກັບການລາດຕະເວນທາງນ້ຳ ຂອງ 4 ປະເທດ

ເພື່ອການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ, ການກໍ່ອາດສະຍາກຳຂ້າມຊາດ ແລະ ການແຜ່ລະບາດຂອງ ພະຍາດ ໂຄວິດ-19 ທີ່ເປັນບັນຫາຂອງຫຼາຍໆປະເທດໃຫ້ຄວາມສຳຄັນ…ອ່ານຕໍ່

ຫັກແລ້ວຂົວບ້ານໂພນທ່ຽງ ເມືອງກາສີ ແຂວງວຽງຈັນ

ຂົວບ້ານໂພນທ່ຽງ ບ້ານເມືອງເຄິ່ງ ເມືອງກາສີ ແຂວງວຽງຈັນ ໄດ້ຫັກ ຍ້ອນລົດດ້າມ ລຸ່ນ HOWO ບັນທຸກນ້ຳໜັກເກີນ,  ເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກ

ແຈ້ງໃຫ້ບັນດາພໍ່ແມ່ປະຊາຊົນ ທ່ານໃດຈະສັນຈອນໄປທາງເມືອງແມດ ຫຼື ໄປທາງເມືອງກາສີ ຜ່ານເສັ້ນທາງດັ່ງກ່າວ ຈົ່ງມີຄວາມລະມັດລະວັງໃນການເດີນທາງ ຄອຍໄປຄອຍມາແນ່ເດີ້…ອ່ານຕໍ່

ຮອງເຈົ້າເມືອງທ່າແຕງ ມອບເບ້ຍໄມ້ 1 ພັນກວ່າເບ້ຍໃຫ້ 6 ເຂດຈຸດສຸມພັດທະນາເມືອງທ່າແຕງ

ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງທ່າແຕງໄດ້ນຳເອົາເບ້ຍໄມ້ກິນໝາກ, ມອບໃຫ້ 6 ເຂດຈຸດສຸມພັດທະນາ,ໂດຍແມ່ນຫົວໜ້າ ແລະ ຮອງເຂດຈຸດສຸມພັດທະນາເປັນຜູ້ຮັບ ທັງນີ້ ເພື່ອປະຕິບັດຕາມຄາດໝາຍສູ້ຊົນຂອງລັດຖະບານໃນການເຮັດໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ໃນ ສປປ ລາວ

ເບ້ຍໄມ້ທີ່ນຳມາມອບໃຫ້ຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກບໍລິສັດຄູນມີໄຊ ຈຳນວນ 1.284 ເບ້ຍ ໂດຍປະກອບມີເບ້ຍໝາກມີ້ – ໝາກລຳໄຍລວມ ມູນຄ່າ 31 ລ້ານກວ່າກີບ ເຊິ່ງພາຍຫຼັງໄດ້ມອບແລ້ວແມ່ນໃຫ້ແຕ່ລະ ເຂດພັດທະນາເປັນຜູ້ແຈກຢາຍໃຫ້ຄອບຄົວທຸກຍາກໃນຈຳນວນ 42 ບ້ານ 642 ຄອບຄົວທົ່ວເມືອງ…ອ່ານຕໍ່

ເຈົ້າເມືອງທ່າພະບາດ ລົງຊຸກຍູ້ກຸ່ມຜະລິດກະສິກໍາເປັນສິນຄ້າ

ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດໂຄງການຜະລິດກະສິກໍາເປັນສິນຄ້າ ຢູ່ບ້ານທວາຍໃຫຍ່ ເມືອງທ່າພະບາດ ແຂວງບໍລິຄຳໄຊ ທີ່ໄດ້ຮັບທຶນຈາກໂຄງການຜະລິດກະສິກໍາເປັນສິນຄ້າ

ມາຮອດປະຈຸບັນ ບ້ານ ທວາຍໃຫຍ່ ໄດ້ມີຂະບວນການຈັດຕັ້ງກຸ່ມຜະລິດເຂົ້າເປັນສິນຄ້າ 1 ກຸ່ມ ມີ 50 ຄອບຄົວເຂົ້າຮ່ວມ ເນື້ອທີ່ທໍາການຜະລິດ 54.51 ເຮັກຕ່າ ແລະ ກຸ່ມຜະລິດແນວພັນເຂົ້າ 2 ກຸ່ມ ແລະ ທ່ານເຈົ້າເມືອງ ໄດ້ລົງໂອ້ລົມຢ້ຽມຢາມຄອບຄົວ ທ່ານ ພົມມາ ທີ່ນໍາໃຊ້ເທັກນິກວິທະຍາສາດເຂົ້າໃນຜະລິດກະສິກໍາແບບປະສົມປະສານ ໂດຍມີການຂະຫຍາຍພັນໄມ້ໃຫ້ໝາກ, ໄມ້ປະດັບ, ເພາະພັນປາ, ເພາະພັນກົບ…ອ່ານຕໍ່

