ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 31 ກໍລະກົດ 2021 | ໜັງສືພິມວຽງຈັນທາຍຳດ້ໃຫ້ຮູ້ວ່າ:

ອາເມຣິກາ ຊ່ວຍເຫຼືອ 7 ແສນໂດລາ ເພື່ອເຂົ້າໃນວຽກງານຕອບໂຕ້ໄຂ້ມາລາເຣຍ ຢູ່ ສປປ ລາວ

ອົງການພັດທະນາສາກົນ ສະຫະລັດອາເມຣິກາ (USAID) ແລະ ໂຄງການ U.S. President’s Malaria Initiative (PMI) ໄດ້ຊ່ວຍເຫຼືອເງິນຈໍານວນ 700.000 ໂດລາ ເພື່ອສະໜັບສະໜູນ ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ແລະ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ (CMPE)

ເພື່ອນຳໃຊ້ເຂົ້າໃນວຽກງານການສ້າງຄວາມເຂັ້ມແຂງໃນການເຝົ້າລະວັງເພື່ອກ້າວສູ່ການກໍາຈັດໄຂ້ມາລາເຣຍໃນ ສປປ ລາວ ພາຍໃຕ້ໂຄງການ Impact malaria ໃນ ສປປລາວ ແຕ່ປີ 2021 ຫາ ປີ 2023…ອ່ານຕໍ່

ສາລະວັນກຽມທີມແພດສຸກເສີນ ປະຈຳການ 24 ຊົ່ວໂມງເພື່ອຮັບມືກັບໂຄວິດ-19

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ແຂວງສາລະວັນ ກຽມຄວາມພ້ອມ ຫຼາຍດ້ານເພື່ອຮັບມືກັບການລະບາດຂອງ ພະຍາດໂຄວິດ-19 ຮອບໃໝ່ ໂດຍມີທີມແພດສຸກເສີນ ປະຈຳການຕະຫຼອດ 24 ຊົ່ວໂມງ

ໄດ້ກໍານົດເອົາໂຮງຮຽນຊົນເຜົ່າແຂວງສາລະວັນ ເປັນສູນລວມ ແລະ ທັງເປັນໂຮງໝໍພາກສະໜາມ ເພື່ອປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຊຶ່ງສາມາດຮອງຮັບໄດ້ 300 ຕຽງ, ໃນນັ້ນຮອງຮັບການປີ່ນປົວຜູ້ຕິດເຊື້ອ 100 ຕຽງ…ອ່ານຕໍ່

ທີ່ຜ່ານມາ ອຸຕຸກວດພົບແຜ່ນດິນໄຫວ ຫຼາຍຄັ້ງຢູ່​ທີ່ແຂວງ​ອຸ​ດົມ​ໄຊ ແລະໄຊຍະບູລີ

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ​ແຈ້ງ​ໃຫ້​ຮູ້​ວ່າ ໃນ​ວັນ​ທີ 29 ກໍ​ລະ​ກົດ 2021 ໄດ້​ກວດ​ພົບ​ແຜ່ນ​ດິນ​ໄຫວ 3 ຄັ້ງຢູ່​ເມືອງ​ນາ​ໝໍ້ ແຂວງ​ອຸ​ດົມ​ໄຊ, ໃນເບື້ອງ​ຕົ້ນ​ຍັງ​ບໍ່​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍ

ເມື່ອ​ວັນ​ທີ່ 7-8 ກໍ​ລະ​ກົດ 2021 ທີ່​ຜ່ານ​ມາກໍ່​ໄດ້​ພົບ​ກວດ​ພົບ​ແຜ່ນ​ດິນ​ໄຫວ 16 ຄັ້ງ​ຢູ່ ເມືອງ​ເງິນ ແຂວງ​ໄຊ​ຍະ​ບູ​ລີ, ວັນ​ທີ 10 ກໍ​ລະ​ກົດ​ 2021 ທີ່​ຜ່ານ​ມາ ກໍ່​ໄດ້​ເກີດ​ມີ​ແຜ່ນ​ດິນ​ໄຫວ 1 ຄັ້ງຢູ່​ເມືອງ​ໄຊ​ສະ​ຖານ ແຂວງ​ໄຊ​ຍະ​ບູ​ລີ ແລະ ວັນ​ທີ 19 ກໍ​ລະ​ກົດ ອີກ 1 ຄັ້ງ​ຢູ່ ​ເມືອງ​ເງິນ ແຂວງ​ໄຊ​ຍະ​ບູ​ລິ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...