Monday, April 21, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 2 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຄະນະສະເພາະກິດຂັ້ນເມືອງທຸລະຄົມ ຕັ້ງຈຸດກວດຄັດຄົນເຂົ້າອອກຢ່າງເຂັ້ມງວດທີ່ຊາຍແດນເມືອງໂພນໂຮງ

ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ, ຫົວໜ້າຄະນະສະເພາະກິດຂັ້ນເມືອງ ລົງໄປຊຸກຍູ້ຕິດຕາມການປ້ອງກັນເວນຍາມຢູ່ບ້ານຫາດສ້ຽວ, ໂພນແພງ ແລະ ບ້ານຫລິ່ງຊັນ ທີ່ມີເຂດຊາຍແດນຕິດກັບເມືອງໂພນໂຮງ ໃຫ້ສືບຕໍ່ເອົາໃຈໃສ່ປະຈໍາການ ແລະ ປະຕິບັດໜ້າທີ່ຢ່າງເຂັ້ມງວດ ເພື່ອສະກັດກັ້ນ ບໍ່ໃຫ້ເຊື້ອພະຍາດໂຄວິດ-19 ເຂົ້າມາແພ່ຂະຫຍາຍຢູ່ເມືອງທຸລະຄົມ

ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ສະເພາະຄະນະສະເພາະກິດຂັ້ນເມືອງ ໄດ້ຮີບຮ້ອນຈັດຕັ້ງປ້ອງກັນເວນຍາມ, ຕັ້ງຈຸດກວດກາຄັດກອງຄົນເຂົ້າອອກບ້ານ, ຈໍາກັດການເດີນທາງຂອງຜູ້ທີ່ບໍ່ມີວຽກຈໍາເປັນ ແລະ ໄດ້ຊີ້ນໍາທຸກພາກສ່ວນສືບຕໍ່ຈັດຕັ້ງປະຕິ ບັດຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ…ອ່ານຕໍ່

ທົ່ວບ້ານສົບຮາວ ເມືອງສົບເບົາ ແຂວງຫົວພັນ ສາມາດກາຍເປັນຄອບຄົວພົ້ນທຸກແລ້ວ 100%

ຄະນະພັກ-ອຳນາດການປົກຄອງບ້ານ ໄດ້ນຳພາປະຊາຊົນເອົາໃຈໃສ່ພັດທະນາຊີວິດການເປັນຢູ່ ຕາມແຜນພັດທະນາ ເສດຖະກິດ-ສັງຄົມຂອງບ້ານໃນແຕ່ລະໄລຍະ ມາຮອດປັດຈຸບັນ ທົ່ວບ້ານສົບຮາວ ສາມາດກາຍເປັນຄອບຄົວພົ້ນທຸກແລ້ວ 100%

ຄອບຄົວແບບຢ່າງໄດ້ເພີ່ມຂຶ້ນໃນແຕ່ລະປີ ເປັນຕົ້ນແມ່ນ: ແບບຢ່າງດ້ານການປູກພືດເປັນສິນຄ້າ, ລ້ຽງສັດໃຫຍ່-ສັດນ້ອຍ ແລະ ການຄ້າຂາຍບໍລິການ…ອ່ານຕໍ່

ຫ້ອງການເມືອງ ກອງພົນທີ 4 ລົງມອບໂທລະໂຄ່ງຢູ່ກອງຮ້ອຍປະຕິບັດງານ 204

ຢູ່ທີ່ຈຸດສຸມຄຳປາແໜ ກອງພົນທະຫານຮາບທີ 4 ໄດ້ລົງເຮັດວຽກ ແລະ ມອບໂທລະໂຄ່ງ ຢູ່ກອງຮ້ອຍປະຕິບັດງານ 204 ທີ່ກຳລັງປະຕິບັດງານຢູ່ຈຸດສຸມບ້ານຄຳປ່າແໜ ເມືອງຊົນນະບູລີ ແຂວງສະຫວັນນະເຂດ

ພິທີການມອບເຄື່ອງໂທລະໂຄ່ງດັ່ງກ່າວປະກອບມີມໍນີເຕີ 01 ໜ່ວຍ, ຫົວ DVD 01 ໜ່ວຍ, ແອັມ ວິທະຍຸ 01 ໜ່ວຍ, ຫົວຄຸມຂອງ ແອັມ 1600, ແອັມ-HPD 1600 ຈຳນວນ 02 ໜ່ວຍ, ປາກໂທລະໂຄ່ງ 04 ປາກ, ໄມໂຄໂຟນ 01 ອັນ, ສາຍໂທລະໂຄ່ງ 100 ແມັດ 01 ກໍ້ ພ້ອມທັງຕິດຕັ້ງ ແລະ ແນະນຳວິທີການນຳໃຊ້…ອ່ານຕໍ່

