Saturday, April 26, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 14 ສິງຫາ 2021 | ໜັງສືພິມວຽງຈັນທາມໄດ້ໃຫ້ຮູ້ວ່າ:

ກອງປະຊຸມສະໄໝວິສາມັນ ເທື່ອ​ທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ແກ້ໄຂ 2 ວາລະແຫ່ງຊາດ

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຮ່າງວາລະແຫ່ງຊາດ

ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສັງລວມແລ້ວປະກອບມີ 5 ວຽກງານຈຸດສຸມ ແລະສໍາລັບວຽກຈຸດສຸມໃຫຍ່ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສັງລວມແລ້ວປະກອບມີ 6 ວຽກງານເຊິ່ງມີ..ອ່ານຕໍ່

ເມືອງໄຊບູລີ ແຂວງສະຫວັນນະເຂດ ກຽມແກ້ໄຂປະກົດການຫຍໍ້ທໍ້ຢູ່ບັນດາບ້ານຊາຍແດນ

ອໍານາດການປົກຄອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ກຽມແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢູ່ບັນດາບ້ານ ຊາຍແດນທີ່ຕິດກັບປະເທດໄທ ປະກົດການຫຍໍ້ທໍ້ທີ່ພົບເຫັນຢູ່ບັນດາບ້ານຊາຍດັ່ງກ່າວຢູ່ເມືອງໄຊບູລີ ປະກອບມີການລັກລອບຂົນສິນຄ້າທີ່ຜິດກົດໝາຍ, ຍານພາຫະນະ

ເນື່ອງໃນໂອກາດນີ້ ທ່ານ ອ່ອນລຳພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານຊຸດໃໝ່ຈົ່ງໄດ້ເອົາໃຈໃສ່ ແກ້ໄຂບັນຫາໃຫ້ຖືກຈຸດ, ເນັ້ນໜັກໃຫ້ສືບຕໍ່ເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນ, ສຶກສາອົບຮົມແນວຄິດ-ການເມືອງໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານຊ່ວຍເປັນຫູເປັນຕາໃນການເຝົ້າລະວັງການລັກລອບນຳເຂົ້າສິນຄ້າທີ່ຜິດກົດໝາຍຕາມຊາຍແດນ…ອ່ານຕໍ່

ລາວໄດ້ຮັບການຊ່ວຍເຫຼືອວັກຊິນຕ້ານພະຍາດໂຄວິດ-19 ແລ້ວ ຫຼາຍກວ່າ 5 ລ້ານໂດສ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າວັກຊິນເພື່ອສ້າງພູມຕ້ານທານເພື່ອປ້ອງກັນພະຍາດໂຄວິດ-19 ຢູ່ລາວ ປະກອບມີ 5 ຊະນິດ ຄື: ສະປຸກນິກ (Sputnik), ຊີໂນຟາມ (Sinopharm), ແອັດຕຣາ ເຊເນກາ (AstraZeneca), ຟາຍເຊີ (Pfizer) ແລະ ຈອນສັນ ແອນ ຈອນສັນ (Johnson & Johnson)

ຊຶ່ງວັກຊີນ 5 ຊະນິດດັ່ງກ່າວ ໄດ້ຈາກປະເທດເພື່ອນມິດເຊັ່ນ: ສປ ຈີນ, ຍີ່ປຸ່ນ, ຣັດເຊຍ, ອິນເດຍ, ສະຫະລັດອາເມຣິກາ, ອັງກິດ ແລະ ຈາກໂຄງການ COVAX Facility…ອ່ານຕໍ່

ລາວ-ຫວຽດນາມ ເຊັນບົດບັນທຶກຮ່ວມມື 14 ຂົງເຂດວຽກງານທັງພາກລັດ ແລະ ເອກະຊົນ

ສປປ ລາວ ແລະ ສສ ຫວຽດນາມໄດ້ມີການເຊັນບົດບັນທຶກຮ່ວມມື 14 ຂົງເຂດວຽກງານປະກອບມີ 7 ວຽກງານກ່ຽວກັບພາກລັດ ແລະ 7 ວຽກງານກ່ຽວກັບພາກເອກະຊົນ

ພິທີເຊັນບົດບັນທຶກດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 9 ສິງຫາ 2021 ທີ່ຜ່ານມາ ຢູ່ສໍານັກງານປະທານປະເທດ (ຫໍຄໍາ) ໂດຍການເປັນສັກຂີພິຍານຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງ ພັກກອມມູນິດ ຫວຽດນາມ…ອ່ານຕໍ່

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.