ການກໍ່ສ້າງຂົວຂ້າມຫ້ວຍບ້ານເສັດນ້ຳອ້ອມໃກ້ຈະສຳເລັດ 100% ແລ້ວ

ຂົວຂ້າມຫ້ວຍບ້ານເສັດນ້ຳອ້ອມ ມີຄວາມຍາວ 18 ແມັດ, ກວ້າງ 4 ແມັດ, ສາມາດຮັບນ້ຳໜັກໄດ້ 6 ໂຕນ, ແຕ່ມາໃນວັນທີ 25 ພຶດສະພາ 2021 ຜ່ານມາໄດ້ມີລົດບັນທຸກແມ່ລູກ 24 ລໍ້ຂອງບໍລິສັດແຫ່ງໜຶ່ງແກ່ວັດສະດຸກໍ່ສ້າງບັນທຸກມາເຕັມຄັນ ຄາດວ່າມີນ້ຳໜັກ 60 ໂຕນ ເພື່ອນຳໄປສົ່ງໃຫ້ກັບບໍລິສັດຮັບເໝົາເຮັດທາງລຽບຕາມຊາຍແດນເຂົ້າຢຽບຂົວ ເປັນເຫດເຮັດໃຫ້ຂົວດັ່ງກ່າວໄດ້ຫັກລົງ

ຂົວຂ້າມຫ້ວຍບ້ານ ເສັດນ້ຳອ້ອມ ເມືອງໂຂງ ແຂວງຈຳປາສັກ ມາເຖິງປັດຈຸບັນ ການກໍ່ສ້າງຂົວເຫຼັກຮາວດຽວຂ້າມຫ້ວຍບ້ານເສັດນ້ຳອ້ອມປະຕິບັດໄດ້ເກືອບ100% ພາຍຫຼັງທີ່ລົງມື່ກໍ່ສ້າງມາເປັນເວລາ 1 ເດືອນ…ອ່ານຕໍ່

ປກສ ນະຄອນ ໄກສອນ ພົມວິຫານ ມອບລົດຈັກທີ່ເກັບກູ້ໄດ້ຈາກຄະດີລັກຊັບ ມອບຄືນເຈົ້າຂອງ

ໄລຍະຜ່ານມາໄດ້ມີເຫດການຄົນຮ້າຍໄດ້ເຄື່ອນໄຫວກໍ່ເຫດປຸ້ນຊັບ,ຊີງຊັບແລະລັກຊັບພົນລະເມືອງ(ລັກລົດຈັກ)ຢູ່ພາຍໃນນະຄອນ ໄກສອນ ພົມວິຫານ ເຮັດໃຫ້ເກີດຜົນເສຍຫາຍຕໍ່ຊັບສິນຂອງປະຊາຊົນ

ປກສ ນະຄອນ ໄກສອນ ພົມວິຫານ ໄດ້ປະສານສົມທົບກັບທຸກພາກສວນນຳລົດຈັກທີ່ຜູ້ກໍ່ເຫດໄດ້ນຳໄປຂາຍມີຈຳນວນ 19 ຄັນ,ໄດ້ເຄື່ອງຂອງກາງລົດ ເກັບກູ້ຄືນມາໄດ້ຈຳນວນ 8 ຄັນ ແລະ ທາງເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກວດກາ ແລະ ໄດ້ມອບລົດຈັກຄືນ…ອ່ານຕໍ່

More from author

Related posts

Latest posts

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

3 ເດືອນຕົ້ນປີ 2025 ຫຼວງພະບາງ ມີນັກທ່ອງທ່ຽວເຂົ້າມາ 1 ລ້ານກວ່າຄົນ ເກັບລາຍຮັບໄດ້ 584 ລ້ານກວ່າໂດລາ.

ອີງຕາມຂໍ້ມູນຈາກ ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນ 3 ເດືອນຕົ້ນປີ 2025 ທີ່ຜ່ານມາ, ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 1,167,581 ເທື່ອຄົນ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 722 ,679 ເທື່ອຄົນ, ເທົ່າກັບ 162%;