ວັດບ້ານກະປື ເມືອງທ່າແຕງ ແຂວງເຊກອງ ຈັດພິທີປູກ ແລະ ບວດຕົ້ນໄມ້ຢູ່ປ່າສະຫງວນ

ຢູ່ທີ່ວັດບ້ານກະປືເມືອງທ່າແຕງແຂວງເຊກອງໄດ້ຈັດພິທີປູກ ແລະ ບວດຕົ້ນໄມ້ປ່າສະຫງວນດົງໝາກຈອງບ້ານກະປືໂດຍການເປັນປະທານຂອງ ທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລາຂາພັກເມືອງ ປ່າດົງຫມາກຈອງບ້ານກະປືແມ່ນຢູ່ໃນເຂດຄຸ້ມຄອງຂອງ ບ້ານມາໂດຍຕະຫຼອດ ຊຶ່ງເປັນມູນມໍລະດົກລວມອັນລ້ຳຄ່າຂອງບ້ານໃນປັດຈຸບັນ

ອໍານາດການປົກຄອງບ້ານ ຈິ່ງໄດ້ສົມທົບກັບເຂດຈຸດສຸມພັດທະນາທີ III ແລະ ຂະແຫນງການກ່ຽວຂ້ອງຂັ້ນເມືອງ ຟື້ນຟູປ່າດົງຫມາກຈອງໃຫ້ມີຄວາມຕືບຫນາ ແລະມີຄວາມສົມບູນ ໃນເນື້ອທີ່ 7,3 ເຮັກຕາ, ສໍາລັບປີ 2021 ຈະປູກໄມ້ໃຫ້ໄດ້ຈໍານວນ 2 ເຮັກຕາ ຫຼື ເທົ່າກັບ 500 ຕົ້ນ…ອ່ານຕໍ່

ເມືອງອາດສະພັງທອງເປີດພິທີສອບເສັງຈົບຊັ້ນປະຖົມ ປ 5 ສົກຮຽນ 2020-2021 ຢ່າງເປັນທາງການ

ເມືອງອາດສະພັງທອງໄດ້ຈັດພິທີເປີດບັ້ນດໍາເນີນການສອບເສັງຮຽນຈົບຊັ້ນປະຖົມສົມບູນລະດັບ ປ 5, ທົ່ວເມືອງອາດສະພັງທອງມີນັກຮຽນທີ່ເຂົ້າຮ່ວມສອບເສັງທັງໝົດຈຳນວນ 759 ຄົນ ເຊີ່ງໄດ້ແບ່ງອອກເປັນ 38 ຫ້ອງ ແລະ ມີ 7 ສູນສອບເສັງ

ສ່ວນວິຊາສອບເສັງທັງໝົດມີ 4 ວິຊາຄື ວິຊາພາສາລາວລວມມີ 2 ພາກເຊັ່ນ: ຂຽນທວາຍ ແລະ ຫັດແຕ່ງ,ວິຊາໂລກອ້ອມຕົວ ແລະ ວິຊາຄະນິດສາດ ໂດຍການສອບເສັງໃນຄັ້ງນີ້ແມ່ນໄດ້ດຳເນີນໄປເປັນເວລາ 2 ວັນ…ອ່ານຕໍ່

ເປີດປ້າຍກາໝາຍໂອດອບແຫ່ງຊາດ ຂອງວິສາຫະກິດສ່ວນບຸກຄົນ ແສງຄຳ ບໍລິການເກັບຊື້ຊາດິບແລະປຸງແຕ່ງຊາແຫ້ງ

ຢູ່ທີ່ໂຮງງານ ແສງຄໍາ ບໍລິການເກັບຊື້ຊາດິບ ແລະ ປຸງແຕ່ງຊາແຫ້ງ ບ້ານແຊວໂຮປຽນ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີເປີດປ້າຍກາໝາຍໂອດອບແຫ່ງຊາດ ຂື້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ທະນູຄໍາ ປິດຈະວົງ  ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ

ພ້ອມດຽວກັນນີ້ ກໍ່ຍັງໄດ້ຮຽກຮ້ອງໃຫ້ສືບຕໍ່ເສີມຂະຫຍາຍຫົວຄິດປະດິດສ້າງ ເຂົ້າໃນການປຸງແຕ່ງ, ການຈັດເກຼດ, ການໂຄສະນາສິນຄ້າ, ສ້າງເວັບໄຊ້, ຂະຫຍາຍຮ້ານຈໍາໝ່າຍ, ຮັກສາສຸຂະນາໄມ, ສິ່ງແວດລ້ອມຂອງໂຮງງານ, ປັບປຸງຜະລິດຕະພັນ ແລະ ການຫຸ້ມຫໍ່ຕ່າງໆ ໃຫ້ມີຄວາມຫຼາກຫຼາຍຕາມຄວາມຕ້ອງການຂອງຜູ້ບໍລິໂພກ…ອ່ານຕໍ່

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.