ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 2 ສິງຫາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ອະດີດປະທານປະເທດ ມອບເງິນ 100 ລ້ານກີບ ຊຸກຍູ້ແກ້ໄຂການລະບາດໂຄວິດ-19

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ອະດີດການນຳຂັ້ນສູງແຫ່ງ ສປປ ລາວ ໃນປະຈຸບັນທີ່ກຳລັງປະເຊີນກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19  ໄດ້ໃຫ້ຕ່າງໜ້ານຳເອົາເງິນຈຳນວນ 100 ລ້ານກີບມາມອບໃຫ້ແຂວງຄຳມ່ວນ ເພື່ອແກ້ໄຂການລະບາດພາຍໃນແຂວງ

ເຊິ່ງໃນຈຳນວນເງິນດັ່ງກ່າວແມ່ນໄດ້ມອບໃຫ້ກັບອົງການປົກຄອງແຂວງຈຳນວນ 50 ລ້ານກີບ ແລະ ມອບໃຫ້ສູນປິ່ນປົວຂອງແຂວງຈໍານວນ 50 ລ້ານກີບ ເພື່ອປະກອບເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດໂຄວິດ-19…ອ່ານຕໍ່

ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ວິລະບູລີ ທໍາລາຍເຄື່ອງອຸປະໂພກ-ບໍລິໂພກ ທີ່ຜິດລະບຽບກົດໝາຍ

ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີຈູດທໍາລາຍສິນຄ້າອຸປະໂພກ ບໍລິໂພກທີ່ເສື່ອມຄຸນໝົດອາຍຸ ແລະ ສິນຄ້າລະເມີດລະບຽບກົດໝາຍຂຶ້ນ ຢູ່ທີ່ເດີ່ນຂອງຫ້ອງການດັ່ງກ່າວ

ເຊິ່ງເຄື່ອງທີ່ທຳລາຍມີປະເພດສິນຄ້າຫ້າມຈໍາໜ່າຍ 16 ລາຍການ, ປະເພດສິນຄ້າເສື່ອມຄຸນໝົດອາຍຸມີ 5 ລາຍການ ລວມເປັນມູນຄ່າທັງໝົດປະມານ 10 ລ້ານກວ່າກີບ…ອ່ານຕໍ່

ເຈົ້າເມືອງອຸທຸມພອນ ຊຸກຍູ້ການທ່ອງທ່ຽວທາດພະນົມນ້ອຍ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງເມືອງ

ສະຖານທີ່ທ່ອງທ່ຽວດັ່ງກ່າວແມ່ນບໍ່ໄກຈາກຕົວເມືອງພໍປານໃດ, ນອກຈາກທີ່ໄປທ່ຽວພຣະທາດພະນົມນ້ອຍ ແລ້ວ ນັກທ່ອງທ່ຽວກໍ່ຍັງສາມາດໄປທ່ຽວ ດ່ານລະມັ່ງ ແລະ ອ່າງເກັບນໍ້າ ທີ່ຫ່າງອອກໄປຈາກພະທາດປະມານ 05 ກິໂລແມັດ

ທາງການນໍາຂອງເມືອງຈຶ່ງຢາກພັດທະນາເສັ້ນທາງເຂົ້າໄປໃຫ້ທຽວໄດ້ທັງລະດູແລ້ງ ແລະ ລະດູຝົນ ເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວສະຖານທີ່ແຫ່ງນີ້ໃຫ້ນັບມື້ນັບຫຼາຍຂື້ນ…ອ່ານຕໍ່

ເມືອງທ່າແຕງ ເລັ່ງດຳເນີນການສັກວັກຊີນໃຫ໊ກັບປະຊາຊົນທົ່ວເມືອງ

ຫ້ອງການສາທາລະນະສຸກກໍຄືຄະນະກຳມະການສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຂັ້ນເມືອງໄດ້ມີຄວາມພະຍາຍາມສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າໃນການປ້ອງກັນເພື່ອບໍ່ໃຫ້ພະຍາດດັ່ງກ່າວເກີດຂຶ້ນໃນຊຸມຊົນໂດຍໄດ້ຈັດຕັ້ງຈຸດກວດກັ່ນກອງ,ວັດແທກອຸນຫະພູມ,ເກັບຕົວຢ່າງ ແລະ ເກັບກຳຂໍ້ມູນຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດ

ຫົວໜ້າຫ້ອງການສາທາລະນະສຸກເມືອງທ່າແຕງ ຮຽກຮ້ອງໃຫ້ຊຸມຊົນເປົ້າໝາຍໃນເກນອາຍຸເອົາໃຈໃສ່ເຂົ້າຮ່ວມສັກວັກຊິນ sinopharm ຄັ້ງທີ 3 ຂອງເຂັມທີ 2 ເລີ່ມແຕ່ ວັນທີ 2-6 ສິງຫາ ສ່ວນ ວັກຊີນ ຈອນສັນແອນຈອນສັນຈຳນວນ 3 ພັນກ່ວາ ໂດສ ຈະເລີ່ມສັກແຕ່ວັນທີ 9 ສິງຫາ 2021 ນີ້ ເປັນຕົ້ນໄປຢູ່ທີ່ເດີ່ນໂຮງໝໍເມືອງທ່າແຕງ…ອ່ານຕໍ່

ໂຮງໝໍນ້ອຍ ບ້ານວຽງຄໍາ ກໍ່ສ້າງອາຄານແມ່ ແລະ ເດັກຫຼັງໃໝ່ ສຳເລັດແລ້ວ 100%

ໂຄງການກໍ່ສ້າງອາຄານແມ່ ແລະ ເດັກ ໂຮງໝໍນ້ອຍບ້ານວຽງຄໍາ ເລີ່ມລົງມືຈັດຕັ້ງປະຕິບັດ ເປັນເວລາເກືອບ 5 ເດືອນ ໄດ້ສຳເລັດການກໍ່ສ້າງ, ກວດກາໂຄງການ 100% ໂດຍໄດ້ຮັບທຶນສະໜັບສະໜູນການກໍ່ສ້າງທັງໝົດຈາກອົງການແພຣນສາກົນ ປະຈຳ ສປປ ລາວ

ອາຄານດັ່ງກ່າວ ເປັນອາຄານຊັ້ນດຽວ ໂຄງສ້າງເບຕົງເສີມເຫຼັກ, ມຸງດ້ວຍກະເບື້ອງ, ມີຄວາມຍາວ 14,4 ແມັດ ແລະ ກວ້າງ 6 ແມັດ, ມີ 3 ຫ້ອງບໍລິການ, ຕິດຕັ້ງລະບົບໄຟຟ້າຄົບຊຸດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...